ອົບຮົມການນຳໃຊ້ລະບົບຖານຂໍ້ມູນລັດຖະກອນທັນສະໄໝ ໃຫ້ພະນັກງານກະຊວງ ກຊສ
ຊຸດອົບຮົມການນຳໃຊ້ລະບົບຖານຂໍ້ມູນລັດຖະກອນ ແບບທັນສະໄໝ (PIM) ໃຫ້ ພະນັກງານ-ລັດຖະກອນກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ ຈັດຂຶ້ນແຕ່ວັນທີ 19-23 ກຸມພາ ນີ້, ໂດຍການເປັນປະທານ ຂອງ ທ່ານ ໄຊຍະເວດ ວິໄຊ ຫົວໜ້າ ກົມຈັດຕັ້ງພະນັກງານ ກຊສ, ເພື່ອເປັນການຍົກລະດັບ ແລະ ພັດທະນາບຸກ ຄະລາກອນໃຫ້ມີຄຸນນະພາບໃນການບໍລິຫານ ວຽກງານຢູ່ແຕ່ລະຂັ້ນໃຫ້ທົ່ວ ເຖິງ, ທັງເປັນການຈັດຕັ້ງຜັນ ຂະຫຍາຍແຜນການ ກໍຄືຍຸດ ທະສາດການພັດທະນາ ແລະ ຄຸ້ມຄອງພະນັກງານຂອງຂະ ແໜງການຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ເພື່ອເກັບກຳ ແລະ ຄຸ້ມຄອງ ຂໍ້ມູນພະນັກງານ- ລັດຖະກອນ ໃຫ້ທັນສະໄໝ, ຖືກ ຕ້ອງ ແລະ ຈະແຈ້ງ, ໂດຍຜູ້ເຂົ້າຮ່ວມໄດ້ ຮຽນຮູ້ ການຕິດຕັ້ງລະບົບ ແລະ ການ ເຂົ້າລະບົບ PIMS, ທົດ ລອງການຕິດຕັ້ງໂປຣແກຣມ ຕົວຈິງ, ການບັນຈຸລັດຖະກອນ ໃໝ່ ແລະ ການເລື່ອນ ລັດຖະ ກອນຝຶກງານເປັນສົມບູນ, ການເລື່ອນຊັ້ນ-ຂັ້ນ, ການຍົກ ຍ້າຍລັດຖະກອນໄປ ປະຈຳ ການຢູ່ບ່ອນອື່ນ, ຍົກຍ້າຍພາຍ ໃນກະຊວງ ແລະ ຍົກຍ້າຍເຂົ້າ ມາຈາກພາກສ່ວນອື່ນ, ການ ຍົກລະດັບພະນັກ ງານໄປຮຽນ ຕໍ່ ພາຍໃນ ແລະ ຕ່າງປະເທດ, ການປ່ຽນຕຳແໜ່ງ, ການອອກ ຈາກການເປັນລັດຖະກອນ, ການດັດແກ້ຊັ້ນ-ຂັ້ນ ແລະ ດັດ ແກ້ປີການ, ບັນຊີຈຳນວນພົນ ຜ່ານລະບົບ PIMS (ແຈ້ງ ຫລຸດ-ແຈ້ງເພີ່ມ) ແລະ ການ ປ້ອນຂໍ້ມູນຈາກແບບຟອມຂໍ້ ມູນລັດຖະກອນລົງໃສ່ຖານ ຂໍ້ມູນລັດຖະກອນ.
+ ຝຶກອົບຮົມການຄຸ້ມຄອງເອກະສານແບບເອເລັກໂຕນິກໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ
+ ພະນັກງານຫ້ອງການກຸ່ມບ້ານເມືອງບົວລະພາຮຽນຮູ້ວິທີການຂຽນຂ່າວ