ເປັນຫຍັງ ການເຮັດທຸລະກິດຢູ່ລາວຍັງບໍ່ງ່າຍ!
ໂດຍ : ມຶກບໍ່ແຫ້ງ
ເຖິງແມ່ນວ່າ ສປປລາວ ຈະມີ ການເຕີບໂຕທາງດ້ານເສດຖະກິດລະດັບແຖວໜ້າໃນພາກພື້ນ ແລະໃນໂລກ ແຕ່ເມື່ອຈັດລຳດັບ ເລື່ອງຄວາມງ່າຍໃນການເຮັດທຸລະກິດແລ້ວ ຍັງຢູ່ລະດັບທ້າຍໆໝູ່ ເພາະສະນັ້ນ ມາສຶກສານຳກັນເບິ່ງວ່າຍ້ອນຫຍັງກັນແທ້?
ຈາກບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ປີ 2017 ທີ່ຜ່ານມາຄາດວ່າ ເສດຖະກິດຂອງ ສປປລາວຈະເຕີບໂຕທີ 7% ເຊິ່ງເປັນໄປຕາມເປົ້າໝາຍທີ່ລັດຖະບານວາງໄວ້ ໂດຍມີແຮງຂັບເຄື່ອນທີ່ສຳຄັນ ຈາກການສົ່ງອອກພະລັງງານໄຟຟ້າ, ໂຄງການກໍ່ສ້າງຂະໜາດໃຫຍ່ການຜະລິດ ແລະສົ່ງອອກ ພືດເສດຖະກິດ.
ແຕ່ເມື່ອເບິ່ງຜົນການຈັດລຳດັບ ຄວາມງ່າຍໃນການດຳເນີນທຸລະກິດຂອງບັນດາປະເທດໃນໂລກ ໃນປີ 2018 ແລ້ວ ເຫັນວ່າ ສປປລາວ ຖືກຈັດໃນລຳດັບທີ 141 ຈາກທັງໝົດ 190 ປະເທດ ເຊິ່ງເປັນຂ່າວທີ່ບໍ່ຄ່ອຍດີປານໃດ ໃນຂະນະທີ່ຂະບວນການປັບປຸງລະບົບການຄຸ້ມຄອງເສດຖະກິດຂອງຊາດກຳລັງດຳເນີນໄປຢ່າງຂຸ້ນຂ້ຽວ; ສປປລາວ ຢູ່ລຳດັບ 9 ຂອງອາຊຽນ, ພວກເຮົາລື່ນກາຍພຽງ ມຽນມາເທົ່ານັ້ນ ແລະລຳດັບດີທີ່ສຸດໃນພາກພື້ນກໍຄື ສິງກະໂປ ເຊິ່ງຈັດຢູ່ລຳດັບສອງຂອງໂລກຮອງຈາກ ນູແວນ ເຊລັງ (New Zealand).
ການໃຫ້ຄະແນນນີ້ແມ່ນອີງໃສ່ 10 ຕົວຊີ້ວັດ ຄື 1) ການລິເລີ່ມເຮັດທຸລະກິດ, 2) ການຂໍອະນຸຍາດປຸກສ້າງ, 3) ການຕິດຕັ້ງໄຟຟ້າ, 4) ການຂຶ້ນທະບຽນຊັບສິນ, 5) ການເຂົ້າເຖິງສິນເຊື່ອ, 6) ການປົກປ້ອງຜູ້ລົງທຶນຂະໜາດນ້ອຍ, 7) ການຈ່າຍພາສີອາກອນ, 8) ການຄ້າຂ້າມແດນ, 9) ການບັງຄັບໃຊ້ສັນຍາ ແລະ 10) ການແກ້ໄຂການລົ້ມລະລາຍ ເຊິ່ງໃນນີ້ ຄະແນນ ທີ່ ສປປລາວ ໄດ້ສູງສຸດແມ່ນ ຕົວຊີ້ວັດທີ 2 ຄືການອອກໃບອະນຸຍາດປຸກສ້າງ ເຊິ່ງໄດ້ 75/100 ແຕ່ຕົວຊີ້ວັດສຸດທ້າຍຄື ການແກ້ໄຂ ການລົ້ມລະລາຍນັ້ນ ແມ່ນບໍ່ໄດ້ຈັກຄະແນນເລີຍ ຈາກ 100 ຄະແນນ ເຊິ່ງເປັນຕົວການຫນຶ່ງທີ່ເຮັດໃຫ້ “ຄວາມງ່າຍ ກາຍເປັນຄວາມຍາກ” ໃນການເຮັດທຸລະກິດຢູ່ ສປປລາວ.
ເມື່ອເປັນເຊັ່ນນັ້ນ ພໍແຕ່ຮູ້ຂ່າວ ລັດຖະບານເຮົາ ກໍໄດ້ອອກ “ຄຳສັ່ງ ວ່າດ້ວຍການປັບປຸງບັນດາລະບຽບການ ແລະກົນໄກປະສານງານ ໃນການດຳເນີນທຸລະກິດຢູ່ ສປປລາວ” ສະບັບເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ເຊິ່ງໃນຄຳສັ່ງດັ່ງກ່າວ ແມ່ນມີເນື້ອທີ່ລະອຽດ ໃນການແກ້ໄຂບັນຫາແຕ່ລະຕົວຊີ້ວັດ ເຊິ່ງໄດ້ມອບແຕ່ລະວຽກໃຫ້ ກະຊວງ, ໜ່ວຍງານທີ່ກ່ຽວຂ້ອງ, ສິ່ງທີ່ໜ້າສົນໃຈກວ່າໝູ່ແມ່ນ ຕົວຊີ້ວັດທີ 10 ທີ່ພວກເຮົາໄດ້ຮັບ 0 ຄະແນນ ຈາກ 100 ຄະແນນນັ້ນ ເຫັນວ່າຕົກເປັນຄວາມຮັບຜິດຊອບຂອງ ກະຊວງຍຸຕິທຳ ແລະອົງການຕຸລາການ ໂດຍບາງຕອນກ່າວວ່າ “ຮີບຮ້ອນສົມທົບກັບກະຊວງທີ່ກ່ຽວຂ້ອງ ປັບປຸງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງວິສາຫະກິດ ສະບັບເລກທີ 06/94, ລົງວັນທີ 14 ຕຸລາ 1994”.
ສິ່ງທີ່ເປັນຕາຢ້ານ ແລະກັງວົນຫຼາຍທີ່ສຸດຂອງຜູ້ລົງທຶນແມ່ນ “ການລົ້ມລະລາຍ” ນີ້ລະ, ເພາະສະນັ້ນ ການແກ້ໄຂບັນຫານີ້ ບໍ່ສະເພາະແຕ່ການມີນິຕິກຳທີ່ຮັດກຸມ ແຕ່ຍັງມີຄວາມຈຳເປັນຢ່າງຮີບຮ້ອນ ໃນການສ້າງ ກົນໄກການແກ້ໄຂໃຫ້ເປັນຮູບປະທຳທີ່ຈະແຈ້ງ ຄຽງຄູ່ກັບການແກ້ໄຂບັນຫາອື່ນໆ ເຊິ່ງກໍເຊື່ອແນ່ວ່າ ລັດຖະບານເຮົາກໍມີແຜນແຮໄວ້ແລ້ວເພື່ອແກ້ໄຂ ບັນຫາທີ່ພວກເຮົາຍັງອ່ອນທີ່ສຸດນີ້ໃຫ້ດີຂຶ້ນ ແລະຮັບປະກັນໃຫ້ ການເຮັດທຸລະກິດຢູ່ ສປປລາວ ມີຄວາມງ່າຍດາຍ, ກະທັດຮັດ, ວ່ອງໄວ, ໂປ່ງໄສ ແລະສາມາດກວດສອບໄດ້ ໃນໄວໆນີ້.