ງານວາງສະແດງຜະລິດຕະພັນລາວຄັ້ງທີ 5 ຈະຈັດຂຶ້ນໃນກາງເດືອນມີນານີ້

ໃນວັນທີ 20 ກຸມພານີ້,ຢູ່ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ, ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດໄດ້ຖະແຫຼ່ງວ່າ: ງານວາງສະແດງຜະລິດຕະພັນລາວ ຄັ້ງທີ 5 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-18 ມີນານີ້, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໂດຍສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບໍລິສັດ KIWI. ເພື່ອນໍາເອົາຜະລິດຕະພັນເປັນເອກະລັກຂອງແຕ່ລະແຂວງມາວາງສະແດງ, ໂຄສະນາ ແລະ ຈໍາໜ່າຍ ແນໃສ່ຍົກລະດັບການຜະລິດ-ການຈໍາໜ່າຍພາຍໃນ ນັບມື້ຂະຫຍາຍຕົວ, ມີຄຸນນະພາບ, ໄດ້ມາດຕະຖານ ແລະ ກ້າວຂຶ້ນສູ່ລະດັບສາກົນ ແລະ ສ້າງຄວາມພາກພູມໃຈຕໍ່ສິນຄ້າ ແລະ ຜະລິດຕະພັນຂອງລາວ, ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາທ່ອງທ່ຽວ ແລະ ຊົມໃຊ້ຜະລິດຕະພັນລາວຫຼາຍຂຶ້ນ.
ພາຍໃນງານ, ຈະມີຫຼາກຫຼາຍຜະລິດຕະພັນ ທີ່ຜະລິດ ແລະ ປະກອບຢູ່ລາວເຊັ່ນ: ຂະແໜງຫັດຖະກໍາ, ອຸດສາຫະກໍາ, ອັນຍະມະນີ, ເຟີນີເຈີ, ຕັດຫຍິບ, ການຢາ, ການທ່ອງທ່ຽວ ແລະ ການບໍລິການ ລວມເຖິງຜະລິດຕະພັນ ໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ອື່ນໆ ຫຼາຍກວ່າ 250 ຫ້ອງວາງສະແດງ. ນອກນີ້, ຍັງຈະມີກອງປະຊຸມສໍາມະນາ ແລະ ເວທີພົບປະນັກທຸລະກິດ ເພື່ອໃຫ້ຄວາມຮູ້ແກ່ຜູ້ຜະລິດ ແລະ ຜູ້ຂາຍ ລວມເຖິງຮັບຟັງການແນະນໍາ ໃນການເລີ່ມຕົ້ນດໍາເນີນທຸລະກິດໃນລາວ, ການສ້າງຄວາມເຂັ້ມແຂງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຫົວຂໍ້ສໍາຄັນອື່ນໆອີກ.