ລາວເລີ່ມປະຕິບັດກົນໄກສະໜອງຂໍ້ມູນຜູ້ຫວ່າງງານເຂົ້າໃນລະບົບຂ່າວສານຕະຫລາດແຮງງານ

ພິທີລົງນາມບົດບັນທຶກຮ່ວມມືການຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນຜູ້ຫວ່າງງານເຂົ້າໃນລະບົບຂໍ້ມູນຂ່າວສານຕະຫລາດແຮງງານລະຫວ່າງກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ແລະ ສູນບໍລິການຈັດຫາງານຂຶ້ນ, ໄດ້ມີຂຶ້ນເມື່ອບໍ່ດົນມານີ້ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ການຮ່ວມມືໃນວຽກງານດັ່ງກ່າວ, ເພື່ອແນໃສ່ເຮັດໃຫ້ແຕ່ລະພາກສ່ວນໄດ້ມີສ່ວນຮ່ວມ ແລະ ເປັນເຈົ້າການໃນການສະໜອງຂໍ້ມູນລົງໃນລະບົບ ເພື່ອຊ່ວຍໃຫ້ຜູ້ຫວ່າງງານທີ່ໄດ້ປະກັນຕົນໃນລະບົບປະກັນສັງຄົມໄດ້ເຂົ້າເຖິງຂໍ້ມູນຂ່າວສານຕະຫລາດແຮງງານທັນເວລາ, ຖືກຕ້ອງ ແລະ ຊັດເຈນ, ຊຶ່ງສູນບໍລິການຈັດຫາງານຈະເຮັດໜ້າທີ່ຂຶ້ນທະບຽນຜູ້ຫວ່າງງານ, ພ້ອມທັງໃຫ້ຄໍາແນະນຳ, ຊອກຫາວຽກເຮັດງານທຳ ແລະ ຢັ້ງຢືນການຫວ່າງງານໃຫ້ເຂົາເຈົ້າ. ສ່ວນພະແນກແຮງງານ ແລະ ສະຫວັດດີການແຂວງ ຫລື ຈຸດບໍລິການຈັດຫາງານຂອງແຂວງຈະຊ່ວຍແນະນຳໃຫ້ຜູ້ຫວ່າງງານສາມາດຊອກວຽກເຮັດງານທຳໄດ້ຢ່າງທັນການ. ນອກນັ້ນລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ຍັງຈະຊ່ວຍຄຸ້ມຄອງຜູ້ຫວ່າງງານທີ່ເປັນສະມາຊິກປະກັນສັງຄົມ ແລະ ສາມາດຈ່າຍເງິນອຸດໜູນຫວ່າງງານໄດ້ຖືກເປົ້າໝາຍຕົວຈິງ, ທັງເປັນການເພີ່ມທະວີໃຫ້ສັງຄົມໄດ້ເຫັນຄວາມສຳຄັນ, ສາມາດເຂົ້າເຖິງ ແລະ ຮູ້ນຳໃຊ້ລະບົບດັ່ງກ່າວໄດ້ງ່າຍຂຶ້ນ ໃນການເລືອກຮຽນວິຊາຊີບ, ການຊອກຫາວຽກເຮັດງານທຳ ແລະ ພັດທະນາສີມືແຮງງານໃຫ້ສອດຄ່ອງຕາມຄວາມຕ້ອງການຂອງຕະຫລາດແຮງງານໄດ້ເປັນຢ່າງດີ ແລະ ໃນຕໍ່ໜ້ານີ້, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຈະໄດ້ເຊື່ອມໂຍງລະບົບຕາໜ່າງຂໍ້ມູນຂ່າວສານຕະຫລາດແຮງງານຮ່ວມມື ກັບກົມກິດຈະການນັກສຶກສາກະຊວງສຶກສາທິການ ແລະ ກິລາ ເພື່ອຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນຜູ້ຊອກວຽກເຮັດງານທຳ ຫລື ຂຶ້ນທະບຽນນັກຮຽນ, ນັກສຶກສາທີ່ຈະເຂົ້າສູ່ຕະຫລາດແຮງງານໃໝ່, ໂດຍສະເພາະແມ່ນນັກສຶກສາທີ່ຮຽນຈົບໃໝ່ຈາກສະຖາບັນການສຶກສາຕ່າງໆ, ມະຫາວິທະຍາໄລທັງພາຍໃນ ແລະ ຕ່າງປະເທດ ທີ່ກຳລັງຊອກຫາວຽກເຮັດລົງໃນລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດຊອກຫາວຽກເຮັດໄດ້ງ່າຍຂຶ້ນ.