ພາກລັດ ແລະ ເອກະຊົນຫາລືແກ້ບັນຫາຫຍຸ້ງຍາກໃນການດຳເນີນທຸລະກິດ

ໃນວັນທີ 20 ກຸມພານີ້, ຢູ່ໂຮງແຮມຄລາວພລາຊານະຄອນຫລວງວຽງຈັນ, ກົມແຜນການ ແລະ ການຮ່ວມມືກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ໄດ້ຈັດກອງປະຊຸມປຶກສາຫາບັນຫາທີ່ພົບພໍ້ໃນການດຳເນີນທຸລະກິດ ເພື່ອກະກຽມລາຍໃນກອງປະຊຸມທຸລະກິດລາວຄັ້ງທີ 11 ທີ່ຈະຈັດຂື້ນໃນເດືອນເມສາທີ່ຈະເຖິງນີ້, ໂດຍການເປັນປະທານຂອງທ່ານ ສິລິລຳພັນ ວໍລະຈິດ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ນາງວາລີ ເວດສະພົງ ຮອງປະທານສະພາອຸດສາຫະກຳ ແລະ ການຄ້າ, ມີບັນດາຂະແໜງການກ່ຽວຂ້ອງຕ່າງໆທັງພາກລັດ ແລະ ເອກະຊົນເຂົ້າຮ່ວມເປັນຈໍານວນຫລາຍ, ເພື່ອເປີດໂອກາດໃຫ້ນັກທຸລະກິດສະເໜີບັນຫາຕໍ່ພາກລັດ ໃນການຄົ້ນຄວ້າ ແລະ ຊອກວິທີແກ້ໄຂບັນຫາຮ່ວມກັນ ເປັນຕົ້ນ:ແມ່ນການຈົດທະບຽນວິສາຫະກິດ ແລະ ຂໍໃບອະນຸຍາດດຳເນີນທຸລະກິດ, ນະໂຍບາຍສົ່ງເສີມທຸລະກິດສະຕາດອັບ Startups (E-Commerce) ຂອງພາກລັດ, ການຂໍວີຊາສຳລັບພະນັກງານສະພາການຄ້າຕ່າງປະຈຳລາວ, ການສົ່ງເສີມການທ່ອງທ່ຽວ ແລະ ບັນຫາຄ່າທຳນຽມຂື້ນທະບຽນ, ຄ່າທຳນຽມຈົດເຄື່ອງໝາຍການຄ້າທີ່ຍັງມີມູນຄ່າສູງ ແລະ ອື່ນໆ.
ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກ່າວວ່າ: ພວກເຮົາຮັບປະກັນວ່າທຸກບັນຫາທີ່ພາກທຸລະກິດສະເໜີມາປຶກສາຫາລືຄັ້ງນີ້, ຈະໄດ້ຮັບການວິເຄາະຢ່າງລະອຽດວ່າມັນກະທົບຕໍ່ການດຳເນີນທຸລະກິດຢ່າງແທ້ຈິງ ເພື່ອແນໃສ່ສ້າງສະພາບແວດລ້ອມເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ແລະ ສົ່ງເສີມການຂະຫຍາຍຕົວຂອງພາກທຸລະກິດໃນການປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງເສດຖະກິດຂອງປະເທດໄດ້ເປັນຢ່າງດີ.