UAE ຜະລິດນົມຝຸ່ນຈາກ ນົມອູດຄັ້ງທຳອິດໃນໂລກ

ບໍລິສັດໃນ ສະຫະນະຄອນ ເອເມຣັດ ອາຣັບ (UAE) ເປີດຕົວນົມຝຸ່ນທີ່ຜະລິດຈາກນົມອູດເປັນເທື່ອທຳອິດໃນໂລກ ໂດຍມີເປົ້າໝາຍຕົ້ນໃສ່ເດັກທີ່ແພ້ນົມງົວ.
ສຳນັກຂ່າວ AFP ລາຍງານຈາກເມືອງດູໄບ ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 20 ກຸມພາວ່າ: ບໍລິສັດ The Emirates Industry for Camel Milk & Products ຫລື Carmelicious ເປີດຕົວຜະລິດຕະພັນນົມຝຸ່ນເດັກຈາກອູດ ໃນວັນທີ 19 ກຸມພາ ພາຍໃນງານວາງສະແດງສິນຄ້າອາຫານ ແລະ ເຄື່ອງດື່ມນາໆຊາດ Gulfood 2018 ທີ່ມີຂຶ້ນໃນເມືອງດູໄບ ລະຫວ່າງວັນທີ 18-22 ກຸມພາ.
ບໍລິສັດ ຄາຣ໌ເມລິເຊີຍ ກ່າວວ່າ: ນົມຝຸ່ນອູດຂອງບໍລິສັດເໝາະສຳລັບເດັກອາຍຸລະຫວ່າງ 1-3 ປີ ໂດຍສະເພາະເດັກທີ່ແພ້ນົມງົວ.
ນົມອູດເປັນອາຫານຫລັກມາຫລາຍຮ້ອຍປີ ສຳລັບປະຊາຊົນເຊື້ອສາຍເບດູອິນທົ່ວຕາເວັນອອກກາງ ແລະ ຍັງລວມນົມອູດທີ່ອຸດົມໄປດ້ວຍວິຕາມິນ ໃນລາຍການອາການປະຈຳວັນຈົນເຖິງປັດຈຸບັນ.
ນົມ ແລະ ຊີ້ນອູດໄດ້ຮັບຄວາມນິຍົມໃນຖານະອາຫານລົດຊາດດີທົ່ວຕາເວັນອອກກາງ ມີການແປຮູບຫລາກຫລາຍເຊັ່ນ: ຊັອກໂກແລັດອູດ, ກາຣ໌ປາຊໂຊອູດ, ເບີເກີອູດ ແລະ ຫລ້າສຸດນົມຝຸ່ນອູດສຳລັບເດັກ.