Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້

samsung ຈົດສິດທິບັດໃຫມ່ flying display ໜ້າຈໍທີ່ສາມາດບິນໄດ້ - 12622 180220122920N9 - Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້
samsung ຈົດສິດທິບັດໃຫມ່ flying display ໜ້າຈໍທີ່ສາມາດບິນໄດ້ - kitchen vibe - Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້

ນີ້ຄືສິດທິບັດຫລ້າສຸດຂອງ Samsung ໂດຣນທີ່ມີຈໍສະແດງຜົນ ຊຶ່ງສາມາດກວດຈັບໃບໜ້າຂອງບຸກຄະລິກ ລວມເຖິງທ່າທາງ ແລະ ຕໍາແໜ່ງຂອງມືໄດ້ ຈາກພາບໃນສິດທິບັດໄດ້ສະແດງໃຫ້ເຫັນເຖິງ ໃບພັດທີ່ມຸມທັງ 4 ຊຶ່ງຈະຮ້ອງສິ່ງນີ້ວ່າ Flying Display (ໜ້າຈໍທີ່ສາມາດບິນໄດ້) ກໍໄດ້.

ຂໍ້ມູນໃນສິດທິບັດລະບຸວ່າ ໂດຣນທີ່ວ່ານີ້ ອາດມີກ້ອງ ແລະ ລະບົບສັງເກດການ ເພື່ອສົ່ງຂໍ້ມູນໄປຍັງສ່ວນຄວບຄຸມຫຼັກ ໂດຍລະບົບຈະສາມາດຕິດຕາມດວງຕາ, ຫົວ, ມື ແລະ ນິ້ວມືຂອງຜູ້ໃຊ້ໄດ້ແບບຫລ່ຽນໄຫຼ ຊຶ່ງສ່ວນຕ່າງໆຂອງຮ່າງກາຍທັງໝົດ ທີ່ສາມາດໃຊ້ໃນການຄວບຄຸມຄວາມໄວ ແລະ ທິດທາງການບິນຂອງໂດຣນໄດ້ ແລະ ມັນຍັງສາມາດຕິດຕາມຜູ້ໃຊ້ໄດ້ແບບອັດຕະໂນມັດ ໂດຍທີ່ບໍ່ຕ້ອງເຮັດທ່າທາງໃດໆ ເພື່ອບັງຄັບຕົວໂດຣນ.

samsung ຈົດສິດທິບັດໃຫມ່ flying display ໜ້າຈໍທີ່ສາມາດບິນໄດ້ - Visit Laos Visit SALANA BOUTIQUE HOTEL - Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້
samsung ຈົດສິດທິບັດໃຫມ່ flying display ໜ້າຈໍທີ່ສາມາດບິນໄດ້ - Visit Laos Visit SALANA BOUTIQUE HOTEL - Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້

ດ້ານລຸ່ມຈະສະແດງພາບອຸປະກອນຈາກມຸມມອງດ້ານເທິງ ຊຶ່ງໃນສິດທິບັດໄດ້ອະທິບາຍເຖິງ “Joint Manipulator” ຊຶ່ງເປັນຄວາມສາມາດໃນການປ່ຽນແປງອົງສາ ຄວາມລາດອ່ຽງຂອງໃບພັດໂດຣນໄດ້ ບໍ່ຈໍາກັດຢູ່ແຕ່ໃນຮູບຊົງສີ່ລ່ຽມຜືນຜ້າຄືໃນໂດຣນປັດຈຸບັນ.

samsung ຈົດສິດທິບັດໃຫມ່ flying display ໜ້າຈໍທີ່ສາມາດບິນໄດ້ - 12622 180220122826F2 247408 - Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້

            ຄາດວ່າພາຍໃນຕົວ Flying Display ໜ້າຈະມີເຊັນເຊີ Gyro, ເຊັນເຊີກວດຈັບການເຄື່ອນໄຫວ ລະບົບສັ່ນສະເທືອນ ຫຼື ເຄື່ອງວັດຄວາມເລັ່ງ, ຄວາມສາມາດໃນການຮັບຮູ້ສຽງເຊັ່ນດຽວກັບ GPS ແລະ ລະບົບກໍານົດຕໍາແໜ່ງ Wi-Fi.

samsung ຈົດສິດທິບັດໃຫມ່ flying display ໜ້າຈໍທີ່ສາມາດບິນໄດ້ - 12622 180220122826sg 247408 - Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້

            ໃນຮູບສຸດທ້າຍສະແດງມຸມມອງດ້ານຂ້າງ ພ້ອມກັບ Joint Manipulator ແລະ ໃບພັດທີ່ສາມາດປ່ຽນອົງສາການບິນໄດ້ ເຮັດໃຫ້ສາມາດປັບມຸມຂອງຈໍສະແດງຜົນໄດ້ຢ່າງລະອຽດ ໂດຍໂດຣນຈະມີສ່ວນກວດຈັບສິ່ງກີດຂວາງ ຊຶ່ງຈະຊ່ວຍໃຫ້ສາມາດກວດຈັບ ແລະ ຫຼີກລ່ຽງວັດຖຸອື່ນໆໄດ້ໂດຍອັດຕະໂນມັດຂະນະບິນ.

samsung ຈົດສິດທິບັດໃຫມ່ flying display ໜ້າຈໍທີ່ສາມາດບິນໄດ້ - 3 - Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້
samsung ຈົດສິດທິບັດໃຫມ່ flying display ໜ້າຈໍທີ່ສາມາດບິນໄດ້ - 4 - Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້
samsung ຈົດສິດທິບັດໃຫມ່ flying display ໜ້າຈໍທີ່ສາມາດບິນໄດ້ - 5 - Samsung ຈົດສິດທິບັດໃຫມ່ Flying Display ໜ້າຈໍທີ່ສາມາດບິນໄດ້