ແຣມຊີ ອາດພາດເກມຊ່ວຍ ອາເຊນອລ ພົບ ແມນຊິຕີ້
ເດິ ຊັນ ສື່ຂອງອັງກິດ ລະບຸ ອາຣອນ ແຣມຊີ ມິດຟິລ ອາເຊນອລ ອາດຈະບໍ່ໄດ້ລົງຫລິ້ນໃນເກມນັດຊີງດຳຂອງ ຄາຣາບາວ ຄັບ ເພາະ ອາແຊນ ເວນເກີ ຜູ້ຈັດການທີມ ອາເຊນອລ ບໍ່ຢາກສ່ຽງໃຊ້ ແຣມຊີ ຈາກສະພາບຄວາມພ້ອມບໍ່ດີເທົ່າທີ່ຄວນ.
ອາຣອນ ແຣມຊີ ກອງກາງຊາວເວລຂອງ ອາເຊນອລ ຍອດສະໂມສອນແຫ່ງ ພຣີເມຍລີກ ອັງກິດ ມີສິດອົດຊ່ວຍທີມໃນເກມ ຄາຣາບາວ ຄັບ ຮອບຊີງຊະນະເລີດ ນັດທີ່ຕົ້ນສັງກັດຈະພົບກັບ ແມນເຊັສຕີ ຊິຕີ້ ທີ່ສະໜາມເວມບລີ ວັນທີ 25 ກຸມພານີ້ ຫລັງຈາກ ອາແຊນ ເວນເກີ ຜູ້ຈັດການທີມ ອາເຊນອລ ບໍ່ຢາກສ່ຽງສົ່ງລາວລົງຫລິ້ນ. ຕາມລາຍງານຂອງ ເດິ ຊັນ ສື່ຊື່ດັງຂອງອັງກິດ.
ແຣມຊີ ມີອາການບາດເຈັບຕົ້ນຂາ ໂດຍອາການດັ່ງກ່າວເຮັດໃຫ້ລາວອາດຈະພາດການລົງຫລິ້ນໃນເກມ ຢູເອຟາ ຢູໂຣປາ ລີກ ຮອບ 32 ທີມສຸດທ້າຍ ນັດສອງ ທີ່ຕົ້ນສັງກັດຈະເປີດບ້ານ ເອມິເຣຕ ສະເຕດ້ຽມ ພົບກັບ ອອສເຕີຊຸນ ທີມຈາກສະວີເດນ ໃນວັນທີ 22 ກຸມພານີ້ ແນ່ນອນແລ້ວ.
ຕອນນີ້ ແຣມຊີ ຕັ້ງໃຈຝຶກຊ້ອມຢ່າງໜັກ ເພື່ອພິສູດໃຫ້ເຫັນວ່າລາວມີສະພາບຄວາມພ້ອມທີ່ດີ ແລະ ພ້ອມສຳລັບເກມໃນວັນທີ 25 ນີ້, ແຕ່ ເວນເກີ ບໍ່ຢາກສ່ຽງໃຊ້ລາວ ເພາະໃນມຸມມອງຂອງລາວນັ້ນ ນັກເຕະອາຍຸ 27 ປີ ອາດຈະມີສະພາບຄວາມພ້ອມທີ່ເໝາະສົມສຳລັບການລົງຫລິ້ນ ແລະ ຮັບບົດບາດສຳຄັນກັບເກມໃນວັນທີ 25 ນີ້. ເຖິງຢ່າງໃດກໍຕາມ, ເດິ ຊັນ ກ່າວອີກວ່າ: ມັນອາດຈະຍັງພໍມີໂອກາດທີ່ນັກເຕະທີມຊາດເວລຈະມີຊື່ເປັນຕົວສຳຮອງ.
ທັງນີ້ ໃນລະດູການນີ້ ແຣມຊີ ໄດ້ລົງຫລິ້ນໃນເກມ ຄາຣາບາວ ຄັບ ປະມານ 6 ນາທີເທົ່ານັ້ນ ຈາກການທີ່ລາວຖືກປ່ຽນຕົວລົງໄປຫລິ້ນໃນຖານະຕົວສຳຮອງ ໃນຮອບຮອງຊະນະເລີດ ນັດສອງ ທີ່ ອາເຊນອລ ຊະນະ ເຊລຊີ 2-1 ໃນວັນທີ 24 ມັງກອນຜ່ານມາ.