ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ

ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ - new born hospital - ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ
ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ - kitchen vibe - ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ

ອົງການອຸຍນີເຊັບໄດ້ເປີດເຜີຍບົດລາຍງານໃໝ່ກ່ຽວກັບອັດຕາການຕາຍຂອງເດັກເກີດໃໝ່ວ່າ: ອັດຕາການຕາຍຂອງເດັກເກີດໃໝ່ໃນທົ່ວໂລກແມ່ນຢູ່ລະດັບເຕືອນໄພສູງ, ສ່ວນໃຫຍ່ແມ່ນຢູ່ປະເທດທຸກຍາກ. ​​ຂະນະ​ທີ່ ສປປ ລາວ ອັດຕາການຕາຍຂອງເດັກເກີດໃໝ່ແມ່ນສູງກວ່າອັດຕາສະເລ່ຍຄື: ມີເຖິງ 28,7 ຄົນໃນເດັກເກີດໃໝ່ 1.000 ຄົນ ແລະ ໃນ 10 ປີຜ່ານມາ, ສປປ ລາວ ໄດ້ປະສົບຜົນສຳເລັດໃນການຫລຸດຜ່ອນອັດຕາການຕາຍຂອງເດັກເກີດໃໝ່ກໍ​ຕາມ, ​ແຕ່ອັດຕາການຕາຍຂອງເດັກເກີດໃໝ່ໃນປັດຈຸບັນຍັງນອນຢູ່ໃນບັນດາປະເທດທີ່ມີອັດຕາການຕາຍສູງໃນຂົງເຂດອາຊີ ແລະ ປາຊີຟິກ.

ທ່ານນາງ ແຮນຣິແອັດຕາ ຟໍເອກ ອາທິບໍດີຜູ້ບໍລິຫານງານສູງສຸດຂອງອົງການຢູນີເຊັບ ກ່າວວ່າ: ເຖິງວ່າພວກເຮົາສາມາດຫລຸດຜ່ອນອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີລົງໄດ້ເຄິ່ງໜຶ່ງໃນທ້າຍໄຕມາດຂອງສັດຕະວັດຜ່ານມາ, ແຕ່ພວກເຮົາຍັງບໍ່ມີຜົນຄືບໜ້າໃນການຢຸດຕິການຕາຍຂອງເດັກທີ່ມີອາຍຸຕໍ່າກວ່າ 1 ເດືອນ, ຊຶ່ງສາເຫດສ່ວນໃຫຍ່ແມ່ນມາຈາກພະຍາດທີ່ສາມາດປ້ອງກັນໄດ້. ສຳລັບເດັກເກີດໃໝ່ໃນປະເທດຍີ່ປຸ່ນ, ໄອແລນ ແລະ ສິງກະໂປ ມີໂອກາດລອດຫລາຍກວ່າໝູ່, ຂະນະທີ່ເດັກເກີດໃໝ່ໃນປະເທດປາກິດສະຖານ, ສາທາລະນະລັດອາຟຣິກາກາງ ແລະ ປະເທດອັບການິສະຖານ ແມ່ນປະເຊີນກັບຊາຕາກໍາທີ່ໜ້າເປັນຫ່ວງທີ່ສຸດ.

ບົດລາຍງານໃຫ້ຮູ້ຕື່ມວ່າ: ໃນທົ່ວໂລກ, ປະເທດທີ່ມີລາຍຮັບຕໍ່າອັດຕາການຕາຍຂອງເດັກເກີດໃໝ່ສະເລ່ຍແມ່ນ 27 ຄົນໃນ 1.000 ຄົນ ແລະ ໃນປະເທດທີ່ມີລາຍຮັບສູງແມ່ນ 3 ໃນ 1.000 ຄົນ.

ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ - 3 - ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ
ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ - 5 - ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ
ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ - 4 - ສາກົນຊີ້ອັດຕາການຕາຍຂອງເດັກເກີດໃໝ່ໃນລາວຍັງສູງ