ເຮືອບັນທຸກດິນຊາຍແຕກຈົມນ້ຳຂອງມີຜູ້ເສຍຊີວິດ 1 ຄົນ

ເຈົ້າໜ້າທີ່ ປກສ ເມືອງປາກລາຍແຂວງໄຊຍະບູລີ ລາຍງານໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 18 ກຸມພາຜ່ານມານີ້, ໄດ້ເກີດອຸປະຕິເຫດເຮືອຈັກບັນທຸກດິນຊາຍຈົມລົງກາງແມ່ນ້ຳຂອງເຂດຫ້ວຍຊົກເມືອງປາກລາຍແຂວງໄຊຍະບູລີ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ເຊິ່ງກ່ອນເກີດເຫດໄດ້ທ້າວ ລັກ ອາຍຸ 27 ປີ ແລະ ນາງ ຝົນ ອາຍຸ 20 ປີທັງສອງເປັນຜົວເມຍກັນ ແລະ ທ້າວ ຖາວອນ ອາຍຸ 29 ປີຢູ່ບ້ານນ້ຳລິນເມືອງປາກລາຍ, ໄດ້ພາກັນໄປເອົາດິນຊາຍຢູ່ບ້ານມ່ວງໃຕ້ເມືອງປາກລາຍ, ເມື່ອໄປຮອດກໍໄດ້ເອົາເຮືອຈັກຂົນດິນຊາຍນໍ້າໜັກປະມານ 3 ໂຕນຢູ່ແມ່ນໍ້າຂອງເຂດດອນກຸ່ມບ້ານມ່ວງເໜືອເມືອງປາກລາຍ ໂດຍແມ່ນທ້າວ ລັກເປັນຄົນຂັບເຮືອ ແລ້ວພາກັນລ່ອງເຮືອກັບ ແລະ ພໍໄປຮອດດອນກ້ອນຂວາງເຂດຫ້ວຍຊົກ ເຮືອໄດ້ແຕກແລ້ວຈົມນ້ຳ ຈຶ່ງເຮັດໃຫ້ນາງຝົນຈົມນ້ຳເສຍຊີວິດ ແລະ ຜ່ານການສືບສວນ-ສອບສວນພົບວ່າເຮືອທີ່ເກີດອຸປະຕິເຫດແມ່ນມີສະພາບເກົ່າແກ່ບວກກັບບັນທຸກດິນຊາຍນ້ຳໜັກເກີນຈຶ່ງພາໃຫ້ເກີດອຸປະຕິເຫດດັ່ງກ່າວ.