ມອບອຸປະກອນການແພດໃຫ້ສຸກສາລາບ້ານບົວບານ


ເພື່ອເປັນການປະກອບ ສ່ວນເຂົ້າໃນການຮັກສາສຸຂະພາບຂອງ ປະຊາຊົນບັນດາ ເຜົ່າ, ເມື່ອບໍ່ດົນມານີ້, ທີ່ສຸກ ສາລາບ້ານບົວບານ, ເມືອງ ປາກລາຍ, ແຂວງໄຊຍະບູລີ. ທ່ານ ສີທະວົງ ບຸນປຣະສົງ ຮອງຫົວໜ້າກົມເສນາຮັກ ກະຊວງປ້ອງກັນປະເທດ ໄດ້ ນຳເອົາອຸປະກອນການແພດ ຈຳນວນໜຶ່ງ ໄປມອບໃຫ້ສຸກສາລາບ້ານດັ່ງກ່າວ ເພື່ອນຳ ໃຊ້ເຂັ້າໃນການປິ່ນປົວພະຍາດ ໂດຍສະເພາະເຂົ້າໃນການ ຜ່າຕັດນ້ອຍ ແລະການຕິດຕາມ ການເຈັບເປັນຂອງເດັກນ້ອຍ ແລະຜູ້ສູງອາຍຸ.
+ ສະມາຄົມນັກທຸລະກິດໜຸ່ມ ແຂວງຈຳປາສັກມອບອຸປະກອນການແພດໃຫ້ໂຮງໝໍ 100 ລ້ານກີບ
+ ອົງການ KOICA ມອບອຸປະກອນການແພດ ແລະ ຕົວຢ່າງອາຫານສໍາເລັດຮູບໃຫ້ໂຮງໝໍເດັກ
ກ່າວຮັບ ໂດຍ ທ່ານ ສີທົນ ອິນທະວົງ ຫົວໜ້າສຸກສາລາ ບ້ານບົວບານ ອຸປະກອນ ທີ່ນຳ ມາຊ່ວຍເຫຼືອຄັ້ງນີ້ປະກອບມີ ລໍ້ນັ່ງຄົນເຈັບ 1 ເຄື່ອງ, ໂຕະລໍ້ ໃສ່ເຄື່ອງມືການແພດ 1 ໜ່ວຍ, ເຄື່ອງມືຜ່າຕັດນ້ອຍ 2 ຊຸດ, ເຄື່ອງຊ່ວຍຫາຍໃຈເດັກນ້ອຍ ເກີດໃໝ່ 1 ຊຸດ, ເຄື່ອງວັດ ແທກຄວາມດັນເລືອດ 1 ຊຸດ ແລະອື່ນໆອີກຈຳນວນໜຶ່ງ ລວມມູນຄ່າທັງໝົດ 6 ລ້ານ ກີບ, ເຊິ່ງເຄື່ອງຊ່ວຍເຫລືອ ນີ້ສ່ວນໜຶ່ງແມ່ນໄດ້ມາຈາກ ການປະກອບສ່ວນຂອງພະ ນັກງານກົມເສນາຮັກ ແລະ ຄອບຄົວຂອງທ່ານ ສີທະວົງ ບຸນປຣະສົງ ພ້ອມທັງມີຄຳ ເຫັນວ່າ: ເຄື່ອງຊ່ວຍເຫຼືອນີ້ ເຖິງ ຈະບໍ່ຫຼາຍແຕ່ກໍສະແດງໃຫ້ ເຫັນເຖິງນຳ້ໃຈສາມັກຄີຮັກ ແພງ ຂອງກອງທັບຕໍ່ປະຊາ ຊົນລາວບັນດາເຜົ່າກໍຄືນຳ້ ໃຈຮັກເຊື້ອແພງຊາດ, ຄວາມ ຮັກບ້ານເກີດເມືອງນອນ- ບ້ານ ຝັງສາຍແຫ່ ບ້ານແຜ່ສາຍບື ຂອງຕົນ ແລະ ເຊື່ອວ່າ ໃນອະ ນາຄົດຈະສືບຕໍ່ຂົນຂວາຍຊອກ ຫາແຫຼ່ງທຶນການແພດ ແລະ ອື່ນໆ ເພື່ອມາຊ່ວຍເຫຼືອຮັກສາ ສຸຂະພາບປິ່ນປົວຄົນເຈັບອີກ ຕື່ມ: ໂອກາດນີ້ ຫົວໜ້າສຸກ ສາລາບ້ານບົວບານ ກໍໄດ້ກ່າວ ສະແດງຕວາມຂອບໃຈ ຕໍ່ການ ນຳຂອງ ກະຊວງປ້ອງກັນປະ ເທດ, ກົມໃຫຍ່ພະລາທິການ ກໍຄືກົມເສນາຮັກ ແລະ ຄອບ ຄົວຂອງ ທ່ານ ສີທະວົງ ບຸນ ປຣະສົງ ແລະ ຢືນຢັນຈະນຳ ໃຊ້ອຸປະກອນການແພດທີ່ໄດ້ ຮັບນີ້ໃຫ້ເກີດປະໂຫຍດສູງ ສຸດແກ່ປະຊາຊົນທີ່ເຂົ້າມາ ບໍລິການຢູ່ສຸກສາລາໃຫ້ມີປະ ສິດທິຜົນດີ./.