ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ

ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ - 001 - ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ
ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ - kitchen vibe - ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ

ເມື່ອບໍ່ດົນມາ ນີ້, ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 13 ນຳໂດຍ ທ່ານ ສຸກສະຫວັນ ໄຊສົມບັດ ກຳມະ ທິການ ວັດທະນະທຳ-ສັງຄົມ, ທ່ານນາງ ພາວັນ ບົວຫລວງ ລາດ ກຳມະທິການ ເສດຖະ ກິດ- ແຜນການ ແລະ ກວດ ສອບ ແລະ ສະມາຊິກສະ ພາແຂວງ(ສສຂ) ເຂດ ເລືອກ ຕັ້ງ ເມືອງໄກສອນ ພົມວິຫານ ໄດ້ເຄື່ອນໄຫວພົບ ປະອຳນາດ ການປົກຄອງທ້ອງຖິ່ນພາຍ ໃນເທສະບານ ເມືອງໄກສອນ ພົມວິຫານ 4 ຈຸດ ໂດຍມີປະ ຊາຊົນເຂດກຸ່ມບ້ານ ໃນເທ ສະບານ ເຂົ້າຮ່ວມຕ້ອນຮັບ ດ້ວຍຄວາມອົບອຸ່ນ, ເພື່ອຮັບ ຟັງການເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອ ທີ 4 ສະພາປະຊາຊົນແຂວງ ສະຫວັນນະເຂດ ຊຸດທີ 1 ແລະ ຜົນສຳເລັດກອງປະຊຸມ ສະໄໝ ສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດຊຸດທີ VIII, ພ້ອມ ທັງສະເໜີບັນ ຫາຕ່າງໆ ເພື່ອ ສ້າງເງື່ອນໄຂ ກະກຽມຄວາມ ພ້ອມໃຫ້ແກ່ການປະກາດ ເປັນ ນະຄອນ ໄກສອນ ພົມວິຫານ ໃນຕໍ່ໜ້າ ເປັນຕົ້ນ: ການແກ້ໄຂ ຄວາມ ສະອາດໃນຕົວເມືອງ, ຄວາມ ເປັນລະບຽບຮຽບ ຮ້ອຍ, ການຄຸ້ມຄອງສິ່ງ ແວດ ລ້ອມ ແລະ ການຈຳກັດຂີ້ ເຫຍື້ອໃນຂອບເຂດຕົວ ເມືອງ ຕະ ຫລອດຮອດການແກ້ບັນ ຫາການຕັ້ງຮ້ານຂາຍ ເຄື່ອງ ຕາມທາງຍ່າງຢູ່ຖະໜົນລາດ ສະວົງເສິກ, ຖະໜົນມະຄະ ສະຫວັນ ແລະ ບັນຫາປ່ອຍ ສັດລ້ຽງຊະຊາຍໃນຕົວ ເມືອງ ແລະ ອື່ນໆ, ເຊິ່ງຈະ ຕ້ອງໄດ້ຮ່ວມກັນແກ້ ໄຂໃຫ້ດີ ຂຶ້ນໂດຍໄວ./.

 

ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ - Visit Laos Visit SALANA BOUTIQUE HOTEL - ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ
ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ - Visit Laos Visit SALANA BOUTIQUE HOTEL - ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ

+ ເປີດກອງ​ປະຊຸມຄົບຄະນະຂອງ ສສຊ ​ເພດ​ຍິງ ປະຈໍາປີ 2017

+ ກອງປະຊຸມສະໄໝສາມັນເທ່ືອທີ 4 ຂອງ ສພຂ ສາລະວັນ ຊຸດທີ 1

 

ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ - 3 - ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ
ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ - 4 - ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ
ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ - 5 - ສສຊ ແລະ ສສຂ ສະຫວັນນະເຂດພົບປະ ປະຊາຊົນເມືອງໄກສອນ ພົມວິຫານ