ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ

ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ - 1519260224 25638 103279 1 - ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ
ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ - kitchen vibe - ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ

​ເກີດ​ເຫດ​ລະ​ເບີດ​ຂຶ້ນ ທີ່​ສາຂາ​ໜຶ່ງ​ຂອງ​ທະນາຄານ​ໂຍມາ ​ໃນ​ເມືອງ​ລ່າ​ສຽວ ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ລັດ​ສານ ທາງ​ຕອນ​ເໜືອ​ຂອງ​ປະ​ເທດ​ມຽນມາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ອີກ 22 ຄົນ.

ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ - 1519260268 97974 103279 2 300x200 - ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ

​ເຈົ້າໜ້າ​ທີ່​ມຽນມາ​ກ່າວ​ວ່າ: ຜູ້​ເສຍ​ຊີວິດ​ເປັນ​ພະນັກງານ​ຂອງ​ທະນາຄານ​ທັງ 2 ຄົນ ​ໃນ​ຂະນະ​ທີ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບອີກ 22 ຄົນ. ອາຄານ​ຫລາຍ​ຫລັງ​ທີ່ຢູ່​ໃນ​ບໍລິ​ເວນ​ໃກ້​ຄຽງ​ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ແຮງ​ລະ​ເບີດ ​ເຊິ່ງມີ​ຄວາມ​ຮຸນ​ແຮງ​ຫລາຍ. ປັດຈຸບັນ​ເຈົ້າໜ້າ​ທີ່​ກຳລັງ​ເຂົ້າກວດ​ສອບ​ຈຸດ​ເກີດ​ລະ​ເບີດ. ພາບ​ຖ່າຍ​ໃນ​ບໍລິ​ເວນ​ເກີດ​ເຫດ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ແກ້ວ​ແວ່ນ​ຂອງ​ທະນາຄານ​ແຕກ​ເສຍ​ຫາຍ ​ຂະນະ​ທີ່​ລົດ​ທີ່​ຈອດ​ຢູ່​ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເຊັ່ນ​ກັນ. ຈົນ​ເຖິງ​ປັດຈຸບັນ​ນີ້​ຍັງ​ບໍ່​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ວ່າ​ເປັນ​ຜູ້​ກໍ່​ເຫດ​ໃນ​ຄັ້ງນີ້, ​ແຕ່​ລັດ​ສານ​ເປັນ​ລັດ​ທີ່​ມີ​ຫລາຍ​ຊົນ​ຊາດ​ອາ​ໄສ​ຢູ່ ​ແຕ່​ການ​ໂຈມ​ຕີ​​ໃນ​ເຂດ​ເມືອງ​ນັ້ນ​​ເກີດ​ຂຶ້ນໜ້ອຍ​ທີ່​ສຸດ.

​ໂຄສົກ​ລັດຖະບານ​ມຽນມາ​ຖະ​ແຫລ​ງຜ່ານ​ເຟສບຸ​ກວ່າ: ຍິງ​ຜູ້​ບໍລິສຸດ 2 ຄົນ​ຕ້ອງ​ມາ​ເສຍ​ຊີວິດ ​ແລະ ພົນລະ​ເຮືອນ​ອີກ 22 ຄົນ ບາດ​ເຈັບ ​ເພາະ​ເຫດ​ລະ​ເບີດ. ຂະນະ​ທີ່​ທະນາຄານ​ໂຍມາ​ອອກ​ຖະ​ແຫລ​ງການສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ການ​ສູນ​ເສຍ​ທີ່​ເກີ​ດຂຶ້ນ. ສ່ວນ​ຕຳຫລວດ​ໃນ​ນະຄອນຫລວງ​ເນ​ປີ​ດໍ ກ່າວ​ຢືນຢັນ​ວ່າ: ມີ​ການ​ເສຍ​ຊີວິດ​ແທ້ ​ແລະ ຜູ້​ບາດ​ເຈັບ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ສົ່ງ​ໂຮງໝໍ​ແລ້ວ.

ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ - 3 - ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ
ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ - 4 - ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ
ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ - 5 - ລະເບີດທະນາຄານໃນມຽນມາ ເສຍຊີວິດ 2 ຄົນ ບາດເຈັບ 22 ຄົນ