ເດັກນ້ອຍລາວເກີດຢູ່ໄທ ຈະໄດ້ ສັນຊາດ
ປະຊາຊົນລາວລາວອົບພະຍົບ ຢູ່ ແຂວງອຸບົນ ປະເທດໄທ ມີຄວາມດີໃຈ ຫລັງຈາກ ທີ່ລັດຖະບານໄທ ໄດ້ອອກນະໂຍບາຍ ສະບັບໃໝ່ ໃນເດືອນກຸມພາ ທີ່ຜ່ານມາ ເພື່ອໃຫ້ສັນຊາດ ແກ່ລູກຫລານເຂົາເຈົ້າ ທີ່ເກີດຢູ່ໃນ ປະເທດໄທ. ນະໂຍບາຍດັ່ງກ່າວ ຈະເຮັດໃຫ້ ລູກຫລານ ປະຊາຊົນລາວອົບພະຍົບ ທີ່ບໍ່ມີສັນຊາດ ໃນໄທ ຈະໄດ້ຮັບສັນຊາດ ໃນໄວໆນີ້. ດັ່ງທ່ານ ສີຣິລັກ ຄົດສະຫວັດ ຜູ້ປະສານເຄືອຂ່າຍ ຄົນຮັກແມ່ນ້ຳຂອງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 14 ເມສາ ນີ້ວ່າ:
“ຣັຖບານ ໂດຍແມ່ນກະຊວງມະຫາດໄທ ນີ້ກໍໄດ້ປະກາດກ່ຽວກັບ ເລື້ອງຂອງການຕັ້ງ ໃຫ້ຄົນທີ່ເກີດ ໃນປະເທດໄທ ແລ້ວບໍ່ໄດ້ຮັບສັນຊາດ ໄທ ຫລື ເປັນຄົນຕ່າງດ້າວ ໃຫ້ຄົນກຸ່ມນີ້ ໄດ້ສັນຊາດໄທ ຈາກທີ່ບໍ່ມີເລີຍ ບໍ່ທັນມີຊ່ອງທາງໃດ ໄດ້ສັນຊາດ ຊຶ່ງມະຕິ ຂອງລັດຖະບານນີ້ກໍ ພະຍາຍາມ ແກ້ໄຂບັນຫາ ໃຫ້ເດັກນ້ອຍ ພວກນີ້”.
ທ່ານກ່າວອີກວ່າ ນະໂຍບາຍນີ້ ເປັນສະບັບໃໝ່ ຊຶ່ງທີ່ຜ່ານມາ ລັດຖະບານໄທ ກໍອອກມະຕິ ສະບັບວັນທີ 7 ທັນວາ 2016 ແລະໄດ້ມີການປະກາດທົ່ວປະເທດ ຢ່າງເປັນທາງການແລ້ວ ໃນວັນທີ 16 ກຸມພາ ຜ່ານມາ, ໃນຂະນະທີ່ນະໂຍບາຍ ສະບັບເກົ່າ ແມ່ນຈະມອບສັນຊາດໃຫ້ແກ່ ລູກຫລານປະຊາຊົນລາວອົບພະຍົບ ຜູ້ທີ່ເກີດ ພາຍໃນວັນທີ 26 ກຸມພາ ປີ 1992.
ຈຳນວນຄົນລາວອົບພະຍົບ ທີ່ໜ່ວຍງານດັ່ງກ່າວ ກຳລັງໃຫ້ການຊ່ວຍເຫລືອ ມີປະມານ 900 ຄົນ ແລະ ເຂົາເຈົ້າຈະໄດ້ຮັບ ສັນຊາດໄທ ໃນໄວໆນີ້ ຫລັງຈາກທີ່ເຂົາເຈົ້າ ລໍຖ້າມາຫລາຍປີ ຕາມການຢັ້ງຢືນ ຂອງເຈົ້າໜ້າທີ່. ໜ່ວຍງານເຄືອຂ່າຍ ຄົນຮັກແມ່ນ້ຳຂອງ ໄດ້ເລີ້ມມີ ການລົງພື້ນທີ່ ເພື່ອແຈ້ງໃຫ້ ຄົນລາວອົບພະຍົບ ທີ່ອາໃສຢູ່ ໃນແຕ່ລະອຳເພີເມືອງ ຢູ່ແຂວງອຸບົນ ໃຫ້ຮູ້ເຖິງນະໂຍບາຍ ຂອງລັດຖະບານໄທ ສະບັບໃໝ່ນີ້ແລ້ວ ເພື່ອໃຫ້ເຂົາເຈົ້າ ຕຽມເອກກະສານ ໃຫ້ພ້ອມ ກ່ອນທີ່ຈະພາໄປ ຍື່ນໃຫ້ໜ່ວຍງານ ຣາຊການໄທ ໃນຂັ້ນຕໍ່ໄປ.