ລາວຕັ້ງເປົ້າສົ່ງເຂົ້າອອກຂາຍໄປຈີນເພີ່ມຂຶ້ນ

ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມງານວາງສະແດງສີນຄ້າກະສິກຳຫັດຖະກຳ ແລະ ອຸດສາຫະກຳປະຈຳປີ 2018 ຂອງເມືອງນາຊາຍທອງນະຄອນຫລວງວຽງຈັນວ່າ: ໃນປີນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສຸມໃສ່ປະຕິບັດ 2 ໂຄງການໃຫຍ່ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຄື: ວຽກງານການປູກຝັງ-ລ້ຽງສັດ ແລະ ການຜະລິດເປັນສິນຄ້າຂອງປະຊາຊົນ, ໂດຍສຸມໃສ່ການຜະລິດເຂົ້າໃຫ້ຫລາຍ, ເນື່ອງຈາກໄລຍະນີ້ແມ່ນພວມຊຸກຍູ້ຊາວກະສິກອນໄດ້ຂຸ້ນຂ້ຽວປັກດຳນາແຊງໃນເນື້ອທີ່ 95 ພັນເຮັກຕາໃນທົ່ວປະເທດ ແລະ ໄດ້ປັກດຳສຳເລັດແລ້ວເປັນສ່ວນໃຫຍ່, ໂດຍສະເລ່ຍສະມັດຖະພາບ 3-4 ໂຕນຕໍ່ເຮັກຕາ. ນອກນັ້ນ, ເພື່ອຜະລິດເຂົ້າໃຫ້ໄດ້ຕາມແຜນທີ່ລັດຖະບານຈີນຕ້ອງການເປັນຈໍານວນຫລາຍ, ພວກເຮົາໄດ້ສຸມໃສ່ການຜະລິດຢູ່ແຂວງຄໍາມ່ວນ ແລະ ສະຫວັນນະເຂດເປັນຫລັກ, ເນື່ອງຈາກມີເນື້ອທີ່ກວ້າງ, ມີຊົນລະປະທານຂະໜາດໃຫຍ່ ແລະ ຮັບປະກັນການຜະລິດໄດ້ສອງ
ລະດູ. ນອກນີ້, ຍັງໄດ້ເກັບຊື້ເຂົ້ານຳບັນດາແຂວງອ້ອມຂ້າງຕື່ມອີກ, ໂດຍເຂົ້າທີ່ສົ່ງໄປຈີນແມ່ນເຂົ້າຈ້າວ, ເຊິ່ງປີ 2017 ໄດ້ສົ່ງເຂົ້າໄປ ສປຈີນ ມີພຽງແຕ່ 4 ພັນໂຕນເທົ່ານັ້ນ ແລະ ປີນີ້ໄດ້ຕັ້ງເປົ້າຈະສົ່ງໄປຫລາຍກວ່າ 6 ພັນໂຕນ.
ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ປີຜ່ານມາ, ລາວໄດ້ໂຄຕ້າສົ່ງເຂົ້າສານໄປຈີນຈຳນວນ 20 ພັນໂຕນ ແລະ ມີພຽງບໍລິສັດ ຊວນເຢ ທີ່ສາມາດສົ່ງໄປໄດ້ຍ້ອນບໍລິສັດດັ່ງກ່າວມີມາດຕະຖານສາກົນ (AQSIQ) ໃນດ້ານການກວດແນວພັນ, ກວດວິທີການຜະລິດ, ການສີເຂົ້າ, ການອົບ, ການຫຸ້ມຫໍ່ ເພື່ອໃຫ້ໄດ້ມາດຕະ
ຖານສົ່ງອອກໄປຈີນໄດ້ ແລະ ມາຮອດເດືອນຕຸລາ 2017 ສາມາດປະຕິບັດໄປໄດ້ພຽງ 4.200 ໂຕນເທົ່ານັ້ນ, ຍ້ອນພົບຄວາມຄວາມຫຍຸ້ງຍາກຫລາຍດ້ານຄື: ກົນໄກການຈັດຕັ້ງບໍລິສັດສົ່ງອອກມີແຕ່ບໍລິສັດດຽວເຮັດໃຫ້ຈໍາກັດຈໍານວນລົງ, ຄຸນນະພາບ, ມາດຕະຖານເຂົ້າ, ລວມທັງລາຄາຂ້ອນຂ້າງສູງ ຖ້າສົມທຽບໃສ່ປະເທດທີ່ນຳເຂົ້າໄປ ສປຈີນ ແລະ ຄວາມເຂົ້າໃຈຂອງຜູ້ປະກອບການລາວຢູ່ໃນວົງການຜະລິດເຂົ້າຕໍ່ກັບລະບຽບການນໍາສົ່ງເຂົ້ານີ້ຍັງຈຳກັດ. ສ່ວນເຂົ້າສານທີ່ສົ່ງອອກໄປຈີນມີເຂົ້າໜຽວ, ເຂົ້າຈ້າວ, ເຂົ້າແດງ, ເຂົ້າກໍ່າ, ເຂົ້າຫ້າສີ, ເຂົ້າໝາກເຂືອ, ເຂົ້າໄກ່ນ້ອຍ, ເຂົ້າຮາງໄກ່ນ້ອຍ, ເຂົ້າຈ້າວຫອມມະລິ ແລະ ປະເພດອື່ນໆ.