ໝໍອິນເດຍຜ່າຕັດຊີ້ນປົ່ງໃນສະໝອງ ໃຫຍ່ທີ່ສຸດໃນໂລກສຳເລັດ

ຄະນະແພດໃນອິນເດຍຜ່າຕັດເອົາຊີ້ນປົ່ງໃນສະໝອງ (brain tumor) ນ້ຳໜັກ 1,8 ກິໂລ ອອກຈາກຄົນໄຂ້ອາຍຸ 31 ປີ ໄດ້ສຳເລັດ ເຊື່ອວ່າອາດເປັນຊີ້ນປົ່ງໃນສະໝອງຂະໜາດໃຫຍ່ທີ່ສຸດໃນໂລກ.
ທີມແພດຈາກໂຮງໝໍໄນ ນະຄອນມຸມໄບ ທາງພາກຕາເວັນຕົກຂອງອິນເດຍ ໃຊ້ເວລາ 7 ຊົ່ວໂມງ ໃນການຜ່າຕັດເອົາກ້ອນຊີ້ນຂະໜາດໃຫຍ່ອອກຈາກສະໝອງຂອງທ້າວ ສັນລາລປາລ ໃນວັນທີ 14 ກຸມພາ ແຕ່ບໍ່ມີການເປີດເຜີຍຂ່າວການຜ່າຕັດໃຫ້ສັງຄົມທົ່ວໄປໄດ້ຮັບຮູ້ ເນື່ອງຈາກທີມແພດບໍ່ແນ່ໃຈວ່າການຜ່າຕັດຄັ້ງນີ້ຈະປະສົບຜົນສຳເລັດ ຫລື ບໍ່.
ດຣ. ຕຣີມູຣຕິ ນັດການີ ຫົວໜ້າພະແນກປະສາດສັນຍະກຳ ກ່າວວ່າ: ຕອນນີ້ເປັນໄລຍະຂອງການພັກຟື້ນ, ແຕ່ຄົນໄຂ້ໄດ້ພົ້ນຂີດອັນຕະລາຍແລ້ວ.
ທ້າວ ປາລ ເປັນເຈົ້າຂອງຮ້ານຄ້າແຫ່ງໜຶ່ງໃນລັດອຸຕໍປະເທດ ທາງພາກເໜືອຂອງອິນເດຍ ມີຊີ້ນປົ່ງໃນສະໝອງມາ 3 ປີກ່ອນຈະເຂົ້າຮັບການຜ່າຕັດຄັ້ງນີ້. ຄະນະແພດທີ່ຮັກສາລະບຸວ່າ: ຊີ້ນປົ່ງເຮັດໃຫ້ລາວສູນເສຍການແນມເຫັນ, ແຕ່ຫວັງວ່າລາວຈະກັບມາແນມເຫັນອີກຄັ້ງຫັງຈາກອາການດີຂຶ້ນ.