ວິທີຝຶກລູກກິນເຂົ້າເອງ
February 23, 2018 - 11:52 AM

ວິທີຝຶກລູກກິນເຂົ້າເອງບໍ່ຍາກເລີຍ ເພາະເດັກນ້ອຍ ເມື່ອເຖິງໄວຈະເລີ່ມສະແດງພຶດຕິກໍາບາງຢ່າງ ເພື່ອໃຫ້ເປັນໄປຕາມຂະບວນການພັດທະນາຂອງຮ່າງກາຍ ຊຶ່ງນັ້ນເປັນສັນຍານທີ່ບົ່ງບອກວ່າ ພວກເຂົາພວມທີ່ຈະເລີ່ມຊ່ວຍເຫຼືອຕົນເອງໄດ້ແລ້ວ ການຝຶກໃຫ້ລູກໄດ້ຮຽນຮູ້ການເຮັດຫຍັງບາງຢ່າງດ້ວຍຕົນເອງ ພໍ່ແມ່ຄວນເລີ່ມຈາກເລື່ອງໃກ້ຕົວງ່າຍໆກ່ອນ ເຊັ່ນ: ການກິນເຂົ້າດ້ວຍຕົນເອງ ແລະ ສໍາລັບວິທີຝຶກລູກກິນເຂົ້າເອງນັ້ນມີດັ່ງຕໍ່ໄປນີ້:
- ແນະນໍາພໍ່ແມ່ວ່າ ໃຫ້ລູກນ້ອຍລອງຈັບບ່ວງຂອງຕົນເອງເບິ່ງ ແຕ່ກໍຢ່າປ່ອຍໃຫ້ລູກນ້ອຍກິນເຂົ້າເອງກ່ອນ ພໍ່ແມ່ຄວນຈະມີບ່ວງອີກອັນໜຶ່ງ ເພື່ອຕັດອາຫານໃຫ້ລູກກິນນຳ.
- ບ່ວງທີ່ໃຊ້ສໍາລັບເດັກນ້ອຍ ຄວນເລືອກເບິ່ງວ່າມີຂະໜາດໃຫຍ່ເກີນໄປ ຫຼື ບໍ່ ລູກນ້ອຍຈັບສະດວກບໍ່ ? ມີກ້ານຄົມທີ່ອາດເຮັດໃຫ້ລູກໄດ້ຮັບບາດເຈັບ ຫຼື ບໍ່, ມີສີສັນສົດໃສດຶງດູດລູກນ້ອຍປານໃດ ເພາະອົງປະກອບພວກນີ້ ຈະເຮັດໃຫ້ເດັກນ້ອຍສົນໃຈລອງໃຊ້.
- ພໍ່ແມ່ລອງສາທິດການໃຊ້ ແລະ ການກິນໃຫ້ລູກເບິ່ງກ່ອນ ຈາກນັ້ນໃຫ້ລູກນ້ອຍໄດ້ລອງເຮັດຕາມ ເພາະເດັກນ້ອຍເຂົາເລີ່ມທີ່ຈະຮຽນແບບແລ້ວ ລະຫວ່າງນັ້ນພໍ່ແມ່ກໍກິນເຂົ້າໄປພ້ອມ ເພື່ອໃຫ້ລູກໄດ້ຮຽນຮູ້ການກິນທີ່ຖືກວິທີ ແຕ່ບໍ່ຕ້ອງເລັ່ງ ຄ່ອຍເປັນຄ່ອຍໄປໃຫ້ລູກຈັບໃຫ້ລຶ້ງເຄີຍກ່ອນດຽວກໍເປັນເອງ.
- ລອງໃຫ້ລູກເຮັດຊໍ້າໆ ຕອນທໍາອິດພໍ່ແມ່ອາດຈະລອງຈັບມືລູກໃຫ້ຕັກ ແລະ ດັນບ່ວງໃຫ້ເຂົ້າປາກໄປກ່ອນ ເຮັດສະຫລັບກັບປ້ອນເຂົ້າເອງ ຈະໄດ້ບໍ່ເປັນການບັງຂັບຫຼາຍເກີນໄປ.
- ແບ່ງຖ້ວຍອາຫານສໍາລັບໃຫ້ລູກຕັກເອງ ແລະ ຖ້ວຍສໍາລັບປ້ອນລູກ ເພື່ອປ້ອງກັນບໍ່ໃຫ້ຖ້ວຍຂວ້ຳ.