ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ

- maxresdefault 2 - ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ
- kitchen vibe - ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ

ໂດຍ: ກ້ອງສ່ອງ ອິດສະຫລະ

ໃນປາງກ່ອນຄູບາອາ ຈານ, ພໍ່ແມ່ເຖົ້າແກ່ ເພິ່ນເຄີຍ ແນະນຳ ແລະ ເລົ່າສູ່ພວກເຮົາ ຟັງວ່າຢາກໃຫ້ບ້ານເມືອງເຮົາ ຢູ່ດີມີສຸກ, ມີຄວາມສະຫງົບ ປອດໄພ, ບ້ານເມືອງບໍ່ມີເສີກ ສົງຄາມ ປະຊາຊົນ ຢູ່ຊຸ່ມກິນ ເຢັນ, ຊີວິດການເປັນຢູ່ດີຂຶ້ນກໍ ມີແຕ່ພ້ອມກັນສ້າງສາພັດທະ ນາບ້ານເມືອງໃຫ້ຈະເລີນຮຸ່ງ ເຮືອງ, ໃນສະພາວະຄວາມເປັນ ຈິງດັ່ງທີ່ວ່າມານີ້, ໜຶ່ງໃນກິດ ຈະກຳທາງສັງຄົມກໍຄືການ ແຕ່ງງານ ຫລື ເວົ້າໃນພາສາ ຊາວບ້ານກໍຄືງານດອງ, ກິນ ດອງ ສ່ວນກິດຈະກຳອັນທີສອງ ກໍແມ່ນການເຮັດບຸນສິນກິນ ທານຕາມຮີດຄອງປະເພນີຂອງແຕ່ລະທ້ອງຖິ່ນນັບແຕ່ຕົວເມືອງໄປຮອດຊົນນະບົດ ຕາມເຮົາ ວ່າໃນກິດຈະກຳສອງຢ່າງນີ້: ມັນໄປຄຽງຄູ່ກັບສັງຄົມລາວ, ກາຍເປັນຮີດຄອງປະເພນີອັນ ດີງາມຂອງທ້ອງຖິ່ນກໍຄືຂອງ ຊາດ, ຖືວ່າໃນກິດຈະກຳສອງ ຢ່າງນີ້ມັນຈະຢູ່ຄຽງຄູ່ກັບຊາດ ລາວ, ຄົນລາວຕະຫລອດໄປ.

- Visit Laos Visit SALANA BOUTIQUE HOTEL - ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ
- Visit Laos Visit SALANA BOUTIQUE HOTEL - ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ

- 28379478 1534989516550287 3907387682276035152 n - ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ

+ ເຮັດບຸນສິນກິນທານໃຫ້ສອດຄ່ອງ

+ ມ່ວນໂພດໃຫ້ໂທດແກ່ຊີວິດ

ໃນປີນີ້, ສຳລັບ ຜູ້ຂຽນເອງ ນັບແຕ່ອອກພັນສາເປັນຕົ້ນມາ ສະເລ່ຍບັດເລົ່າບຸນກັບບັດເຊີນ ງານດອງຂອງຍາດຕິພີ່ນ້ອງ ແລະ ເພື່ອນມິດແຕ່ລະອາດທິດ ບໍ່ຕ່ຳກວ່າຫ້າ ຫລື ບາງອາທິດ ກໍເປັນສິບ ແຕ່ຖ້າທຽບໃສ່ເພິ່ນ ຜູ້ເປັນເຈົ້າ, ເປັນນາຍ ຫລື ຜູ້ໃຫຍ່ ໄມ້ສູງແດ່ກໍອາດຈະຫລາຍ ກວ່ານີ້. ຕາມເຮົາຄິດເມ່ືອມາສະ ຫລຸບເບິ່ງຄັກໆ ການທີ່ເຮົາໄດ້ ຮັບການເລົ່າບຸນສິນກິນທານ, ເຊີນໄປຮ່ວມງານດອງຈາກໝູ່ ຄູ່, ເພື່ອນມິດທີ່ຢູ່ໃກ້ຢູ່ໄກຈາກ ພີ່ນ້ອງປ້ອງປາຍຄົນໃກ້ສິດຮັກ ແພງກໍຖືວ່າເຮົາຍັງເປັນຜູ້ໂຊກ ດີທີ່ມີຍາດຕີພີນ້ອງ ຫລື ໝູ່ຄູ່ ເພື່ອນມິດຍັງຄິດເຫັນເຮົາ, ຍັງ ຮັກສາໄດ້ຄວາມສາມັກຄີຮັກ ແພງ ແລະ ຖືວ່າເຮົາຍັງບໍ່ທັນ ເປັນຄົນທີ່ຖືກລືມຂອງໝູ່ ເພື່ອນ, ແຕ່ສິ່ງທີ່ໜັກໃຈໜ້ອຍ ໜຶ່ງນັ້ນກໍຄືການແບ່ງນ້ຳໃຈກໍ ຄືປັດໄຈໃຫ້ກັນ ແລະ ກັນເວົ້າ ຄວາມ ຈິງຊ່ວງໄດ້ຮັບເງິນ ເດືອນໃໝ່ໆ ຖົງຍັງພໍສິຕຶ່ງໆ ແດ່ກໍໃສ່ຊອງອ່າວພໍດ້າມພໍດີ ແຕ່ວ່າຊ່ວງໄລຍະທ້າຍເດືອນ ມາກໍຈັບນີ້ໃສ່ຫັ້ນ, ຈັບຫັ້ນໃສ່ ນີ້ຍ້ອນ ວ່າຖົງມັນບໍ່ຕຶ່ງຄືເກົ່າ ຖ້າຈະໃຫ້ສະຫລຸບເບິ່່ງ ແລະ ເອົາ ບັນຊີມາວັດກັນກັບເງິນເດືອນ ແຕ່ລະເດືອນທີ່ຈະເອົາມາໃສ່ ຊອງມັນກໍພໍດີເປະ ຫລື ບາງ ເດືອນກໍບໍ່ພໍຕໍ່ກັບສະພາບສັງ ຄົມທີ່ພວມກ້າວໜ້າ ແລະ ພັດ ທະນາໃນດ້ານນີ້ ຈຶ່ງເຮັດໃຫ້ ບາງທ່ານ, ບາງສະຫາຍພາ ກັນຈົ່ມພຶມພຳຕໍ່ກັນວ່າ “ເຕັມທີ ຫລາຍ” ງານບຸນ, ງານດອງ ມີ ມາລຽນຕິດຫາເງິນ ຊີໃສ່ຊອງ ກໍທັງຍາກ, ຄັນຊິປະຊິຖິ້ມກັນ ກໍບໍ່ເປັນ, ພໍບັດເຊີນມາຮອດມາ ເຖິງຈະໜ້ອຍ ຫລື ຫລາຍຢູ່ໃກ້ ຫລື ຢູ່ໄກ ກໍຕ້ອງໄດ້ໄປຮອດໄປ ເຖິງກັນ, ຊ່ວຍເຫລືອກັນ, ທີ່ ໝູ່ທີ່ເຮົາ, ທີ່ເພິ່ນທີ່ໂຕ, ທີ່ເຈົ້າ ທີ່ຂ້ອຍ, ເຖິງວ່າເຮົາບໍ່ເປັນຄົນ ລວຍເງິນ, ລວຍຄຳ, ລວຍຊັບ ສິນແຕ່ເຮົາກໍລວຍນ້ຳໃຈ, ຄິດ ໃສ່ເພິ່ນຜູ້ຮັ່ງຜູ້ມີນັ້ນມັນກໍບໍ່ສາ ມາດທຽບໄດ້.
ເຖິງຢ່າງໃດກໍດີ, ຕາມເຮົາ ຄິດ ການເຂົ້າຮ່ວມການເຄື່ອນ ໄຫວທາງດ້ານສັງຄົມຕາມຮີດຄອງປະເພນີ,ຕາມຮີດສິບສອງຄອງສິບສີ່, ຮີດຍີ່ຄອງຈຽງມັນ ກໍເປັນປະເພນີຂອງຄົນລາວ ເຮົາຢູ່ແລ້ວ, ເປັນເອກະລັກທາງ ດ້ານວັດທະນະທຳຂອງທ້ອງ ຖິ່ນ ແລະ ຂອງຊາດ ເປັນການ ໃຫ້ທານຊະນິດໜຶ່ງ, ການຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນນັ້ນເປັນ ແຫລ່ງເພາະພັນແຫ່ງຄວາມ ສຸກເປັນບໍ່ເກີດແຫ່ງຄວາມສາ ມັກຄີລະຫວ່າງໝູ່ຄູ່ ແລະ ເພື່ອນ ມິດໃນເງື່ອນໄຂສະພາບການ ບ້ານເມືອງພວມມີການສ້າງ ສາພັດທະນາໃນຍຸກນີ້ ຖືວ່າ ພວກເຮົາຈະຢູ່ໃສເຮັດຫຍັງ ກໍລ້ວນແລ້ວແຕ່ເປັນການປະ ກອບສ່ວນສ້າງສາບ້ານເມືອງ, ສ້າງຊາດ ແລະ ສ້າງສັງຄົມ ໃຫ້ມີຄວາມສຸກບົນຈິດໃຈແຫ່ງ ຄວາມຮັກ, ຄວາມສາມັກ ຄີເປັນ ປຶກແຜ່ນ ແລະ ຊ່ວຍເຫລືອ ເຊິ່ງ ກັນ ແລະ ກັນຖືວ່າການໄປຮ່ວມ ບຸນສິນກິນທານ ແລະ ໄປຮ່ວມ ງານດອງແມ່ນກິດຈະກຳໜຶ່ງ ທາງສັງຄົມ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນແລ້ວກໍພໍ./.

 

- maxresdefault 2 1024x576 - ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ
(ພາບປະກອບ)

- 3 - ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ
- 4 - ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ
- 5 - ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ