ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ

- 221ff - ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ
- kitchen vibe - ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ

   ໂດຍ: ຊາຍພະເນຈອນ

ແຂວງຄໍາມ່ວນເປັນ ແຂວງ ປະຫວັດສາດວິລະຊົນທີ່ໄດ້ເລົ່າ ຂານກັນມາຍາວນານ ແລະ ໄດ້ ຜ່ານ ຜ່າອຸປະສັກແບບລົ້ມລຸກ ຄຸກ ຄານມາຫຼາຍຍຸກຫຼາຍສະໄໝ ແລ້ວ, ເປັນດິນແດນທີ່ອຸດົມສົມ ບູນໄປດ້ວຍທໍາມະຊາດ ພູຜາ ປ່າ ໄມ້ອັນກວ້າງໃຫຍ່ໄພສານ ແລະ ມີສະຖານທີ່ທ່ອງທ່ຽວທາງ ດ້ານ ປະຫວັດສາດ- ດ້ານວັດທະນະ ທໍາ ແລະ ທໍາມະຊາດຫຼາຍແຫ່ງ. ໃນປີຄ.ສ 05, ແຂວງ ຄໍາມ່ວນ ເຄີຍເປັນທີ່ຕັ້ງຂອງ ອານາຈັກ ຟູນັນ ແລະ ເຈນລະ (ຂອມ), ເປັນທີ່ຮູ້ຈັກໃນນາມນະຄອນ ສີໂຄດຕະບູນ(ສີໂຄດຕະປູຣະ), ແຕ່ພໍມາຮອດໄລຍະທີ່ຈັກກະ ພັດແບບເກົ່າເຂົ້າມາຮຸກຮານ ແລະ ຢຶດຄອງກໍໄດ້ປ່ຽນ ຊື່ເປັນ ເມືອງທ່າແຂກ ເຊິ່ງມາຮອດປັດ ຈຸບັນນີ້ກໍກາຍເປັນເມືອງເອກ ຂອງແຂວງຄໍາມ່ວນ.

- Visit Laos Visit SALANA BOUTIQUE HOTEL - ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ
- Visit Laos Visit SALANA BOUTIQUE HOTEL - ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ

 

- edds 1 - ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ

+ ທ່ຽວຊົມຂາບໄຫ້ວ ພະທາດໂພ່ນທີ່ສັກສິດ

+ ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ

ອີງຕາມການ ໃຫ້ຂໍ້ມູນຈາກ ຫ້ອງການທ່ອງທ່ຽວເມືອງທ່າ ແຂກໄດ້ໃຫ້ຮູ້ວ່າ: ແຂວງຄໍາ ມ່ວນ ຕັ້ງຢູ່ທາງພາກກາງຂອງລາວ ຫ່າງຈາກນະຄອນຫຼວງວຽງຈັນລົງໄປທາງໃຕ້ປະມານ 350 ກິໂລແມັດ, ທາງທິດຕາເວັນ ອອກມີຊາຍແດນຕິດກັບຫວຽດນາມ ແລະ ທາງທິດຕາເວັນຕົກ ຕິດກັບໄທ, ມີເນື້ອທີ່ ທັງໝົດປະ ມານ 16.000 ກິໂລຕາແມັດ, ເຊິ່ງໄດ້ກວມເອົາພູພຽງນາກາຍທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນມີສັດປ່າຫຼາຍສາຍພັນທີ່ ໄດ້ອາໃສຢູ່ຕາມປ່າດົງພົງໄພ ອັນກ້ວາງໃຫຍ່ມີປ່າໄມ້ອັນດົກໜາຂຽວງາມອຸ່ມທຸ່ມຕະຫຼອດ ປີເຮັດໃຫ້ອາກາດເຂດນີ້ສົດຊື່ນ ແຈ່ມໃສດີ, ພື້ນທີ່ສ່ວນໃຫຍ່ ຂອງແຂວງເປັນທົ່ງພຽງທີ່ ເລາະລຽບໄປຕາມລໍາແມ່ນໍ້າ ຂອງ ແລະ ອີກເບື້ອງໜຶ່ງ ກໍຍັງ ໄດ້ມີສາຍພູຫຼວງ ແລະ ພູຮາວກໍ ທີ່ມີຄວາມສູງເຖິງ 2.200 ກວ່າ ແມັດ.

ແຂວງຄໍາມ່ວນມີປະຊາ ກອນອາໄສຢູ່ 3 ແສນກວ່າຄົນ ແລະ ປະກອບມີ 10 ຕົວເມືອງ ຄື: ເມືອງທ່າແຂກ, ໜອງບົກ, ຫີນບູນ, ເຊບັ້ງໄຟ, ໄຊບົວທອງ, ຄູນຄໍາ, ມະຫາໄຊ, ຍົມມະລາດ, ນາກາຍ ແລະ ເມືອງບົວລະພາ. ປະຊາຊົນແຂວງຄໍາມ່ວນເຄີຍ ມີມູນເຊື້ອຕໍ່ສູ້ກູ້ຊາດ, ມີນໍ້າໃຈ ອົງອາດກ້າຫານ, ອົດທົນຜ່ານ ຜ່າໃນທຸກຂະບວນການຂອງ ການຕໍ່ສູ້ກູ້ຊາດ ແລະ ມາຮອດ ປັດຈຸບັນກໍຍັງຄົງຮັກສາໄວ້ມູນ ເຊື້ອອັນດີງາມ, ຮັກສາໄວ້ຮີດ ເກົ່າຄອງເດີມ ແລະ ວັດທະນະ ທໍາທີ່ເປັນເອກະລັກຂອງຊາດ. ແຂວງຄໍາມ່ວນປະກອບມີບັນ ດາເຜົ່າຕ່າງໆປົນເປຢູ່ນໍາກັນ ດ້ວຍຄວາມຮັກ ແພງເໝືອນ ດັ່ງຄອບຄົວດຽວກັນ, ມີນໍ້າໃຈ ກວ້າງຂວາງ ແລະ ຮັກແຂກ ແພງຄົນ. ນອກຈາກນັ້ນ, ແຂວງ ຄໍາມ່ວນຍັງມີແຫຼ່ງທ່ອງທ່ຽວ ທາງດ້ານປະຫວັດສາດ, ວັດທະ ນະທໍາ ປູລິຍະນິສະຖານ ວັດວາ ອາຮາມ, ວັດຖຸບູຮານອັນເກົ່າ ແກ່ ແລະ ສະຖານທີ່ອັນສັກສິດ ຢູ່ ຫຼາຍແຫ່ງເປັນຕົ້ນ: ພະທາດ ສີ ໂຄດຕະບອງ(ທາດເມືອງ ເກົ່າ),ຖໍ້າກອງລໍ-ນາຕານ, ຂຸນ ນໍ້າກອງແລງ, ຖໍ້າພະ-ໜອງ ປາຝາ, ຖໍ້ານາງແອ່ນ, ທ່າຝະ ລັ່ງ, ຖໍ້ານໍ້າລອດເຊບັ້ງໄຟ, ຖໍ້າ ຊ້າງ, ນໍ້າຕົກຕາດນໍ້າສະນາມ, ຂຸນນໍ້າໂດນ, ຖໍ້າພະຈັນ, ຖໍ້າປາ ເຊືອມ…..ຈຶ່ງເຮັດໃຫ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດໄດ້ເຂົ້າມາທ່ຽວຊົມເປັນປະຈໍາ ເຊິ່ງຄິດສະເລ່ຍແລ້ວ ປະມານ 7.000-8.000ຄົນ/ ປີ,ແຂວງຄໍາມ່ວນຈຶ່ງໄດ້ມີຄໍາ ຂວັນທີ່ມີເນື້ອໃນວ່າ: “ຄໍາມ່ວນ ດິນແດນທໍາມະຊາດ ປະຫວັດ ສາດວິລະຊົນ ຕົ້ນກໍາເນີດລໍາຜະ ຫຍາມະຫາໄຊ ກິນຊຸບໜໍ່ໄມ້ ແກງໄກ່ໃສ່ສານ ນະມັດສະການ ພະທາດສີໂຄດຕະບອງ ເປັນ ເຈົ້າຂອງເຂົ້າໜົມປ່ານ ປະສານ ປວງປະຊາເລັ່ງລັດພັດທະນາ ຊ່ວຍປະຊາໃຫ້ມີສຸກ”

ສໍາລັບປີ 2018 ນີ້ ເປັນ ປີແຫ່ງການທ່ອງທ່ຽວ ສປປ. ລາວ, ເພື່ອເປັນການຊຸກຍູ້ສົ່ງ ເສີມວຽກງານການທ່ອງທ່ຽວ ໃຫ້ມີຄວາມໂດດເດັ່ນຂຶ້ນກວ່າ ເກົ່າກໍຕ້ອງໄດ້ເອົາໃຈໃສ່ສ້າງ ຄວາມເປັນເຈົ້າການໃຫ້ປະຊາ ຊົນເປັນເຈົ້າພາບທີ່ດີ ເຮັດໃຫ້ ເຂົາ ເຈົ້າໄດ້ມີສ່ວນຮ່ວມເຂົ້າໃນ ການພັດທະນາ, ການຄຸ້ມຄອງ, ການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມ ສະອາດຈົບງາມໃນການຮັກ ສາສິ່ງແວດລ້ອມ, ເປັນແບບ ຢ່າງ ທີ່ດີທາງດ້ານວັດທະນະ ທໍາອັນເປັນເອກະລັກສະເພາະ ຂອງປະຊາຊົນລາວໃນການ ຕ້ອນຮັບແຂກ ແລະ ນັກທ່ອງ ທ່ຽວດ້ວຍຄວາມ ຍິ້ມແຍ້ມແຈ່ມ ໃສ, ບໍລິການດ້ວຍນໍ້າໃຈໄມຕີ ຈິດມິດຕະພາບ ແລະ ຊື່ສັດບໍລິ ສຸດບໍ່ສວຍໂອກາດຂຶ້ນລາຄາ ສິນຄ້າ ແລະ ຄ່າບໍລິການຕ່າງໆ ຕາມລຳພັງໃຈ. ສໍາລັບຢູ່ແຂວງ ຄໍາມ່ວນຂອງພວກເຮົາກໍຍັງ ມີສະຖານທີ່ທ່ອງທ່ຽວຫຼາຍ ແຫ່ງທີ່ຍັງບໍ່ທັນໄດ້ມີການພັດ ທະນາ ແລະ ເຫັນຄວນຈະໄດ້ ມີການປັບປຸງປົວແປງຄືນໃໝ່ ໃຫ້ດີຂຶ້ນກວ່າເກົ່າເປັນຕົ້ນແມ່ນສະຖານທີ່ພັກແຮມ ຮ້ານອາ ຫານບໍລິການກິນດື່ມ, ສະຖານ ທີ່ທ່ຽວຊົມ ແລະ ສະຖານທີ່ບໍລິ ການຝາກລົດຕະຫຼອດຮອດ ສະຖານ ທີ່ວາງສະແດງສິນຄ້າ ປະເພດຕ່າງໆອັນເປັນເອກະລັກສະເພາະຂອງແຂວງ ທັງນີ້ກໍ ເພື່ອເປັນ ການຊຸກຍູ້ສົ່ງເສີມສີມື ແຮງງານຂອງປະຊາຊົນບັນ ດາເຜົ່າແຂວງດັ່ງກ່າວຊ່ວຍໃຫ້ ເຂົາເຈົ້າມີວຽກເຮັດງານທໍານໍາລາຍໄດ້ມາໃຫ້ຄອບຄົວໄດ້ມີຢູ່ ມີກິນ.

ຖ້າທ່ານໃດຫາກ ໄດ້ໄປ ແຂວງຄໍາມ່ວນ ສາມາດໄປ ເລືອກທ່ຽວຊົມໄດ້ຕາມສະບາຍ ບັນດາສະຖານທີ່ທ່ອງທ່ຽວ ຕ່າງໆ ຢ່າລືມໄປທ່ຽວຊົມກາບ ໄຫວ້ພະທາດສີໂຄດຕະບອງສະຖານທີ່ອັນສັກສິດ ແລະ ເປັນ ສັນຍາລັກຂອງແຂວງຄໍາມ່ວນ ແລະ ສິ່ງສຸດທ້າຍກໍຄືຢ່າລືມ ແທ້ໆ ຕ້ອງຊື້ເຂົ້າໜົມປ່ານ ແຊບໆ, ໝໍ້າ ,ຊີ້ນທຸບ ແລະ ເຂົ້າ ໂຄບໃຫຍ່ຕິດໄມ້ຕິດມືເມືອເປັນ ຂອງຕ້ອນຂອງຝາກ./.

- 221ff - ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ

- 3 - ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ
- 5 - ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ
- 4 - ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ