EU ກຽມຂວ້ຳບາດທະຫານ ລະດັບສູງມຽນມາ

ແຫລ່ງຂ່າວນັກການທູດສອງຄົນເປີດເຜີຍວ່າ: ສະຫະພາບເອີຣົບ (EU) ຈະເລີ່ມກຽມການເລື່ອງອອກມາດຕະການຂວ້ຳບາດທະຫານລະດັບສູງຂອງມຽນມາເລື່ອງສັງຫານຊາວໂຣຮິງຢາ.
ແຫລ່ງຂ່າວເປີດເຜີຍວ່າ: ກອງປະຊຸມລັດຖະມົນຕີຕ່າງປະເທດສະມາຊິກ EU ໃນວັນທີ 26 ກຸມພານີ້ ຈະຂໍໃຫ້ທ່ານນາງ ເຟເດຣິກາ ໂມເກຣິນີ ຫົວໜ້ານະໂຍບາຍຕ່າງປະເທດ ສະເໜີມາດຕະການເຂັ້ມງວດກັບທະຫານລະດັບສູງຂອງມຽນມາບາງຄົນທີ່ລະເມີດສິດທິມະນຸດຢ່າງເປັນລະບົບ ແລະ ຫາທາງເພີ່ມຄວາມເຂັ້ມງວດມາດຕະການຂວ້ຳບາດອາວຸດມຽນມາທີ່ບັງຄັບໃຊ້ມາແຕ່ປີ 1990. ນອກຈາກນີ້ ຍັງຈະຮຽກຮ້ອງໃນຖະແຫລງການກອງປະຊຸມໃຫ້ມຽນມາປ່ອຍຕົວນັກຂ່າວສອງຄົນຂອງສຳນັກຂ່າວຣອຍເຕີທີ່ຖືກຄວບຄຸມ ແຕ່ວັນທີ 12 ກຸມພາ ຂໍ້ຫາລະເມີດກົດໝາຍຄວາມລັບລາຊະການ.
ແຫລ່ງຂ່າວເປີດເຜີຍອີກວ່າ: ຍັງບໍ່ມີການເອີ່ຍເຖິງຊື່ທະຫານລະດັບສູງຂອງມຽນມາທີ່ຈະຖືກຂວ້ຳບາດ, ແຕ່ມາດຕະການຂອງ EU ມັກສອດຄ່ອງກັບຂອງອາເມລິກາ ໂດຍໃນເດືອນທັນວາ ອາເມລິກາໄດ້ປະກາດວ່າກຳລັງຂວ້ຳບາດ ພົນຕີ ໝ່ອງ ໝ່ອງ ໂຊ ຜູ້ບັນຊາການກອງທັບພາກຕາເວັນຕົກ ທີ່ຖືກກ່າວຫາວ່າໃຊ້ກຳລັງກວາດລ້າງຊາວໂຣຮິງຢາໃນລັດຍະໄຂ່. ປັດຈຸບັນ ອາເມລິກາ ແລະ ການາດາ ໄດ້ສັ່ງຫ້າມການເດີນທາງ ແລະ ອາຢັດຊັບສິນທະຫານມຽນມາທີ່ພົວພັນເລື່ອງນີ້, ແຕ່ EU ຍັງບໍ່ມີມາດຕະການນີ້.