ເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ໃຕ້

- dssx - ເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ໃຕ້
- kitchen vibe - ເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ໃຕ້

ເມື່ອທ້າຍອາທິດຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດ ກອງປະຊຸມເຜີຍແຜ່ຜົນການ ເຄື່ອນໄຫວວຽກງານອາຊຽນ ຂອງ ສປປ ລາວ ໃຫ້ບັນດາ ແຂວງພາກກາງ ແລະ ພາກໃຕ້ ຂຶ້ນທີ່ໂຮງແຮມດາວສະຫວັນ, ແຂວງສະຫວັນນະເຂດ, ໂດຍ ການ ເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ທັງເປັນຫົວໜ້າເຈົ້າໜ້າທີ່ ອາວຸໂສອາຊຽນຂອງ ສປປ ລາວ ແລະ ເຂົ້າຮ່ວມມີ ທ່ານ ໂພໄຊ ໄຊຍະສອນ, ຮອງເຈົ້າແຂວງ ສະຫວັນນະເຂດ ພ້ອມຜູ້ຕາງ ໜ້າຈາກພະແນກການຕ່າງປະ ເທດ, ພະແນກອຸດສະຫະກຳ ແລະ ການຄ້າ ແລະ ສະພາການ ຄ້າຂອງບັນດາແຂວງພາກກາງ ແລະ ພາກໃຕ້ ເຂົ້າຮ່ວມເປັນຈຳ ນວນຫລາຍ.

- dssx - ເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ໃຕ້

- Visit Laos Visit SALANA BOUTIQUE HOTEL - ເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ໃຕ້
- Visit Laos Visit SALANA BOUTIQUE HOTEL - ເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ໃຕ້

+ ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ

+ ກອງປະຊຸມບໍ່ເປັນທາງການຂອງ ລັດຖະມົນຕີການຕ່າງປະເທດອາຊຽນ ອັດລົງຢູ່ສິງກະໂປ

ໃນກອງປະຊຸມມີການເຜີຍແຜ່ກ່ຽວກັບວັນສ້າງຕັ້ງອາ ຊຽນຄົບຮອບ 50 ປີ ໃນປີ 2017 ທີ່ເປັນຂີດໝາຍອັນ ສຳຄັນ ເພາະອາຊຽນໄດ້ຜ່ານ ຜ່າສິ່ງທ້າທາຍຫຼາຍຢ່າງ ແລະ ສາມາດຍາດໄດ້ຜົນສຳເລັດ ເທື່ອລະກ້າວຕະຫຼອດໄລຍະ 5 ທົດສະວັດຜ່ານມາ, ອັນພົ້ນເດັ່ນ ແມ່ນການປົກປັກຮັກສາສັນຕິ ພາບ ແລະ ສະຖຽນລະພາບ ຂອງພາກພື້ນ ເຊິ່ງເປັນພື້ນຖານ ທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດສະມາຊິກອາຊຽນ ກໍຄື ການສ້າງປະຊາຄົມອາຊຽນ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ຮັບຟັງຜົນສໍາເລັດຂອງ ສປປ ລາວ ໃນການເຄື່ອນໄຫວ ວຽກງານອາຊຽນໃນໄລຍະ 2 ທົດສະວັດທີ່ຜ່ານມາ. ໂດຍສະ ເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2025, ການຈັດຕັ້ງ ປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາ ຊຽນ 2025, ແຜນແມ່ບົດປະ ຊາຄົມເສດຖະກິດອາຊຽນ 2025 ແລະ ແຜນແມ່ບົດ ປະ ຊາຄົມວັດທະນະທຳ-ສັງຄົມ ອາຊຽນ 2025. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊາບກ່ຽວກັບແຜນບູລິມະສິດໃນການ ເປັນປະທານອາຊຽນຂອງ ສິງ ກະໂປ ໃນປີ 2018 ເປັນຕົ້ນ ແມ່ນຂໍ້ສະເໜີໃນການສ້າງ ເຄືອຂ່າຍເມືອງທັນສະໄໝ ອາຊຽນ (ASEAN Smart Cities Network) ໂດຍມີ ຈຸດປະສົງໃຫ້ປະເທດສະມາຊິກ ອາຊຽນສະເໜີຕົວເມືອງ ຂອງ ຕົນເພື່ອສ້າງໃຫ້ເປັນເມືອງ ທີ່ ທັນສະໄໝ ແລະ ມີການພັດທະ ນາແບບຍືນຍົງ.

ໃນໂອກາດນີ້, ຜູ້ຕາງໜ້າ ຈາກຂະແໜງການຂອງ ແຂວງ ກໍໄດ້ແຈ້ງສະພາບດ້ານການ ຄ້າ ແລະ ການລົງທຶນ, ລວມທັງ ສິ່ງທ້າທາຍຕ່າງໆ ແລະ ຂໍ້ສະ ດວກຢູ່ພາຍໃນ ແຂວງ ຂອງ ຕົນ, ເຊິ່ງກອງປະຊຸມໄດ້ມີການ ແລກປ່ຽນຄຳຄິດເຫັນຢ່າງກົງ ໄປກົງມາ ແລະ ໄດ້ຊຸກຍູ້ໃຫ້ບັນ ດາຜູ້ເຂົ້າຮ່ວມນຳເອົາເນື້ອໃນ ຈິດໃຈຜົນການປຶກສາຫາລື ໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງ ຜັນຂະຫຍາຍຕາມພາລະບົດ ບາດ ແລະ ໜ້າວຽກທີ່ຕົນຮັບ ຜິດຊອບເພື່ອສືບຕໍ່ຍາດແຍ່ງ ຜົນປະໂຫຍດ ຈາກການເປັນປະ ຊາຄົມເສດຖະກິດອາຊຽນມາ ສູ່ແຂວງຂອງຕົນກໍຄືປະເທດ ຊາດ./.

- 3 - ເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ໃຕ້
- 5 - ເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ໃຕ້
- 4 - ເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ໃຕ້