ການນຳໃຊ້ລະບົບ FMIS ຈະເຮັດໃຫ້ຄຸ້ມຄອງແຫລ່ງທຶນ ​ແລະ ງົບປະມານດີຂຶ້ນ

- IMG 0902 - ການນຳໃຊ້ລະບົບ FMIS ຈະເຮັດໃຫ້ຄຸ້ມຄອງແຫລ່ງທຶນ ​ແລະ ງົບປະມານດີຂຶ້ນ
- kitchen vibe - ການນຳໃຊ້ລະບົບ FMIS ຈະເຮັດໃຫ້ຄຸ້ມຄອງແຫລ່ງທຶນ ​ແລະ ງົບປະມານດີຂຶ້ນ

ໃນວັນທີ 19 ກຸມພາ 2018, ກົມນະໂຍບາຍການເງິນ ແລະ ນິຕິກໍາ ໄດ້ຈັດກອງປະຊຸມປຶກສາຫາລື ແລະປະກອບຄໍາຄິດເຫັນກ່ຽວກັບຄວາມເປັນເອກະພາບທາງດ້ານໂຄງສ້າງ, ເຕັກນິກ ແລະ ແຜນການຈັດຕັ້ງປະຕິບັດລະບົບຂໍ້ມູນຂ່າວສານການເງິນແຫ່ງລັດ (FMIS) ຂຶ້ນໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນຍົກລັກຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ​ແລະ ພະແນກການ​ຕ່າງໆເຂົ້າຮ່ວມ.

ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກໍາ ໃຫ້ຮູ້ວ່າ: ເພື່ອປຶກສາຫາລືກ່ຽວກັບການຮັບຮອງເອົາແຜນການກະກຽມຄວາມພ້ອມເພື່ອການຈັດຕັ້ງປະຕິບັດລະບົບ FMIS ແລະ ການອອກແບບຂອງໂຄງການສ້າງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ທັງສືບຕໍ່ປັບປຸງລະບົບ GFIS ໃນໄລຍະຂ້າມຜ່ານເພື່ອຮັບປະກັນທາງດ້ານເຕັກນິກວິຊາການໃຫ້ສາມາດໂອນຂໍ້ມູນຈາກລະບົບ GFIS ໄປສູ່ລະບົບ FMIS ຕາມແຜນການທີ່ວາງໄວ້ໃນແຜນປະຕິຮູບລະບົບການເງິນແຫ່ງລັດແຕ່ນີ້ຮອດປີ 2020 ຊຶ່ງຕິດພັນກັບການປະຕິຮູບວຽກງານງົບປະມານ ແລະ ຄັງເງິນແຫ່ງຊາດໂດຍກົງ, ວຽກງານດັ່ງກ່າວເປັນການສ້າງລະບົບທີ່ທັນສະໄໝເຂົ້າມາຊ່ວຍໃນການຄຸ້ມຄອງວຽກງານງົບປະມານ ແລະ ຄັງເງິນເປັນຕົ້ນແມ່ນການສ້າງແຜນງົບປະມານຈົນຮອດການສະຫລຸບລາຍງານ, ລະບົບ FMIS ເປັນລະບົບທີ່ສໍາຄັນໃນການຄຸ້ມຄອງລາຍຈ່າຍງົບປະມານ ຊຶ່ງຈະຊ່ວຍໃນການຄວບຄຸມຖານະການເງິນໃຫ້ດີຂຶ້ນ, ຄຸ້ມຄອງຄັງເງິນສົດໃຫ້ດີກວ່າເກົ່າ ແລະ ລາຍງານບັນຊີຄ້າງຊຳລະ, ການເຊື່ອມຕໍ່ລະຫວ່າງການອະນຸມັດງົບປະມານ ແລະ ການຈັດຕັ້ງປະຕິບັດງົບປະມານ, ຮັບປະກັນລາຍຈ່າຍທີ່ສອດຄ່ອງກັບແຜນງົບປະມານ, ແຜນສັ່ງຈ່າຍ ແລະ ແຜນຈັດສັນເງິນສົດ, ຕິດຕາມໜີ້ຄ້າງຊຳລະ, ເງິນສົດໃນບັນຊີທະນາຄານ, ໜີ້ສິນ ແລະ ການຂາດດຸນງົບປະມານແຕ່ລະໄລຍະປັບປຸງຖານຂໍ້ມູນເບື້ອງຕົ້ນເຮັດໃຫ້ການກະກຽມງົບປະມານມີຄວາມຖືກຕ້ອງ.

ພາຍຫລັງເລີ່ມຈັດຕັ້ງປະຕິບັດລະບົບ FMIS ແລ້ວຈະເຮັດໃຫ້ກະຊວງການເງິນສາມາດຮັບປະກັນການຄວບຄຸມການເງິນທີ່ດີຂຶ້ນ, ຄຸ້ມຄອງແຫຼ່ງທຶນໄດ້ດີ ໂດຍການສະໜອງຂໍ້ມູນຫຼ້າສຸດ ກ່ຽວກັບ ແຫ່ລງເງິນທີ່ຍັງບໍ່ໄດ້ຊຳລະ ແລະ ຂໍ້ມູນຂ່າວສານກ່ຽວກັບຖານະການເງິນຂອງງົບປະມານ, ການເຊື່ອມໂຍງຂໍ້ມູນງົບປະມານທີ່ຖືກຮັບຮອງ ແລະ ຂໍ້ມູນການປະຕິບັດງົບປະມານ, ຮັບປະກັນວ່າທຸກໆລາຍຈ່າຍແມ່ນສອດຄ່ອງກັບເປົ້າໝາຍສະເພາະຂອງງົບປະມານ, ພັນທະສັນຍາຂອງງົບປະມານ ແລະ ການຈັດສັນແຫຼ່ງທຶນຂອງງົບປະມານ, ສາມາດຕິດຕາມກວດກາຢ່າງໃກ້ຊິດ ຕໍ່ການຄ້າງຊໍາລະ, ເງິນສົດໃນບັນຊີເງິນຝາກຂອງລັດຖະບານ, ໜີ້ຄ້າງຊໍາລະງົບປະມານ ແລະ ການຂາດດຸນງົບປະມານ, ປັບປຸງຄຸນນະພາບຂອງຂໍ້ມູນພື້ນຖານໃຫ້ສາມາດສ້າງງົບປະມານໄດ້ຖືກຕ້ອງ ຊຶ່ງຄາດວ່າປີ 2020 ຈະສາມາດໃຊ້ງານລະບົບດັ່ງກ່າວໄດ້.

ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ເນັ້ນເຖິງຄວາມສໍາຄັນຂອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວເປັນຕົ້ນແມ່ນເພື່ອກວດກາຄືນການຈັດຕັ້ງປະຕິບັດໂຄງການ, ບັນຫາການປັບປຸງພາລະບົດບາດຂອງກະຊວງການເງິນ, ຄວາມໂປງໃສຂອງການເຮັດວຽກ, ເພາະວ່າລະບົບດັ່ງກ່າວແມ່ນໄດ້ມີການພົວພັນກັບຫລາຍກະຊວງ, ດ້ານລາຍຮັບລາຍຈ່າຍງົບປະມານ, ຄັງເງິນ ແມ່ນຈະໄດ້ມີການພົວພັນກັບທ້ອງຖິ່ນ ແລະ ເມືອງ, ແຜນການຈັດຕັ້ງປະຕິບັດລະບົບດັ່ງກ່າວເປັນແຜນປະຕິຮູບທີ່ໃຫ່ຍ ​ເຊິ່ງຈະຕ້ອງໄດ້ມີການກວດກາຄືນຢ່າງລະອຽດ.

- 3 - ການນຳໃຊ້ລະບົບ FMIS ຈະເຮັດໃຫ້ຄຸ້ມຄອງແຫລ່ງທຶນ ​ແລະ ງົບປະມານດີຂຶ້ນ
- 5 - ການນຳໃຊ້ລະບົບ FMIS ຈະເຮັດໃຫ້ຄຸ້ມຄອງແຫລ່ງທຶນ ​ແລະ ງົບປະມານດີຂຶ້ນ
- 4 - ການນຳໃຊ້ລະບົບ FMIS ຈະເຮັດໃຫ້ຄຸ້ມຄອງແຫລ່ງທຶນ ​ແລະ ງົບປະມານດີຂຶ້ນ