ຮ່າໂນ້ຍຈັດການແຂ່ງຂັນເຮືອມັງກອນ ເທື່ອທຳອິດໃນຮອບຫລາຍສິບປີ
ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ຈັດການແຂ່ງຂັນພາຍເຮືອມັງກອນເປັນເທື່ອທຳອິດໃນຮອບຫລາຍທົດສະວັດ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນປະເທດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 25 ກຸມພາວ່າ: ປະຊາຊົນຈຳນວນຫລາຍຈາກທົ່ວທຸກສາລະທິດໃນຫວຽດນາມ ລວມທັງນັກທ່ອງທ່ຽວຕ່າງປະເທດ ລວມກັນຕາມແຄມຝັ່ງຂອງທະເລສາບໂຮໄຕ ເຊິ່ງເປັນທະເລສາບຂະໜາດໃຫຍ່ທີ່ສຸດໃນນະຄອນຫລວງຮ່າໂນ້ຍ ໃນວັນທີ 24 ກຸມພາ ເພື່ອຊົມການແຂ່ງຂັນພາຍເຮືອມັງກອນ ເຖິງວ່າເປັນກິລາທ້ອງຖິ່ນທີ່ນິຍົມຈັດຂຶ້ນຕາມເມືອງໃຫຍ່ຫລາຍແຫ່ງຂອງຫວຽດນາມມາເປັນເວລາດົນນານແລ້ວ, ແຕ່ສຳລັບການຈັດການແຂ່ງຂັນລັກສະນະນີ້ໃນເມືອງຫລວງ ຖືວ່າເປັນເທື່ອທຳອິດໃນຮອບຫລາຍສິບປີ.
ຂະນະທີ່ທ່ານ ເຊືອງ ຈື ແຖ່ງ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງຫວຽດນາມ ແອລາຍ ສາຍການບິນແຫ່ງຊາດຂອງຫວຽດນາມ ເຊິ່ງເປັນຜູ້ສະໜັບສະໜູນຫລັກຂອງການຈັດການແຂ່ງຂັນເຮືອມັງກອນຄັ້ງນີ້ ກ່າວວ່າ: ຖ້າກິດຈະກຳຄັ້ງນີ້ໄດ້ຮັບການຕອບຮັບຈາກທຸກຝ່າຍເປັນຢ່າງດີ ໃນອະນາຄົດອາດມີການຂະຫຍາຍຂອບເຂດໃຫ້ຈັດເປັນການແຂ່ງຂັນປະຈຳແຕ່ລະເມືອງ ເພື່ອເປັນການສົ່ງເສີມການທ່ອງທ່ຽວໃນພາກພື້ນ.