ເຄັດລັບສຳລັບຄົນມັກກິນອາຫານປະເພດເສັ້ນ

– ເສັ້ນລ້ອນ : ໃຫ້ພະລັງງານ 330 ກິໂລກາລໍຣີ ຍ້ອນເສັ້ນລ້ອນມີນຳ້ໜັກເບົາຫລາຍ 1 ຊອງປະມານ 50 ກຣາມເທົ່ານັ້ນ ປົກກະຕິກໍຈະກິນກັນບໍ່ເຖິງ 100 ກຣາມ, ແຕ່ມີຫລາຍຄົນເຂົ້າໃຈຜິດວ່າເສັ້ນລ້ອນເປັນໂປຣຕິນ ເຊິ່ງແມ່ນຢູ່ວ່າເສັ້ນລ້ອນເຮັດຈາກຖົ່ວຂຽວ, ແຕ່ໃນຂະບວນການຜະລິດຖົ່ວຂຽວຈະຖືກໂມ້ ແລະ ແຍກໂປຣຕິນອອກໄປຈົນເຫລືອແຕ່ແປ້ງ ແລະ ຍັງມີການປະສົມແປ້ງມັນຕົ້ນລົງໄປເພື່ອເປັນການຫລຸດຕົ້ນທຶນນຳອີກ ເມື່ອກິນແລ້ວຈະບໍ່ໜຽວເທົ່າເສັ້ນລ້ອນຈາກຖົ່ວຂຽວ 100%.
– ເສັ້ນໝ່ີ : ໃຫ້ພະລັງງານ 300 ກິໂລກາລໍຣີ ໂດຍເສັ້ນໝີ່ສີເຫລືອງເຮັດມາຈາກແປ້ງສາລີ ເຊິ່ງເປັນແປ້ງທີ່ມີໂປຣຕິນຫລາຍພໍ ສົມຄວນ ທັງຍັງໄດ້ປະໂຫຍດຈາກແຄໂຣທີນອຍ ແລະ ຟລາໂວນອຍ ເຊິ່ງເປັນສານຕ້ານອະນຸມູນອິດສະລະໃນກຸ່ມວິຕາມິນອານຳອີກ ສ່ວນໝີ່ເຄິ່ງສຳເລັດຮູບເຖິງຈະເປັນສີເຫລືອງຄືກັນ, ແຕ່ກໍຜ່ານການຈືນ ແລະ ປຸງແຕ່ງລົດຊາດຈົນມີໄຂມັນ ແລະ ໂຊດຽມຫລາຍ ປະມານ 1 ຊອງ (60 ກຣາມ) ກໍໃຫ້ພະລັງງານເຖິງ 280 ກິໂລກາລໍຣີ ແລະ ຍັງເປັນພະລັງງານຈາກໄຂມັນເກືອບເຄິ່ງໜຶ່ງນຳອີກ. ຖ້າຫາກຢາກກິນໝີ່ເຄິ່ງສຳເລັດຮູບ ຄວນຊື້ຊະນິດທີ່ມີການຕື່ມສານອາຫານ ເຊັ່ນ : ໄອໂອດີນ, ທາດເຫລັກ ຫລື ວິຕາມິນອາຕື່ມເຂົ້າໄປ ເພື່ອຕື່ມຄຸນຄ່າທາງໂພຊະນາການໃຫ້ມີຫລາຍຂຶ້ນ.
– ເສັ້ນເຝີ : ໃຫ້ພະລັງງານ 150 – 220 ກິໂລກາລໍຣີ. ເສັ້ນເຝີຂາວໆ ທັງເສັ້ນໃຫຍ່, ເສັ້ນນ້ອຍ ແລະ ເສັ້ນໝີ່ ລ້ວນແຕ່ເຮັດມາຈາກແປ້ງເຂົ້າຈ້າວຄືກັນ, ແຕ່ໃຫ້ພະລັງງານຕ່າງກັນ ຂຶ້ນຢູ່ກັບຄວາມຊຸ່ມຂອງເສັ້ນ ໂດຍເສັ້ນໃຫຍ່ຈະມີກາລໍຣີຫລາຍທີ່ສຸດ ເພາະມັກຈະເຄືອບນຳ້ມັນ ເຮັດໃຫ້ໃນປະລິມານ 100 ກຣາມ ໃຫ້ພະລັງງານຫລາຍເຖິງ 220 ກິໂລກາລໍຣີ. ໃນຂະນະທີ່ເສັ້ນນ້ອຍໃຫ້ພະລັງງານປະມານ180 ກິໂລກາລໍຣີ ແລະ ເສັ້ນໝີ່ໃຫ້ພະລັງງານປະມານ 150 ກິໂລກາລໍຣີເທົ່ານັ້ນ.
– ເສັ້ນເຂົ້າປຸ້ນ : ໃຫ້ພະລັງງານ 80 ກິໂລກາລໍຣີ. ເສັ້ນເຂົ້າປຸ້ນເຖິງຈະເຮັດຈາກແປ້ງສາລີຄືກັນກັບເສັ້ນເຝີ, ແຕ່ແປ້ງສຳລັບເຂົ້າປຸ້ນຈະໝັກແຊ່ນຳ້ໄວ້ກ່ອນ ຈຶ່ງເອົາໄປຜ່ານຂະບວນການຕ່າງໆ ແລະ ມັກເປັນເສັ້ນສົດໃໝ່ທີ່ເຮັດມື້ຕໍ່ມື້ ເສັ້ນເຂົ້າປຸ້ນຈຶ່ງມີອົງປະກອບຂອງນຳ້ຫລາຍ ແລະ ໃຫ້ພະລັງງານໜ້ອຍກ່ວາເສັ້ນເຝີ, ແຕ່ຂໍ້ເສຍຢ່າງໜຶ່ງຂອງເສັ້ນທີ່ມີຄວາມຊຸ່ມສູງແບບນີ້ກໍແມ່ນກິນແລ້ວຮູ້ສຶກວ່າບໍ່ຢູ່ທ້ອງ. ວິທີການເລືອກຊື້ຄວນເລືອກແບບທີ່ເປັນສີທຳມະຊາດ ບໍ່ມີການແຕ່ງສີຕື່ມ ແລະ ຫາກຊື້ມາແລ້ວຍັງບໍ່ກິນ ຄວນແຊ່ຕູ້ເຢັນໄວ້ ເຖິງຈະເປັນແປ້ງໜັກ, ແຕ່ກໍບໍ່ຄວນຖິ້ມໄວ້ຂ້າມມື້.