ການໃຫ້ອະໄພໃຫ້ສິ່ງດີໆແກ່ຊີວິດທ່ານ
February 26, 2018 - 11:16 AM

- ບໍ່ຄິດກໍບໍ່ທຸກ : ຄົງຈະເຮັດໃຈໄດ້ຍາກຫາກມີໃຜມາເຮັດໃຫ້ທ່ານເປັນທຸກ, ແຕ່ເຊື່ອຖ້ອນວ່າທາງດຽວທີ່ຈະປິ່ນປົວຄວາມທຸກເຫລົ່ານັ້ນໄດ້ກໍຄືການໃຫ້ອະໄພ ເພາະຄວາມກຽດຊັງ ຫລື ຄວາມແຄ້ນທີ່ເກີດຂຶ້ນ ຈະເຮັດໃຫ້ທ່ານມີແຕ່ຄິດວົນວຽນເຖິງຄົນທີ່ເຮັດໃຫ້ທ່ານເປັນທຸກຊຳ້ແລ້ວຊຳ້ອີກ ເຊິ່ງຄວາມຄິດແບບນີ້ມັນກໍປຽບດັ່ງການຊຳ້ຕື່ມໃຫ້ເປັນທຸກຫລາຍຍິ່ງຂຶ້ນ ໂດຍທີ່ເຂົາບໍ່ຮູ້ເລື່ອງ ຫລື ມີສ່ວນໄດ້ສ່ວນເສຍຫຍັງກັບທ່ານເລີຍ ແລະ ບໍ່ໄດ້ເຮັດໃຫ້ເຂົາສຳນຶກຜິດເລີຍແມ່ນແຕ່ໜ້ອຍດຽວ. ຮູ້ແບບນີ້ແລ້ວປ່ອຍທຸກຢ່າງຖິ້ມໄປ ແລ້ວເລີ່ມຕົ້ນໃໝ່ດີກ່ວາ.
- ຢ່າປ່ອຍໃຫ້ເຂົາມີອິດທິພົນກັບຊີວິດທ່ານ : ຄວາມຄຽດຊັງ ຫລື ຄວາມແຄ້ນບໍ່ພຽງແຕ່ຈະທຳລາຍທ່ານເທົ່ານັ້ນ ຍັງເປັນການປ່ອຍໃຫ້ເຂົາເຂົ້າມາມີອິດທິພົນກັບທ່ານນຳ ເພາະເຂົາຈະເປັນດັ່ງເງົາຕາມໂຕທ່ານໄປບໍ່ມີມື້ສິ້ນສຸດ ຫາກປ່ອຍໃຫ້ເປັນແບບນີ້ໄປເລື້ອຍໆຈິດໃຈຂອງທ່ານກໍຍິ່ງອ່ອນໄຫວ ແລະ ບາງຫລາຍຂຶ້ນ. ສຸດທ້າຍ ແລ້ວບາດແຜນັ້ນກໍຈະຄົງຢູ່ໄປຕະຫລອດຊີວິດ ເຊິ່ງຫາກທ່ານຄິດຈະເຮັດໃຈແທ້ໆ ກໍບໍ່ຄວນປ່ອຍໃຫ້ໂຕເອງເປັນທຸກຢູ່ແບບນີ້. ສະນັ້ນ ກໍໃຫ້ອະໄພເຂົາ ທຸກຢ່າງກໍຈະຈົບ.
- ກຳຈັດຄວາມຄິດດ້ານລົບອອກໄປ : ດັ່ງທີ່ຮູ້ໆກັນວ່າຄວາມຄິດນັ້ນມີຜົນຕໍ່ຈິດໃຈ ແລະ ຮ່າງກາຍຂອງທ່ານ ຍິ່ງທ່ານຄິດໃນດ້ານລົບຫລາຍເທົ່າໃດ ກໍຍິ່ງສົ່ງຜົນຮ້າຍຕໍ່ສຸຂະພາບຈິດ ແລະ ສຸຂະພາບກາຍຂອງທ່ານຫລາຍເທົ່ານັ້ນ ເພາະຄວາມຄິດໃນດ້ານລົບ ນອກຈາກຈະເຮັດໃຫ້ທ່ານຮູ້ສຶກເຄັ່ງຄຽດ ຫລື ເກີດຄວາມກັງວົນໃຈແລ້ວ ຍັງເຮັດໃຫ້ທ່ານທໍ້, ຫົດຫູ່ນຳອີກ. ບາງຄົນອາດເຖິງຂັ້ນເປັນພະຍາດຊຶມເສົ້າໄປເລີຍກໍມີ ຫາກທ່ານພໍໃຈຈະເປັນແບບນັ້ນກໍບໍ່ມີໃຜວ່າ, ແຕ່ມັນກຸ້ມຄ່າກັນແລ້ວບໍ່ທີ່ຈະປ່ອຍໃຫ້ຄົນໆດຽວທຳລາຍຊີວິດຂອງທ່ານທັງຊີວິດ ?
- ຄົນເຮົາຜິດພາດກັນໄດ້ : ຄົນເຮົາບໍ່ມີໃຜສົມບູນແບບ ສະນັ້ນ ທຸກຄົນຈຶ່ງມີຂໍ້ດີ ແລະ ຂ້ໍດ້ອຍຂອງໂຕເອງ ຫາກເຂົາເຮັດໃຫ້ທ່ານທຸກກໍບໍ່ໄດ້ໝາຍຄວາມວ່າເຂົາເຮັດຜິດສັນຍາ ພຽງແຕ່ເຂົາເຮັດໄປຕາມຄວາມຄິດຂອງເຂົາ ເຊິ່ງຄວາມຄິດນັ້ນໄປຂັດແຍ່ງກັບຄວາມຄິດຂອງທ່ານເທົ່ານັ້ນ. ດັ່ງນັ້ນ ຈົ່ງເກັບຄວາມຜິດພາດນັ້ນມາເປັນບົດຮຽນໃຫ້ກັບທ່ານ, ເກັບສິ່ງດີໆເອົາໄວ້. ສ່ວນເລື່ອງຮ້າຍໆກໍຈື່ໄວ້ເປັນບົດຮຽນຈະໄດ້ບໍ່ເຮັດໃຫ້ຄົນອື່ນ ແລະ ໂຕເອງທຸກເປັນເທື່ອທີສອງ.
- ການໃຫ້ອະໄພແມ່ນຄວາມສຸກ : ບາງຄົນອາດຈະຍັງບໍ່ເຂົ້າໃຈວ່າເປັນຫຍັງຕ້ອງໃຫ້ອະໄພ ທັງໆທີ່ເຂົາເຮັດໃຫ້ເຮົາທຸກ ເຂົາສົມຄວນໄດ້ຮັບການລົງໂທດ ຫລື ທຸກແດ່ຈຶ່ງຈະສາສົມກັບສິ່ງທີ່ເຂົາເຮັດ. ຄວາມຈິງແລ້ວທ່ານບໍ່ຕ້ອງໄປຫຍຸ້ງກັບຊີວິດຂອງເຂົາດອກ ໃນເມື່ອເຂົາເລືອກທີ່ຈະເຮັດແລ້ວ ກໍບໍ່ສາມາດຈະຍ້ອນເວລາກັບໄປແກ້ໄຂໄດ້ ສິ່ງດຽວທີ່ທ່ານເຮັດໄດ້ຕອນນີ້ກໍຄືການໃຫ້ອະໄພເຂົາແລ້ວກັບມາເບິ່ງແຍງໂຕເອງເພື່ອກ້າວຕໍ່ໄປ ຫາກທ່ານໃຫ້ອະໄພໄດ້ ທ່ານກໍຈະພົບກັບຄວາມສຸກທີ່ແທ້ຈິງ.