ຊີຣີຍັງສູ້ຮົບກັນຕໍ່ບໍ່ສົນ UNSC ສັ່ງຢຸດຍິງ 30 ວັນ

- 2018 02 24T115514Z 1 LYNXNPEE1N0CP RTROPTP 2 MIDEAST CRISIS SYRIA GHOUTA - ຊີຣີຍັງສູ້ຮົບກັນຕໍ່ບໍ່ສົນ UNSC ສັ່ງຢຸດຍິງ 30 ວັນ
- kitchen vibe - ຊີຣີຍັງສູ້ຮົບກັນຕໍ່ບໍ່ສົນ UNSC ສັ່ງຢຸດຍິງ 30 ວັນ

ສະຖານະ​ການ​ສູ້​ຮົບ​ໃນ​ຊີຣີຍັງ​ດຳ​ເນີນ​ຕໍ່​ໄປ ​ໂດຍ​ສະ​ເພາະ​ຢູ່​ເຂດ​ກູ​ຕາ​ຕາ​ເວັນ​ອອກ ​ເຊິ່ງມີ​ຜູ້​ເສຍ​ຊີວິດ​ແລ້ວ​ຫລາຍ​ກວ່າ 500 ຄົນ ​ເຖິງ​ວ່າ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ມີ​ຄຳ​ສັ່ງ​ໃນ​ວັນ​ທີ 24 ກຸມພາ ​ໃຫ້​ຢຸດ​ການ​ສູ້​ຮົບ​ທົ່ວ​ປະ​ເທດ​ເປັນ​ເວລາ 30 ວັນ.

- 2018 02 25T171150Z 1 LYNXNPEE1O0Q1 OCATP RTROPTP 2 CNEWS US MIDEAST CRISIS SYRIA 300x200 - ຊີຣີຍັງສູ້ຮົບກັນຕໍ່ບໍ່ສົນ UNSC ສັ່ງຢຸດຍິງ 30 ວັນ

- Visit Laos Visit SALANA BOUTIQUE HOTEL - ຊີຣີຍັງສູ້ຮົບກັນຕໍ່ບໍ່ສົນ UNSC ສັ່ງຢຸດຍິງ 30 ວັນ
- Visit Laos Visit SALANA BOUTIQUE HOTEL - ຊີຣີຍັງສູ້ຮົບກັນຕໍ່ບໍ່ສົນ UNSC ສັ່ງຢຸດຍິງ 30 ວັນ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ດາ​ມັດ​ກັດ ປະ​ເທດ​ຊີຣີ ​ໃນ​ວັນ​ທີ 26 ກຸມພາ​ວ່າ: ອົງການ​ສັງ​ເກດ​ການ​ດ້ານ​ສິດທິ​ມະນຸດ​ຊີຣີ (SOHR) ລາຍ​ງານ​ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ການ​ສູ້​ຮົບ​ໃນ​ເຂດ​ກູຕາ​ຕາ​ເວັນ​ອອກ ​ເພີ່ມ​ເປັນ​ຢ່າງ​ໜ້ອຍ 530 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ກວ່າ 2.000 ຄົນ​ນັບ​ແຕ່​ອາທິດ​ຜ່ານ​ມາ ​ໂດຍ​ໃນ​ຈຳນວນ​ນີ້​ຢ່າງ​ໜ້ອຍ 14 ຄົນ​ເສຍ​ຊີວິດ​ຈາກ​ການ​ໂຈມ​ຕີ​ໃນ​ວັນ​ທີ 25 ກຸມພາ ​ເຊິ່ງການ​ທີ່​ຜູ້​ເສຍ​ຊີວິດ​ສ່ວນ​ຫລາຍ​ມີ​ອາການ​ຫາຍ​ໃຈ​ຕິດ​ຂັດ​ຢ່າງ​ໜັກ ຈຶ່ງ​ມີ​ການ​ຕັ້ງຂໍ້​ສົມມຸດ​ວ່າ ອາດ​ເປັນ​ຜົນ​ຈາກ​ການ​ໄດ້​ຮັບ​ສານ​ເຄມີ​ລິດ​ຮ້າຍ​ແຮງ ຫລື ບໍ່.

ສະຖານະ​ການ​ດັ່ງກ່າວ​​ເກີດ​ຂຶ້ນທັງ​ທີ່​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ (UNSC) ມີ​ມະຕິ​ໃນ​ວັນ​ທີ 24 ກຸມພາ ​ໃຫ້​ມີ​ການ​ຢຸດ​ຍິງ​ທົ່ວ​ປະ​ເທດ​ທັນທີ​ເປັນ​ເວລາ 30 ວັນ ​ແລະ ​ໃນ​ລະຫວ່າງ​ນີ້ ໜ່ວຍ​ງານ​ບັນ​ເທົາ​ທຸກ​ສາກົນ​ຈະ​ລົງພື້ນທີ່​ເພື່ອ​ດຳ​ເນີນ​ການ​ໃຫ້ການ​ຊ່ວຍ​ເຫລືອ​ປະຊາຊົນ. ຂະນະ​ທີ່​ລັດຖະບານ​ອີຣານ ​ເຊິ່ງ​ໃຫ້ການ​ສະໜັບສະໜູນ​ລັດຖະບານ​ດາ​ມັດ​ກັດ​ຢືນຢັນ​ການ​ປະຕິບັດ​ຕາມມະຕິ​ຂອງ UNSC.

- 4 - ຊີຣີຍັງສູ້ຮົບກັນຕໍ່ບໍ່ສົນ UNSC ສັ່ງຢຸດຍິງ 30 ວັນ
- 5 - ຊີຣີຍັງສູ້ຮົບກັນຕໍ່ບໍ່ສົນ UNSC ສັ່ງຢຸດຍິງ 30 ວັນ
- 3 - ຊີຣີຍັງສູ້ຮົບກັນຕໍ່ບໍ່ສົນ UNSC ສັ່ງຢຸດຍິງ 30 ວັນ