ເປປ ຈະພາ ແມນເຊັສເຕີ ຊິຕີ້ ຄວ້າແຊ້ມເພີ່ມ

ເປປ ກວາດິໂອລາ ຜູ້ຈັດການທີມແມນເຊັສເຕີ ຊິຕີ້ ຍັກໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ອອກມາປະກາດຂໍພາທີມຄວ້າແຊ້ມເພີ່ມອີກໃນລະດູການນີ້, ຫລັງພາ ແມນເຊັສເຕີ ຊິຕີ້ ຄວ້າແຊ້ມ ຄາຣາບາວ ຄັບ ດ້ວຍການຖະຫລົ່ມ ອາເຊນອລ ຂາດລອຍ 3-0 ໃນເກມຮອບຊີງຊະນະເລີດທີ່ສະເໜາມເວມບລີ ໃນນະຄອນຫລວງລອນດອນ ວັນທີ 25 ກຸມພາ.
ເກມນີ້ ແມນເຊັສເຕີ ຊິຕີ້ ໄດ້ 3 ປະຕູຈາກ ເຊຣຄິໂອ ກຸນ ອາເກວໂຣ ນາທີ 19, ແວງຊອງ ກອມປານີ ນາທີ 58 ແລະ ດາວິດ ຊິລບາ ໃນນາທີ 65 ຊ່ວຍໃຫ້ ວາດິໂອລາ ຄວ້າແຊ້ມທຳອິດຂອງຕົນເອງໃນການມາຄຸມທີມໃນອັງກິດໄດ້ສຳເລັດ ໂດຍຫລັງເກມ ຜູ້ຈັດການທີມຊາວສະເປນ ກ່າວວ່າ: ເກມນີ້ເຄິ່ງທຳອິດຫລິ້ນໄດ້ບໍ່ຄ່ອຍດີ ຈ່າຍພາດງ່າຍໆຫລາຍຄັ້ງ, ແຕ່ເຄິ່ງຫລັງນັກກິລາຫລິ້ນຢ່າງຫ້າວຫັນຂຶ້ນ ເຮັດໃຫ້ຫລິ້ນໄດ້ດີ. ການຄວ້າແຊ້ມລາຍການນີ້ຖືເປັນສິ່ງທີ່ສຳຄັນ ຫລັງພວກເຮົາຫາກໍຕົກຮອບ ເອັຟເອ ຄັບ (ເສຍໃຫ້ ວີແກນ 0-1 ໃນວັນທີ 19 ກຸມພາ) ແຕ່ຕອນນີ້ພວກເຮົາຕ້ອງຫັນໄປເນັ້ນເກມທີ່ເຫລືອໃນ ພຣີເມຍລີກ ແລະ ພະຍາຍາມຄວ້າແຊ້ມໃຫ້ໄດ້ ແລະ ຫວັງວ່າພວກເຮົາຈະເຮັດໄດ້ດີໃນຮອບກ່ອນຮອງຊະນະເລີດຂອງຖ້ວຍ ຢູຟາ ແຊມປ້ຽນລີກ.