ໂຮງໝໍແຂວງສາລະວັນໄດ້ຮັບອຸປະກອນຜ່າຕັດຕາຈາກອົງການໃຈບຸນສາກົນ
February 26, 2018 - 7:10 PM


ເມື່ອບໍ່ດົນມານີ້, ໂຮງໜໍ ແຂວງສາລະວັນ ໄດ້ຮັບອຸປະ ກອນຜ່າຕັດຕາ ຈາກອົງການ ໃຈບຸນສາກົນ DIC ລວມມູນ ຄ່າ 120 ລ້ານກວ່າກີບ ໃນນັ້ນ ປະກອບມີ: ເຕົ້າອົບ, ກ້ອງສ່ອງ ຕາໂດຍກົງ, ກ້ອງສ່ອງກວດຕາ ທົ່ວໄປ, ເຄື່ອງແທກຄ່າເຄ, ກ້ອງ ສ່ອງຟືນຕາ ແລະ ເຄື່ອງຜ່າ ຕັດແກ່ນຕາຂຸ້ນ ເພື່ອໃຫ້ໂຮງໜໍ ດັ່ງກ່າວ ມີຄວາມອາດສາມາດ ຜ່າຕັດຕາຊ່ວຍໃຫ້ຜູ້ມີບັນຫາ ດ້ານສາຍຕາ, ໂດຍສະເພາະປະ ຊາຊົນຜູ້ທຸກຈົນຂາດເຂີນ ສາ ມາດເຂົ້າປິ່ນປົວ-ຜ່າຕັດຕາ ໂດຍ ບໍ່ໄດ້ເສຍຄ່າໃດໆ ແລະ ຊ່ວຍປັບປຸງການບໍລິການ ຂອງ ຂະແໜງຕາໄດ້ມີເຄື່ອງມືທີ່ ທັນສະໄຫນຮັບໃຊ້ສັງຄົມ.
ການມອບ-ຮັບໄດ້ມີຂຶ້ນ ລະຫວ່າງ ທ່ານ ເກຣັກ ເມລວ ຣໍາ ຜູ້ອໍານວຍການມູນ ນິທິ ອົງການໃຈບຸນສາກົນ DIC ແລະ ທ່ານນາງ ກົງສິດ ອຸ່ນ ຈິດ ຜູ້ອໍານວຍການ ໂຮງໜໍ ແຂວງສາລະວັນ./.
+ ມອບອຸປະກອນການແພດໃຫ້ສຸກສາລາບ້ານບົວບານ
+ ລາວຫາລືວຽກງານຄຸ້ມຄອງການໂຄສະນາອາຫານ, ຢາ ແລະ ຜະລິດຕະພັນການແພດ

