ຫລາຍ​ທ້ອງ​ຖິ່ນໄດ້ຮັບຄວາມເສຍ​ຫາຍຈາກພາຍຸ​ລະດູ​ຮ້ອນ

- 28468407 773351696201946 6050009349059170950 n - ຫລາຍ​ທ້ອງ​ຖິ່ນໄດ້ຮັບຄວາມເສຍ​ຫາຍຈາກພາຍຸ​ລະດູ​ຮ້ອນ
- kitchen vibe - ຫລາຍ​ທ້ອງ​ຖິ່ນໄດ້ຮັບຄວາມເສຍ​ຫາຍຈາກພາຍຸ​ລະດູ​ຮ້ອນ

ແຫລ່ງຂ່າວ ຂປລ ລາຍງານວ່າ: ປັດຈຸບັນ, ຄະນະ​ນຳ​ຢູ່​ແຕ່ລະ​ທ້ອງ​ຖິ່ນພວມ​ຮີບ​ຮ້ອນ​ລົງ​ສຳ​ຫລວດ​ກວດກາ​ ​ແລະ ​ເກັບ​ກຳ​ຂໍ້​ມູນຄວາມ​ເສຍ​ຫາຍຈາກ​ຜົນ​ກະທົບຂອງພາຍຸ​ລະດູ​ຮ້ອນເມື່ອວັນທີ 21-22 ກຸມພານີ້, ​ເຊິ່ງ​ເຮັດ​ໃຫ້​ເກີດມີຝົນຕົກລົມແຮງ ແລະ ໝາກເຫັບຕົກຢູ່​ຫລາຍ​ທ້ອງ​ຖິ່ນ​ທາງ​ພາກ​ເໜືອຂອງແຂວງຫລວງພະບາງ, ຊຽງຂວາງ, ​ແຂວງ​ວຽງຈັນ ​ແລະ ​ໄຊ​ຍະ​ບູລີ ​ເພື່ອ​ນຳ​ສະ​ເໜີຂໍ​ການ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ໃນ​ເບື້ອງ​ຕົ້ນ. ສະ​ເພາະເມືອງວຽງຄຳ ແຂວງຫລວງພະບາງ ໄດ້ເກີດມີຝົນຕົກ ແລະ ໝາກເຫັບຕົກຢ່າງໜັກເຮັດໃຫ້ 17 ບ້ານໄດ້ຮັບຜົນກະທົບ. ໃນນັ້ນມີເຮືອນ, ໂຮງຮຽນ ແລະ ຮົ້ວສວນເສຍຫາຍຢ່າງໜັກ ແລະ ມີຜູ້ໄດ້ຮັບບາດເຈັບ 1 ຄົນ. ສ່ວນເມືອງງອຍເຮັດໃຫ້ບາງພື້ນທີ່ຂອງບ້ານໜອງຂຽວໄດ້ຮັບຜົນກະທົບຢ່າງຮ້າຍແຮງ ເຊັ່ນ: ຕົ້ນໄມ້ໃຫ້ໝາກ, ພືດຜັກຕ່າງໆຂອງປະຊາຊົນໄດ້ຮັບເສຍຫາຍຢ່າງຫລວງຫລາຍ. ນອກຈາກນີ້ຍັງມີປະຊາຊົນ​ຈຳນວນໜຶ່ງຢູ່ເທດສະບານເມືອງນ້ຳບາກ ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສະພາບ​ການ​ດັ່ງກ່າວເປັນຄັ້ງ​ທຳ​ອິດ​ໃນຮອບຫລາຍສິບປີ, ປັດຈຸບັນຄອບ ຄົວທີ່ຖືກຜົນກະທົບ ແມ່ນພົບຄວາມຫຍຸ້ງຍາກຫລາຍດ້ານ ແລະ ຕ້ອງການຊ່ວຍເຫລືອ.

ສ່ວນບ້ານ​ປາກ​ຍັນ ​ເມືອງ​ແມດ ​ແຂວງ​ວຽງຈັນ ມີ​ປະຊາຊົນ​ຈຳນວນ 25 ຄອບຄົວໄດ້ຮັບ​ຜົນ​ກະທົບ​ເຮັດໃຫ້​ເຮືອນ​ຊານ​ເປ່​ເພ​, ພາຍຫລັງ​ເກີດ​ເຫດທາງ​ຄະນະ​ນຳເມືອງ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ ​​ແລະ ຈັດ​ສັນ​ສູນ​ອົບ​ພະຍົບ ​ໃຫ້​ຜູ້​ປະສົບ​ໄພ​ໄດ້​ອາ​ໄສ​ຊົ່ວຄາວ ​ແລະ ນຳສະ​ເໜີຂັ້ນ​ເທິງ​ ​ເພື່ອໃຫ້ການ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ໃນ​ເບື້ອງ​ຕົ້ນ.

- Visit Laos Visit SALANA BOUTIQUE HOTEL - ຫລາຍ​ທ້ອງ​ຖິ່ນໄດ້ຮັບຄວາມເສຍ​ຫາຍຈາກພາຍຸ​ລະດູ​ຮ້ອນ
- Visit Laos Visit SALANA BOUTIQUE HOTEL - ຫລາຍ​ທ້ອງ​ຖິ່ນໄດ້ຮັບຄວາມເສຍ​ຫາຍຈາກພາຍຸ​ລະດູ​ຮ້ອນ

​ໃນ​ຂະນະ​ທີ່​ເຫດການຟ້າຜ່າງົວຂອງທ້າວ ຊຽງທັດ ແສນພັນ ປະຊາຊົນບ້ານນາ​ຫີນ ​ເມືອງ​ແກ່ນ​ທ້າວ ​ແຂວງ​ໄຊ​ຍະ​ບູລີ ຕາຍ 27 ໂຕ, ເຊິ່ງເປັນງົວໃຫຍ່ 19 ໂຕ ແລະ ງົວນ້ອຍ 8 ໂຕ ລວມມູນ ຄ່າເສຍຫາຍ 100 ກວ່າລ້ານກີບ, ທາງ​ການ​ນຳ​ເມືອງ ໄດ້ສົບທົບອໍານາດການປົກຄອງບ້ານລົງ ກວດກາຕົວຈິງ ພ້ອມທັງປະເມີນມູນຄ່າເສຍຫາຍ ​ແລະ ນຳ​ໄປລາຍງານຕໍ່ແຂວງ ເພື່ອຊອກຫາທາງຊ່ວຍເຫລືອສຳລັບປະຊາຊົນ 2 ບ້ານ ຄືຶ: ບ້ານຜາຫວາຍ ແລະ ບ້ານຄັງພະນຽນ ເມືອງ​ໜອງ​ແຮດ ​ແຂວງ​ຊຽງ​ຂວາງກໍ​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ພາຍຸ​ລະດູ​ຮ້ອນ​ຄັ້ງ​ນີ້, ​​ເຊິ່ງ​ເຮັດ​ໃຫ້​ຫລັງຄາ​ເຮືອນເປເພກະເບື້ອງແຕກ ແລະ ສັງກະສີຊອດ 60 ກວ່າຫລັງປະເມີນຄວາມເສຍຫາຍປະມານ 30 ລ້ານກວ່າກີບ.

- 4 - ຫລາຍ​ທ້ອງ​ຖິ່ນໄດ້ຮັບຄວາມເສຍ​ຫາຍຈາກພາຍຸ​ລະດູ​ຮ້ອນ
- 3 - ຫລາຍ​ທ້ອງ​ຖິ່ນໄດ້ຮັບຄວາມເສຍ​ຫາຍຈາກພາຍຸ​ລະດູ​ຮ້ອນ
- 5 - ຫລາຍ​ທ້ອງ​ຖິ່ນໄດ້ຮັບຄວາມເສຍ​ຫາຍຈາກພາຍຸ​ລະດູ​ຮ້ອນ