ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ

- DSC 3607 - ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ
- kitchen vibe - ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ

ໃນວັນທີ 26 ກຸມພານີ້, ກົມປິ່ນປົວ ແລະ ຟື້ນຟູໜ້າທີການ ກະຊວງສາທາລະນະສຸກ, ໄດ້ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ, ຊຶ່ງໄດ້ຈັດຂຶ້ນພ້ອມກັບກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ, ຂຶ້ນທີ່ນະຄອນຫຼວງວຍງຈັນ, ໂດຍທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ ເຟຼດເດີຣີກາ ເມເຢີ ເຂົ້າຮ່ວມ.

ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ (NAYFS) ແມ່ນໄດ້ພັດທະນາມາຈາກປື້ມຄູ່ມືສຸຂະພາບຂອງໄວໜຸ່ມ ສໍາລັບຜູ້ໃຫ້ບໍລິການດ້ານສຸຂະພາບ ຂອງອົງການອະນາໄມໂລກ (WHO) ແລະ ປື້ມຄູ່ມືດັ່ງກ່າວ ໄດ້ຖືກປັບປຸງໃຫ້ເຂົ້າກັບສະພາບແວດລ້ອມ ແລະ ວັດທະນະທໍາ ໂດຍກະຊວງສາທາລະນະສຸກ ຈາກການສະໜັບສະໜູນຂອງອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ບັນດາຄູ່ຮ່ວມພັດທະນາ.

- Visit Laos Visit SALANA BOUTIQUE HOTEL - ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ
- Visit Laos Visit SALANA BOUTIQUE HOTEL - ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ

ປື້ມຄູ່ມືດັ່ງກ່າວ ເປັນຄູ່ມືຝຶກອົບຮົມໃຫ້ແກ່ຜູ້ໃຫ້ບໍລິການ ລວມທັງພະດຸງຄັນ, ພະຍາບານ, ພະນັກງານຄລີນິກ ແລະ ໝໍ ຢູ່ທຸກສະຖານທີ່ ໃຫ້ບໍລິການສຸຂະພາບ, ເພື່ອສ້າງທັກສະຄວາມສາມາດຂອງຜູ້ໃຫ້ບໍລິການ, ສາມາດຕອບສະໜອງຄວາມຕ້ອງການສະເພາະໄວໜຸ່ມໄດ້ຢ່າງມີປະສິດທິຜົນ ແລະ ມີຄວາມລະອຽດອ່ອນ, ທັງສາມາດຊ່ວຍເຫຼືອ ແລະ ໃຫ້ຂໍ້ມູນທີ່ເຮັດໃຫ້ໄວໜຸ່ມແກ້ໄຂບັນຫາໄດ້.

- 4 - ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ
- 3 - ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ
- 5 - ເຜີຍແຜ່ປື້ມຄູ່ມືແຫ່ງຊາດ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ