ຜູ້ຊາຍເຮັດວຽກແຕ່ລະແບບຄວນມີກິ່ນທີ່ເໝາະສົມ

- 022602 2018 - ຜູ້ຊາຍເຮັດວຽກແຕ່ລະແບບຄວນມີກິ່ນທີ່ເໝາະສົມ
- kitchen vibe - ຜູ້ຊາຍເຮັດວຽກແຕ່ລະແບບຄວນມີກິ່ນທີ່ເໝາະສົມ

ຮູ້ຫລືບໍ່ວ່າຜູ້ຊາຍທ່ີເຮັດວຽກໃນແຕ່ລະແບບກໍຈະມີບຸກຄະລິກທີ່ແຕກຕ່າງກັນໄປ ແລະ ກິ່ນນຳ້ຫອມທີ່ຄວນໃຊ້ນັ້ນກໍຄວນເປັນ ກິ່ນທີ່ເໝາະສົມນຳ ເພາະວ່າກິ່ນແຕ່ລະກິ່ນນັ້ນຈະຊ່ວຍຜ່ອນຄາຍຄວາມເຄັ່ງຄຽດທີ່ເກີດຂຶ້ນຕາມລັກສະນະການຄິດວິເຄາະຂອງ ວຽກແຕ່ລະວຽກໄດ້ ເຊິ່ງມີຜົນງານການວິໄຈຮັບຮອງຈາກມະຫາວິທະຍາໄລ Duke ປະເທດອາເມລິກາ ດັ່ງນີ້ :

– ຜູ້ທີ່ໃຊ້ຊີວິດສ່ວນຫລາຍຢູ່ເທິງຖະໜົນ : ຕ້ອງພົບກັບບັນຫາການຈໍລະຈອນຕ່າງໆນາໆ ບໍ່ວ່າຈະແມ່ນການຂັບລົດໄປຫາລູກຄ້າ ຫລື ເຮັດຫຍັງກໍຕາມ ຄວນໃຊ້ນຳ້ຫອມທີ່ມີກິ່ນຂອງໝາກກ້ຽງ ຫລື ໝາກນາວ ຈະຊ່ວຍຫລຸດຄວາມເຄັ່ງຄຽດທີ່ເກີດຂຶ້ນເທິງຖະໜົນໄດ້.

- Visit Laos Visit SALANA BOUTIQUE HOTEL - ຜູ້ຊາຍເຮັດວຽກແຕ່ລະແບບຄວນມີກິ່ນທີ່ເໝາະສົມ
- Visit Laos Visit SALANA BOUTIQUE HOTEL - ຜູ້ຊາຍເຮັດວຽກແຕ່ລະແບບຄວນມີກິ່ນທີ່ເໝາະສົມ

– ຜູ້ຊາຍເຮັດວຽກຫ້ອງການ : ຈາກການສຶກສາພົບວ່າຜູ້ຊາຍທີ່ເຮັດວຽກໃນຫ້ອງການມັກພົບມີອາການຄວາມດັນເລືອດສູງ ເຊິ່ງອາດເປັນຜົນທີ່ເກີດຈາກຄວາມເຄັ່ງຄຽດ ແລະ ແຮງກົດດັນໃນລະຫ່ວາງການເຮັດວຽກ ຄວນຈະໃຊ້ນຳ້ຫອມທີ່ມີສ່ວນປະສົມຂອງກິ່ນດອກກຸຫລາບ ເຊິ່ງຈະຊ່ວຍຫລຸດຄວາມດັນເລືອດສູງໄດ້.

– ຜູ້ຊາຍທີ່ຢູ່ກັບໂຕເລກ : ບໍ່ວ່າຈະເປັນໂຕເລກບັນຊີ, ໄຟແນນ, ການເງິນ, ການທະນາຄານ ຫລື ອັນໃດກໍຕາມ ມັນຕ້ອງເປັນເລື່ອງທີ່ໃຊ້ສະມາທິຫລາຍ ເພື່ອບໍ່ໃຫ້ໂຕເລກຜິດພາດ ນຳ້ຫອມທີ່ແນະນຳກໍແມ່ນນຳ້ຫອມທີ່ມີກິ່ນຂອງດອກລິນລີ ເພາະວ່າກິ່ນນີ້ຈະຊ່ວຍໃຫ້ມີສະມາທິຢູ່ກັບໂຕເລກໄດ້ດີຂຶ້ນ.

– ຜູ້ຊາຍພະແນກຂາຍ : ຜູ້ຊາຍກຸ່ມນີ້ເຄັ່ງຄຽດຫລາຍ  ຈຶ່ງເໝາະສົມກັບການໃຊ້ກິ່ນທຳມະຊາດ ເພາະມີການວິໄຈມາວ່າກິ່ນນີ້ຈະເຮັດໃຫ້ຄູ່ສົນທະນາຈັບຈ້ອງຢູ່ກັບຜູ້ໃຊ້ຫລາຍຂຶ້ນ ເຊິ່ງອາດເປັນການເຮັດໃຫ້ວຽກງານການຂາຍຂອງທ່ານດຳເນີນໄປໄດ້ດີຂຶ້ນ.

– ຜູ້ຊາຍເຮັດວຽກດ້ານສຸຂະພາບ : ການຢູ່ກັບຄົນເຈັບປ່ວຍຖືເປັນການເຮັດໃຫ້ຄົນທີ່ມີສຸຂະພາບດີຢູ່ແລ້ວເກີດອາການຈິດຕົກໄດ້. ຜູ້ຊາຍໃນສາຍວຽກນີ້ຄວນໃຊ້ນຳ້ຫອມທີ່ມີກິ່ນຂອງໝາກນາວເປັນສ່ວນປະສົມ ເພາະກິ່ນຂອງໝາກນາວຈະຊ່ວຍເຮັດໃຫ້ທ່ານສົດຊື່ນ, ມີຊີວິດຊີວາ ພ້ອມທີ່ຈະພົບໜ້າກັບຄົນເຈັບປ່ວຍ ແລະ ກິ່ນຂອງໝາກນາວຍັງຈະເຮັດໃຫ້ຄົນເຈັບທີ່ໄດ້ສຳຜັດກິ່ນຈາກທ່ານສົດຊື່ນຂຶ້ນມາໄດ້ນຳອີກ.

– ຜູ້ຊາຍທີ່ຕ້ອງຄອຍດູແລລູກຄ້າ : ຜູ້ຊາຍໃນພະແນກນີ້ອາດຈະໄດ້ຮັບຄຳຈົ່ມ, ຄຳຕຳໜິຕ່າງໆຈາກລູກຄ້າລຳລິລຳໄລ ແຕ່ແນວໃດເຂົາກໍເປັນລູກຄ້າ ຕ້ອງເອົາໃຈໃສ່ ເຊິ່ງກິ່ນທີ່ພໍຈະເຮັດໃຫ້ຜູ້ຊາຍກຸ່ມນີ້ສົດຊື່ນຂຶ້ນມາໄດ້ແດ່ຈະແມ່ນກິ່ນນຳ້ຫອມທີ່ມີສ່ວນປະສົມຂອງໝາກສົ້ມ ຊ່ວຍຫລຸດຜ່ອນອາການຊຶມເສົ້າໃນເວລາທ່ານບໍ່ມ່ວນໃຈ.

– ຜູ້ຊາຍດ້ານກົດໝາຍ : ຕ້ອງອາໄສຄວາມສະຫລາດ, ມີຄວາມຄິດທີ່ໄວວາ ເພາະການຕ້ອງຄິດໃຫ້ທັນຄົນອື່ນຕະຫລອດເວລາ ສະໝອງຈຶ່ງຕ້ອງອາໄສຫລັກການຕ່າງໆນາໆຫລາຍ ນຳ້ຫອມທີ່ເໝາະສົມກັບຜູ້ຊາຍກຸ່ມນີ້ເໝາະສົມກັບນຳ້ຫອມທີ່ມີກິ່ນຂອງຫຍ້າ ຫລື ກິ່ນເປືອກໄມ້ປະສົມຢູ່ ຈະຊ່ວຍເຮັດໃຫ້ເພີ່ມລະດັບຂອງອົກຊີແຊນໃນສະໝອງໄດ້ເຖິງ 28%.

- 4 - ຜູ້ຊາຍເຮັດວຽກແຕ່ລະແບບຄວນມີກິ່ນທີ່ເໝາະສົມ
- 3 - ຜູ້ຊາຍເຮັດວຽກແຕ່ລະແບບຄວນມີກິ່ນທີ່ເໝາະສົມ
- 5 - ຜູ້ຊາຍເຮັດວຽກແຕ່ລະແບບຄວນມີກິ່ນທີ່ເໝາະສົມ