IMF ແນະນຳອິນໂດເນເຊຍ ຫາທາງກະຕຸ້ນການໃຊ້ຈ່າຍ

ຜູ້ອຳນວຍການ IMF ແນະນຳລັດຖະບານອິນໂດເນເຊຍປະຕິຮູບນະໂຍບາຍເສດຖະກິດ ເພື່ອກະຕຸ້ນໃຫ້ການໃຊ້ຈ່າຍຫລາຍກວ່ານີ້ ເຊິ່ງຈະຊ່ວຍເພີ່ມການເຕີບໃຫຍ່ຂອງ GDP ໄດ້.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 27 ກຸມພານີ້ວ່າ: ທ່ານນາງ ຄຣິສຕິນ ລາກາດ ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ກ່າວພາຍຫລັງການພົບປະຫາລືກັບປະທານາທິບໍດີ ໂຈໂກ ວິໂດໂດ ໃນວັນທີ 26 ກຸມພາວ່າ: ເສດຖະກິດຂອງອິນໂດເນເຊຍ ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ຍັງມີຄວາມຍືດຍຸ່ນ. ເຖິງຢ່າງໃດກໍຕາມ, ລັດຖະບານຄວນເພີ່ມການຈັດສັນງົບປະມານດ້ານການໃຊ້ຈ່າຍ ເພື່ອການພັດທະນາສາທາລະນຸປະໂພກ ແລະ ການປະຕິຮູບຕະຫລາດແຮງງານ, ຂະແໜງການຜະລິດ ແລະ ຂະແໜງການເງິນ ເພື່ອໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເຕີບໃຫຍ່ເຖິງເປົ້າໝາຍ.
.@Lagarde : I had an excellent meeting with President @jokowi and was delighted to accompany him on his blusukan (impromptu) visits in the community. https://t.co/s6MnQQDXlp pic.twitter.com/f74WIYzuWF
— IMF (@IMFNews) February 26, 2018
ທັງນີ້, ການພັດທະນາເສດຖະກິດຂອງປະເທດໃຫ້ GDP ຂະຫຍາຍຕົວເຖິງເປົ້າໝາຍ 7% ຖືເປັນໜຶ່ງໃນວາລະແຫ່ງຊາດທີ່ທ່ານ ວິໂດໂດ ໃຫ້ຄວາມສຳຄັນເປັນລຳດັບທຳອິດ ນັບແຕ່ທ່ານເຂົ້າມາບໍລິຫານປະເທດ ໃນປີ 2014. ເຖິງຢ່າງໃດກໍຕາມ, ການໃຊ້ຈ່າຍຂອງພາກລັດ ແລະ ພາກເອກະຊົນຍັງບໍ່ເຖິງເປົ້າໝາຍ, ເຖິງວ່າທະນາຄານກາງຫລຸດອັດຕາດອກເບ້ຍນະໂຍບາຍລົງຈາກ 4,75% ເຫລືອ 4,50% ໃນເດືອນສິງຫາປີຜ່ານມາ ເພື່ອຫວັງກະຕຸ້ນເສດຖະກິດ ແລະ ສົ່ງເສີມສະຖຽນລະພາບໃຫ້ລະບົບການເງິນ ສົ່ງຜົນໃຫ້ການພັດທະນາໃນຫລາຍດ້ານພັດຂະຫຍາຍຕົວຊ້າ ແລະ GDP ຂອງອິນໂດເນເຊຍຂະຫຍາຍຕົວພຽງ 5,1% ໃນປີ 2017 ຕໍ່າກວ່າເປົ້າໝາຍ 5,2%. ຂະນະທີ່ IMF ຄາດຄະເນການເຕີບໃຫຍ່ຂອງເສດຖະກິດອິນໂດເນເຊຍໃນປີນີ້ໄວ້ທີ່ 5,3%.