ສະຫະພາບເອີຣົບຂູ່ຂວ້ຳບາດ ເສດຖະກິດກຳປູເຈຍ
ສະຫະພາບເອີຣົບ (EU) ຂູ່ຈະໃຊ້ມາດຕະການຂວ້ຳບາດທາງເສດຖະກິດຕໍ່ກຳປູເຈຍ, ພາຍຫລັງພັກລັດຖະບານກຳປູເຈຍຂອງທ່ານ ຮຸນເຊນ ໄດ້ຮັບໄຊຊະນະການເລືອກຕັ້ງສະພາສູງທຸກທີ່ນັ່ງໃນວັນທີ 25 ກຸມພາ ໂດຍບໍ່ມີພັກຝ່າຍຄ້ານລົງແຂ່ງຂັນ.
ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫລວງບຣຸກແຊນ ປະເທດແບນຊິກ ໃນວັນທີ 26 ກຸມພາວ່າ: ຖະແຫລງການຮ່ວມຂອງລັດຖະມົນຕີຕ່າງປະເທດ 28 ປະເທດສະມາຊິກກຸ່ມ EU ໃນວັນທີ 26 ກຸມພາ ກ່າວວ່າ: EU ກຳລັງພິຈາລະນາ “ມາດຕະການເປົ້າໝາຍຈຳເພາະ” ຕໍ່ກຳປູເຈຍ ເຊິ່ງນັກການທູດລະບຸວ່າເປັນການສົ່ງຄຳເຕືອນໄປຍັງທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍວ່າ: ເຈົ້າໜ້າທີ່ລະດັບສູງຂອງລັດຖະບານພະນົມເປັນອາດຖືກຂວ້ຳບາດ.
ນອກຈາກນັ້ນ, EU ກຳລັງທົບທວນສິດທິພິເສດທາງການຄ້າໃຫ້ກຳປູເຈຍ ເນື່ອງຈາກກຸ່ມນັກການເມືອງຝ່າຍຄ້ານ ແລະ ກຸ່ມສິດທິມະນຸດໃນກຳປູເຈຍຖືກທ່ານ ຮຸນເຊນ ກວາດລ້າງ ກ່ອນເຖິງການເລືອກຕັ້ງແຫ່ງຊາດ ທີ່ກຳນົດມີຂຶ້ນໃນເດືອນກໍລະກົດປີນີ້.
ຖະແຫລງການຂອງ EU ຮຽກຮ້ອງລັດຖະບານກຳປູເຈຍຟື້ນຟູປະຊາທິປະໄຕ ແລະ ຈາກພັດທະນາການຫລ້າສຸດ EU ອາດພິຈາລະນາກຳນົດມາດຕະການເປົ້າໝາຍສະເພາະເຈາະຈົງ, ຖ້າສະຖານະການບໍ່ປັບປຸງດີຂຶ້ນ. ນອກຈາກນັ້ນ ຍັງຈະເພີ່ມການເຝົ້າຕິດຕາມສິດທິພິເສດທາງການຄ້າແກ່ກຳປູເຈຍ ທີ່ເອີ້ນວ່າ: “ທຸກຢ່າງຍົກເວັ້ນອາວຸດ” ເຊິ່ງເຮັດໃຫ້ກຳປູເຈຍສາມາດສົ່ງອອກສິນຄ້າຕ່າງໆ ລວມທັງເສື້ອຜ້າເຄື່ອງນຸ່ງຫົ່ມ ໂດຍບໍ່ເສຍພາສີໄປສະຫະພາບເອີຣົບ ຕະຫລາດທີ່ຄວບຄຸມປະຊາຊົນປະມານ 500 ລ້ານຄົນ.