ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ

ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ - 13726785 1052479188123413 8385330654726080178 n 324x160 - ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ
ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ - kitchen vibe - ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ

  ໂດຍ: ກ້ອງສ່ອງ ອິດສະຫລະ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ໃນໂອກາດປີທ່ອງທ່ຽວ ລາວ 2018 ພວກເຮົາໄດ້ວາງ ຄາດ ໝາຍຕົວເລກທີ່ຈະດຶງ ດູດນັກທ່ອງທ່ຽວໃຫ້ໄດ້ 5 ລ້ານ ເທື່ອຄົນ ແລະ ສາມາດມີລາຍຮັບ ຈາກດ້ານນີ້ປະມານ 900 ກວ່າ ລ້ານໂດລາສະຫະລັດ ຫລື ຖ້າ ຈະເວົ້າອີກແບບໜຶ່ງກໍແມ່ນ ເກືອບຕື້ໂດລາ. ປັດຈຸບັນອຸດ ສະຫະກຳການທ່ອງທ່ຽວຢູ່ປະ ເທດເຮົາຖືວ່າເປັນອັນດັບ ສອງຂອງລາຍຮັບແຫ່ງຊາດ, ຕາມ ເຮົາວ່າ: ເພື່ອທະລຸຕົວເລກຄາດ ໝາຍທີ່ໄດ້ກ່າວມານີ້, ມັນຕ້ອງ ໄດ້ຜ່ານຫລາຍປັດໄຈ. ອັນສຳ ຄັນ ທີ່ສຸດແມ່ນຕ້ອງໄດ້ນຳເອົາ ນະໂຍບາຍສາມເປີດຂອງທ່ານນາຍົກວ່າ ມາປະຕິບັດເປັນຕົ້ນ ອັນທີ່ໜຶ່ງຕາມເຮົາຄິດ ແມ່ນຕ້ອງ ເປີດໃຈ, ອັນສອງແມ່ນເປີດປະ ຕູ ແລະ ອັນສາມແມ່ນ ເປີດສິ່ງ ກີດຂວາງ.

ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ - Visit Laos Visit SALANA BOUTIQUE HOTEL - ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ
ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ - Visit Laos Visit SALANA BOUTIQUE HOTEL - ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ

 

+ ສົ່ງເສີມການທ່ອງທ່ຽວ: ເລື່ອງ “ລາຄາ” ກໍໜ້າປັບປຸງ

+ ຫ້ອງນໍ້າສະອາດ ກໍສາມາດ ດຶງດູດນັກທ່ອງທ່ຽວໄດ້

 

ໃນສາມເປີດນີ້ມັນ ມີການພົວພັນ ເຊິ່ງກັນ ແລະ ກັນເປັນຕົ້ນວ່າເປີດໃຈແມ່ນບໍ່ ໃຫ້ມີແຕ່ຄິດກັບຄຳເວົ້າ, ຄືເວົ້າ ແລ້ວຕ້ອງເຮັດໄປພ້ອມໆ ກັນ ກົງກັນຂ້າມຫາກມີແຕ່ຄຳເວົ້າ ມັນຈະກາຍເປັນຄຳຖະແຫລງ ແປງວາດ ຫລື ທິດສະດີນ້ຳ ເຕົ້າເປົ່າຕໍ່ແຂກຄົນ ຊື່ໆມັນກໍ ຈະບໍ່ເກີດດອກອອກຜົນ, ເວົ້າ ແຈ້ງຖ້າມີແຕ່ເປີດໃຈບໍ່ເປີດປະ ຕູກັບເປີດສິ່ງກີດຂວາງມັນກໍ ບໍ່ມີຜົນຫຍັງຕາມມາ. ສ່ວນ ການເປີດປະຕູນັ້ນ, ກໍນັບແຕ່ ການ ອຳນວຍຄວາມສະດວກ ບັນດາແຂກຄົນນັບແຕ່ເວລາ ເຂົ້າມາທ່ຽວໃຫ້ກວ້າງອອກ ຕ້ອງກຳໄດ້ນະໂຍບາຍ ແລະ ແນວທາງຂອງລັດຖະບານໃຫ້ແໜ້ນ, ອັນໃດເປັນນະໂຍບາຍ, ຍຸດໂທບາຍ ແລະ ກົດໝາຍ ຫລີກເວັ້ນທຸກການກະທຳທີ່ ເປັນການກົດໜ່ວງຖ່ວງດຶງນັກ ທ່ອງທ່ຽວ; ເປັນຕົ້ນການບໍລິ ການ ດ້ານເອກະສານ, ການໄປ ການມາ, ການກິນການ ຢູ່ກໍໃຫ້ ພໍດ້າມພໍດີດັ່ງຄຳເຫັນເຂົາເຄີຍ ເວົ້າວ່າ: ຄ່າອາຫານກັບຄ່າບໍລິ ການ ຢູ່ບ້ານເຮົາມັນແພງຖ້າ ທຽບໃສ່ປະເທດເພື່ອນບ້ານໃນກຸ່ມອາຊຽນກ່ຽວກັບເປີດສິ່ງ ກິດຂວາງນັ້ນ, ຕາມເຮົາວ່າ ມັນ ຍິ່ງສຳຄັນນ້ຳເບີໜຶ່ງ ຍ້ອນວ່າ: ໃນຫລາຍປີຜ່ານມາລະບົບ ການເຮັດວຽກຢູ່ບ້ານເຮົາມັນ ມີຫລາຍໆ ລາຍເຊັນ: ຫລາຍ ຂອດຫລາຍຕອນ ແລະ ຫລາຍ ຂອດຫລາຍຂັ້ນ. ປັດໄຈ ທີ່ສຳ ຄັນທີ່ສຸດຄຳເວົ້າກັບປະຕິບັດ ຕ້ອງໃຫ້ໄປຄຽງຄູ່ກັນ ແລະ ເປັນ ເອກະພາບກັນ ບັນຫາທີ່ຢາກ ເລັ່ງ ໃສໃນຈຸດນີ້ແມ່ນການກົດ ໜ່ວງຖ່ວງດຶງຊອກວິທີໂກງ ເອົາເງິນຈາກນັກທ່ອງທ່ຽວ, ຄ່າ ລົດກໍຂຶ້ນ, ຄ່າອາຫານກໍແພງ, ການບໍລິການຊັກຊ້າ, ການເວົ້າ ຈາກໍບໍ່ເປັນຕາຟັງ, ການເຮັດກໍ ບໍ່ສົມຄຳເວົ້າສຸດທ້າຍ ເງິນຄຳ ມັນ ກໍບໍ່ມາຢູ່ໃນກຳມືເຮົາ. ນອກ ຈາກສິ່ງຕ່າງໆ ທີ່ຜູ້ຂຽນໄດ້ ຍົກມາຂ້າງເທິງນີ້ແລ້ວ, ເງິນ ຄຳທີ່ໄດ້ມາຖ້າມີການ ຄຸ້ມຄອງບໍ່ຮັດກຸມມັນກໍອາດມີການຮົ່ວ ໄຫລແບ່ງສັນປັນສ່ວນ, ພຸ້ນ ແດ່, ພີ້ແດ່ທັງເຈົ້າທັງຂ້ອຍສຸດ ທ້າຍ ໂຕທີ່ຈະເຂົ້າຫາລັດມັນ ກໍເລີຍເປີະ.

ໃນສະພາບລະບົບການ ຄຸ້ມຄອງດ້ານມະຫາພາກຂອງ ພວກເຮົາພວມເລີ່ມເຂົ້າສູ່ຄວາມເຂັ້ມແຂງໃຫ້ເປັນລັດແຫ່ງກົດ ໝາຍ, ຫລຸດຜ່ອນການສໍ້ລາດ ບັງຫລວງ ແລະ ເສີມຂະຫຍາຍ ວຽກງານດ້ານທຸລະກິດ ແລະ ການລົງທຶນພວກເຮົາຍິ່ງຈະ ຕ້ອງໄດ້ເອົາໃຈໃສ່ປະຕິບັດນະ ໂຍບາຍສາມເປີດໃຫ້ມີປະສິດ ທິພາບ ແລະ ປະກົດຜົນເປັນຈິງ ເຊິ່ງບັນຫາດັ່ງກ່າວໃນປີ 2018 ປະເທດເຮົາໄດ້ຈັດເຂົ້າຢູ່ໃນ ອັນດັບທີ 140 ກວ່າຂອງບັນ ດາປະເທດທີ່ໃຫ້ຄວາມສະດວກທາງດ້ານການລົງທຶນ, ນີ້ກໍສະ ແດງໃຫ້ເຫັນວ່າ ພວກເຮົາຍັງ ຢູ່ໃນດັບແຖວຫລັງໃນການພັດທະນາປະເທດໃຫ້ທຽມທັນກັບ ເພື່ອນມິດທີ່ເຂົາເດີນໄປໄກແລ້ວ ຕາມຜູ້ຂຽນຄິດ, ນັບແຕ່ປະເທດ ຊາດເຮົາມີນະໂຍບາຍປ່ຽນ ແປງໃໝ່ເປັນຕົ້ນມາເຮັດໃຫ້ ແນວຄິດຂອງຄົນເຮົາມີການ ປ່ຽນແປງໃນ ເຊິ່ງທາງລຸກຢ່າງ ຫລວງຫລາຍ; ແຕ່ກໍເຫັນ ວ່າການ ປ່ຽນແປງທາງດ້ານ ຫາຜົນປະໂຫຍດສ່ວນໂຕນັ້ນ ມີຢ່າງຫລວງຫລາຍສ່ວນວ່າ ຫາຜູ້ທີ່ເປັນຫ່ວງໃນອະນາຄົດ ຂອງບ້ານເມືອງນັ້ນມີໜ້ອຍ. ດ້ວຍເຫດນັ້ນຈຶ່ງເກີດໃຫ້ມີການສໍ້ລາດບັງຫລວງ, ບັນຫາຢາ ເສບຕິດ ແລະ ການສວຍໃຊ້ໜ້າ ທີ່ຕຳແໜ່ງເພື່ອຄວາມຢູ່ຫລອດ ແລະ ຄວາມຮັ່ງມີຂອງຕົນເອງ ນັ້ນເປັນຫລັກ./.

ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ - 13726785 1052479188123413 8385330654726080178 n 324x160 - ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ

ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ - 5 - ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ
ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ - 4 - ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ
ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ - 3 - ຢາກທະລຸ 5 ລ້ານຕ້ອງຜ່ານສາມເປີດ