​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ?

​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ? - 28547953 586621575022600 1508335165 o - ​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ?
​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ? - kitchen vibe - ​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ?

ການ​ປະ​ກາດ ດັດ​ສະ​ນີ​ຄວາມ​ໂປ່ງ​ໄສ (CPI) ​ຂອງ 180 ປະ​ເທດ​ໃນ​ທົ່ວ​ໂລກປະ​ຈຳ​ປີ 2017 ໃນ​ກາງ​ເດືອນ​ກຸມ​ພາ 2018 ​ທີ່​ຜ່ານ​ມາເຮັດ​ໃຫ້ຫຼາຍ​ຄົນສົງ​ໄສວ່າ ເປັນ​ຫຍັງ ສ​ປ​ປ​ລາວ ​ຄື​ໄດ້​ຄະ​ແນນ​ໜ້ອຍ​ແທ້, ຖ້າ​ແມ່ນການ​ສອບ​ເສັງ​ກໍ​ບໍ່​ຜ່ານ​ແນ່​ນ​ອນ ເພາະ​ໄດ້ 29 ຄະ​ແນນຈາກ 100 ຄະ​ແນນ.

ສ​ປ​ປ​ລາວ ຖືກ​ຈັດ​ໃນ​ລຳ​ດັບ ທີ 135 ຈາກ 180 ປະ​ເທດ ຂອງ​ຄວາມ​ໂປ່ງ​ໄສ​ປະ​ຈຳ​ປີ 2017 ເຊິ່ງ​ຫຼຸດ 12 ອັນ​ດັບຈາກ​ປີ 2016 ທີ່​ຖືກ​ຈັດ​ໃນ​ລຳ​ດັບ​ທີ 123 ດ້ວຍ​ຄະ​ແນນ 30 ຈາກ 100 ເລີຍ​ເຮັດ​ໃຫ້ ສ​ປ​ປ​ລາວ ຖືກ​ຈັດ​ໃນ​ລຳ​ດັບ​ທີເກືອບ​ສຸດ​ທ້າຍ​ຂອງ​ພາກ​ພື້ນ​ໃນ​ປີນີ້, ຍັງ​ດີກວ່າ​ກຳ​ປູ​ເຈຍ​ເທົ່າ​ນັ້ນ.

​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ? - Visit Laos Visit SALANA BOUTIQUE HOTEL - ​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ?
​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ? - Visit Laos Visit SALANA BOUTIQUE HOTEL - ​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ?

ຈາກ​ຜົນ​ການ​ສຳຫຼວດ​ດັ່ງ​ກ່າວນີ້​, ອາດ​ສອດ​ຄ່ອງ​ກັບ​ການ​ເປີດ​ເຜີຍຂໍ້​ມູນຂອງ​ລັດ​ຖະ​ບານ​ເຮົາ​ທີ່​ວ່າໃນ​ປີ 2017 ​ຜ່ານ​ມາ ​ເພິ່ນ​ໄດ້​ກວດ​ພົບ​ໂຄງ​ການນອກ​ແຜນຈຳ​ນວນ 285 ໂຄງ​ການ​ທົ່ວ​ປະ​ເທດ ທີ່​ມີ​ມູນ​ຄ່າ​ຄວາມເສຍ​ຫາຍຈຳ​ນວນ 4.483 ຕື້​ກີບ “ທີ່ມີການຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົດໝາຍ ໃນດ້ານງົບປະມານລາຍຮັບ-ລາຍຈ່າຍ ແລະ ບໍ່ຜ່ານການຮັບຮອງໂດຍສະພາແຫ່ງຊາດ, ຊຶ່ງຍັງບໍ່ຮວມ ​ເອົາຜົນເສຍຫາຍທີ່ເກີດຂຶ້ນ​ອີກ​ຕ່າງ​ຫາ​ກ”.

ສິ່ງ​ດັ່ງ​ກ່າວ​, ​ສະ​ທ້ອນ​ໃຫ້​ເຫັນ​ຊັດ​ເຈນ​ວ່າ ບັນ​ຫາການ​​ສໍ້​ລາດ​ບັງຫຼວງ ຍັງ​ເປັນ​ໄພ​ຂົ່ມຂູ່​ຕໍ່​​ສະ​ຖຽນ​ລະ​ພາບ​ຂອງ​ຊາດ, ເພາະ​ສະ​ນັ້ນ ປະ​ທານ​ປະ​ເທດ​ເຮົາ​ຈຶ່ງ​ເນັ້ນ​​ວ່າ “ການ​ສໍ້​ລາດ​ບັງຫຼວງ ອາດ​ເຮັດ​ໃຫ້​ການ​ເງິນ​ລັດລົ້ມ​ລະ​ລາຍ” ແລະ​ “ຕ້ອງໃຊ້​ມາດ​ຕະ​ການ​​ລົງ​ໂທດ​ຢ່າງ​ເດັດ​ຂາດ”.

​ຕໍ່​ບັນ​ຫາ​ນີ້, ພວກ​ເຮົາ​ກໍ​ຮັບ​ຮູ້​ຢ່າງ​ແຈ່ມແຈ້ງວ່າ:  ລັດ​ຖະ​ບານ​ເຮົາ​ກໍ​ບໍ່​ໄດ້​ນິ້ງນອນ​ເສີຍ,  ໂດຍມີ​ນະ​ໂຍ​ບາຍ​ຕ່າງ​ໆ ເພື່ອ​ແກ້​ໄຂ​ບັນ​ຫານີ້ ທີ່​ຊຳ​ເຮື້ອ​ມາ​ຍາວ​ນານ, ນັບ​ແຕ່ກ​ານສະ​ກັດ​ກັ້ນ​ການ​ຄ້າ​ຂາຍ​ໄມ້​ທ່ອນ, ການ​ປັບ​ປຸງ​ລະ​ບົບ​ກ​ານ​ເງິນ, ການ​ເກັບ​ລາຍ​ຮັບ​-ລາຍ​ຈ່າຍ​ໃຫ້​ໄດ້​ຕາມ​ເປົ້າ , ໂດຍ​ເອົາ​ເຄື່ອງ​ທັນ​ສະ​ໄໝ​ມາ​ຊ່ວຍ, ການ​ສະ​ກັດ​ກັ້ນ​ໂຄງ​ການນອກ​ແຜນ, ກ​ານກວດ​ສອ​ບ​ສະ​ຖິ​ຕິ ພະ​ນັກ​ງານ​ລັດ​ຖະ​ກອນ ລວມທັງການ​ເຂັ້ມ​ງວດ​​ຄັດ​ເລືອກ ພະ​ນັກ​ງານ​ລັດ​ຖະ​ກອນ​ໃໝ່​ ແລະ​ ປະທານອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຊາດລາວ ​ຍັງຢືນຢັນຈະເປີດເຜີຍຄະດີສໍ້ລາດບັງຫຼວງໃນລາວຕຶ່ມ​ອີກ.

ທັງ​ໝົດ​ນັ້ນ, ກໍ​ແມ່ນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ທີ່​ຈະ​ແກ້​ໄຂ​ບັນ​ຫານີ້, ບັນ​ຫາ​ການ​ສໍ້​ລາດ​ບັງຫຼວງ ບໍ່​ແມ່ນ​ຈະ​ມີ​ແຕ່​ປະ​ເທດ​ເຮົາ, ຜົນ​ການ​ສຳຫຼວດ​ປີນີ້​ກໍ​ໃຫ້​ຮູ້​ວ່າ 2/3 ຂອງ 180 ປະ​ເທດ​ແມ່ນ​ມີ​ຄະ​ແນນບໍ່​ຮອດ 50 ຖື​ວ່າ ສອບ​ເສັງຕົກ​ກາຍ​ເຄິ່ງ ແລະ ​ການ​ແກ້​ໄຂ​ບັນ​ຫານີ້ ກໍ​ຕ້ອງໃຊ້​ເວ​ລາ  ແລະ ​ການ​ມີ​ສ່ວນ​ຮ່ວມຂອງຫຼາຍ​ພາກ​ສ່ວນ, ໃນ​ນັ້ນ ນອກ​ເໜືອ​ຈາກການ​​ຈັດ​ຕັ້ງປະ​ຕິ​ບັດ​ບັນ​ດາ​​ນະ​ໂຍ​ບາຍ, ຄຳ​ສັ່ງ ແລະ ​ລະ​ບຽບ​ກົດ​ໝາຍ ທີ່​ກ່ຽວ​ຂ້ອງ ຢ່າງ​ເຂັ້ມ​ງວດ​ແລ້ວ “ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ທີ່​ຊັດ​ເຈນ ແລະ​ ຖືກ​ຕ້ອງ ກ່ຽວ​ກັບ​ການ​ສໍ້​ລາດ​ບັງຫຼວງ​ໃນ​ ສ​ປ​ປ ​ລາວ” ອາດ​ເປັນ​ປັດ​ໄຈ​ໜຶ່ງ​ທີ່​ສຳ​ຄັນ​ ໃນ​ການ​ເປີດ​ປະ​ຕູ​ໃຫ້ມວນ​ຊົນ​ໄດ້​ມີ​ສ່ວ​ນ​ຮ່ວມ​ໃນ​ການ​​ແກ້​ໂຈດນີ້ ເພື່ອ​​ປະ​ກອບ​ສ່ວນໃຫ້ປະເທດ ເຮົາ​ເສັງ​ຜ່ານໃນ​ປີ​ຕໍ່​ໄປ​ໄດ້ !.

​ສຳ​ລັບ​ປະ​ເທດ​ທີ່​ໄດ້​ຄະ​ແນນຫຼາຍກວ່າ​ໝູ່ໃນ​ໂລກ​ເລື່ອງ​ຄວາມ​ໂປ່ງ​ໄສ​ໃນ​ປີນີ້​ຕົກ​ເປັນ​ຂອງ ນູ​ແວນ ເຊ​ລັງ (New Zealand) ​ເຊິ່ງ​ໄດ້ 89 ຄະ​ແນນ ຈາກ 100 ຄະ​ແນນ ແລະ ປະ​ເທດ​ໂຊ​ມາ​ລີ (Somalia) ໄດ້​ເປັນ​ອັນ​ດັບ​ສຸດ​ທ້າຍ ດ້ວຍ​ຄະ​ແນນ 9 ຈາກ 100 ຄະ​ແນນ, ໃນ​ຂົງເຂດ ອາ​ຊຽນ (ASEAN), ສິງ​ກະ​ໂປ​ຄອງ​ອັນ​ດັບ​ນຶ່ງ ດ້ວຍ​ຄ​ະ​ແນນ 84 (ອັນ​ດັບ 6 ຂອງ​ໂລກ) ແລະ ​ທີ​ສຸດ​ທ້າຍ​ໄດ້​ແກ່ ກຳ​ປູ​ເຈຍ ທີ່​ໄດ້​ 21 ຄະ​ແນນ (ອັນ​ດັບ 161 ຂອງ​ໂລກ). ຂໍ້​ມູນ​ເພີ່ມ​ເຕີມ​ແມ່ນ​ສາ​ມາດ​ຄົ້ນ​ຫາ​ໄດ້​ທີ ເວບ​ໄຊ໌: https://www.transparency.org/news/feature/corruption_perceptions_index_2017

 

​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ? - 5 - ​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ?
​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ? - 3 - ​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ?
​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ? - 4 - ​ເລື່ອງມື​ສະ​ອາດ: ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເສັງ​ຜ່ານ ?