2018 ກອງຄຸ້ມຄອງພາສີ IV ສູ້ຊົນເກັບລາຍຮັບໃຫ້ໄດ້ 122 ຕື້ກວ່າກີບ

ທ່ານ ບຸນມີ ສີພາວອນ ຫົວໜ້າກອງຄຸ້ມຄອງພາສີ IV ໃຫ້ສໍາພາດວ່າ: ກອງຄຸ້ມຄອງພາສີ IV ປະກອບມີແຂວງຊຽງຂວາງ-ແຂວງຫົວພັນເປັນເສນາທິການໃຫ້ກົມພາສີໃນການຈັດຕັ້ງປະຕິບັດແຜນຍຸດທະສາດ, ກົນໄກຄຸ້ມຄອງວຽກງານວິຊາສະເພາະຕາມພາລະບົດບາດ, ລະບຽບການຕ່າງໆຂອງພາສີຢ່າງເຂັ້ມງວດ ແລະ ໃນໄລຍະ 1 ປີຜ່ານມາ, ເຈົ້າໜ້າພາສີກອງຄຸ້ມຄອງພາສີ IV ໄດ້ສຸມສະຕິເຫື່ອແຮງ ແລະ ເອົາໃຈໃສ່ປະຕິບັດ 10 ຂໍ້ຫ້າມຂອງພະນັກງານ-ລັດຖະກອນຂະແໜງການເງິນ ແລະ ນິຕິກຳອື່ນໆ, ເຮັດໃຫ້ສາມາດປະຕິບັດລາຍຮັບໄດ້ທັງໝົດ 115 ຕື້ກວ່າກີບ. ໃນນັ້ນແຂວງຊຽງຂວາງຕາມແຜນການປີແມ່ນ 49 ຕື້ກວ່າກີບ, ປະຕິບັດຕົວຈິງໄດ້ 91 ຕື້ກີບເທົ່າກັບ 185% ຂອງແຜນການປີ, ລາຍຮັບສ່ວນໃຫຍ່ໄດ້ຈາກການນ້ຳເຂົ້ານໍ້າມັນເຊື້ອໄຟ, ການແກ້ໄຂພາຫະນະບໍ່ຖືກຕ້ອງ ແລະ ລາຍຮັບອື່ນໆ. ສ່ວນແຂວງຫົວພັນຕາມແຜນການ ແມ່ນ 22 ຕື້ກວ່າກີບ, ແຕ່ປະຕິບັດຕົວຈິງໄດ້ 24 ຕື້ກວ່າກີບເທົ່າກັບ 107% ຂອງແຜນການປີ.
ທ່ານຫົວໜ້າກອງຄຸ້ມຄອງພາສີ IV ກ່າວວ່າ: ໃນປີ 2018 ກອງຄຸ້ມຄອງພາສີ IV ໄດ້ວາງຄາດໝາຍສູ້ຊົນເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ໄດ້ 122 ຕື້ກວ່າກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 7,39% ໃນນັ້ນ, ແຂວງຊຽງຂວາງໃຫ້ບັນລຸ 92 ຕື້ກວ່າກີບ (ດ່ານພາສີສາກົນນ້ຳກັ່ນ 84 ຕື້ກວ່າກີບ, ກອງກວດກາພາສີປະຈຳແຂວງ 7,7 ຕື້ກວ່າກີບ), ແຂວງຫົວພັນ 30 ຕື້ກວ່າກີບ (ດ່ານພາສີສາກົນນໍ້າໂສຍ 29 ຕື້ກວ່າກີບ, ກອງກວດກາພາສີປະຈຳແຂວງ 1,1 ຕື້ກວ່າກີບ). ຄຽງຄູ່ກັນນີ້, ຕ້ອງເຂັ້ມງວດປະຕິບັດບັນດາຂໍ້ຫ້າມ ແລະ ເຊື່ອມຊຶມບັນດານິຕິກຳຕ່າງໆຢ່າງເປັນປົກກະຕິ ເພື່ອເຮັດໃຫ້ພະນັກງານ, ເຈົ້າໜ້າທີ່ພາສີຄວາມເຂົ້າໃຈ ແລະ ມີສະຕິຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຕາມຂັ້ນເທິງມອບໝາຍໃຫ້ຢ່າງຕັ້ງໜ້າ, ພ້ອມທັງແກ້ໄຂການເກັບລາຍຮັບບໍ່ຄົບຖ້ວນ, ປ້ອງກັນການຮົ່ວໄຫລ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຂະແໜງການເງິນ ແລະ ຈັດຕັ້ງຜັນຂະຫຍາຍຄໍາສັ່ງເລກທີ 09/ນຍ ຢ່າງເຂັ້ມງວດ, ເພື່ອເປັນການພັດທະນາພື້ນຖານໂຄງລ່າງຂອງກອງຄຸ້ມຄອງພາສີ IV ຊຶ່ງເປັນປັດໃຈທີ່ສໍາຄັນໃນການຈັດເກັບລາຍຮັບເຂົ້າແຜນງົບປະມານໃຫ້ບັນລຸຕາມຄາດໝາຍວາງໄວ້.