ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ

ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ - accident 4 - ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ
ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ - kitchen vibe - ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ

ກົມ​ຕຳຫລວດ​ຈະລາຈອນ ​ໃຫ້​ຮູ້​ວ່າ: ​ໃນຄ່ຳ​ຄືນ​ວັນ​ທີ 25 ກຸມພານີ້, ​ໄດ້​ເກີດ​ອຸປະຕິ​ເຫດ​ລົດ​​​ໂດຍສານ​ຜົ້ງ​ສາລີ-ວຽງຈັນ ໝາຍ​ເລກ​ທະບຽນ 1919 ປິ້ນຕົກລົງ​ພູ​ເຂດ​ເສັ້ນທາງ​ເມືອງ​ນານ-ກາສີ, ຢູ່ບໍລິເວນບ້ານທົ່ງ​ເຫມືອດເມືອງກາສີ ​ແຂວງວຽງຈັນ, ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິ​ດຄາ​ທີ່ 7 ຄົນ (ຍິງ 2 ຄົນ), ພ້ອມ​ມີຜູ້​ໄດ້​ຮັບ​ບາດ​ເຈັບ 20 ກວ່າ​ຄົນ.

ຈາກ​ການ​ສືບສວນ-ສອບ​ສວນ​ເບື້ອງຕົ້ນ​ຂອງເຈົ້າໜ້າທີ່ຮູ້ສາເຫດຂອງການເກີດອຸປະຕິເຫດແມ່ນຍ້ອນເບກແຕກ, ເຮັດໃຫ້ຜູ້ຂັບຂີ່ຊຶ່ທ້າວ ກ້າງ ອາຍຸ 35 ປີ ຢູ່​ບ້ານໜອງ​ແຕ່ງ ​ເມືອງສີ​ໂຄດ​ຕະບອງນະຄອນຫລວງ​ວຽງຈັນ ບໍ່ສາມາດຄວບຄຸມລົດໄດ້ເພາະເປັນເສັ້ນທາງຄ້ອຍຊັນ, ຈຶ່ງເຮັດໃຫ້ລົດເສຍຫລັກປີ້ນຕົກລົງເຫວເລິກປະມານ 50-60 ແມັດຢ່າວຮຸນແຮງ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ​ເປັນ​ຈຳນວນ​ຫລາຍ.

ເຈົ້າໜ້າທີ່​ຍັງ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 24 ກຸມພານີ້, ​ຢູ່​ເຂດ​ບ້ານ​ໃໝ່​ເມືອງຄູນ ​ແຂວງຊຽງຂວາງ, ​ໄດ້​ເກີດ​ອຸປະຕິ​ເຫດ​ລົດ​ຕູ້​ໂດຍສານຕຳ​ກັບ​ລົດຈັກເສຍຫລັກ ​​ພິກ​ປິ້ນລົງແຄມທາງ, ​ເຮັດ​ໃຫ້​ຜູ້​ໂດຍສານ​ທີ່​ຂີ່​ມາ​ໃນ​ລົດ​ຄັນ​ດັ່ງກ່າວ​ເສຍ​ຊີວິດ​ຄາ​ທີ່ 3 ຄົນ, ສາ​ເຫດ​ແມ່ນ​ຍ້ອນ​ຂັບ​ຂີ່​ລົດ​ໄວ.

ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ - 4 - ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ
ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ - 5 - ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ
ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ - 3 - ລົດ​ໂດຍສານຜົ້ງ​ສາລີ-ວຽງຈັນຕົກເຫວເລິກຢູ່​ເສັ້ນທາງເມືອງນານ-​ກາສີ ມີຜູ້ເສຍຊີວິດ 7 ແລະ ບາດເຈັບ 20 ຄົນ​ ຍ້ອນ​ເບ​ກ​ແຕກ