ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ

ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ - pwysgp7o copy - ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ
ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ - kitchen vibe - ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ

ລັດຖະບານ​ວໍ​ຊິງ​ຕັນ​ຢຸດ​ການ​ຊ່ວຍ​ເຫລືອ​ມູນ​ຄ່າ 8,3 ລ້ານ​ໂດ​ລາ​ສະຫະລັດ ​ແກ່​ກຳປູ​ເຈຍ ຄວບ​ຄຸມ​ຫລາຍ​ດ້ານ ລວມທັງ​ກິດຈະກຳ​ຂອງ​ກອງທັບ ​ໂດຍ​ໃຫ້​ເຫດຜົນ​ກ່ຽວ​ກັບ “ຄວາມ​ເສື່ອ​ມຖອຍ​ທາງ​ປະຊາທິປະ​ໄຕ”.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ວໍ​ຊິງ​ຕັນ ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 27 ກຸມພາ​ວ່າ: ທຳນຽບຂາວ​ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 27 ກຸມພາ ​ເລື່ອງ​ການ​ຢຸດ​ໂຄງການ​ສະໜັບສະໜູນ​ແກ່​ສຳນັກງານ​ສັບ​ພາກອນ, ລັດຖະບານ​ທ້ອງ​ຖິ່ນ ​ແລະ ກອງທັບ​ກຳປູ​ເຈຍ ມູນ​ຄ່າ​ລວມ 8,3 ລ້ານ​ໂດ​ລາ​ສະຫະລັດ ​ເນື່ອງ​ຈາກ “ຄວາມ​ເສື່ອ​ມຖອຍ​ທາ​ງປະຊາທິປະ​ໄຕ” ​ໃນ​ກຳປູ​ເຈຍ ​ເຊິ່ງສ້າງ​ຄວາມ​ກັງວົນ​ຢ່າງ​ໜັກ​ແກ່​ລັດຖະບານ​ວໍ​ຊິງ​ຕັນ ບໍ່​ວ່າ​ຈະ​ເປັນ​ການ​ຍຸບ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ​ເຊິ່ງ​ເປັນ​ພັກ​ແກນ​ນຳ​ຝ່າຍ​ຄ້ານ ​ແລະ ຜົນ​ການ​ເລືອກ​ຕັ້ງສະມາຊິກ​ວຸດ​ທິສະພາ​ໃນ​ວັນ​ທີ 25 ກຸມພາ ​ເຊິ່ງ​ບໍ່​ໄດ້​ສະທ້ອນ “ຄວາມ​ຕ້ອງການ​ທີ່​ແທ້​ຈິງ” ຂອງ​ຊາວ​ກຳປູ​ເຈຍ.

https://twitter.com/phearun07/status/968373035878223874

ທັງ​ນີ້, ຜູ້​ສະໝັກ​ຈາກ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ພາຍ​ໃຕ້​ການ​ນຳ​ຂອງ​ນາຍົກລັດຖະມົນຕີ ຮຸນ​ເຊ​ນ ​ໄດ້​ຮັບ​ເລືອກ​ຕັ້ງຕຳ​ແໜ່​ງສະມາຊິກ​ວຸດ​ທິສະພາ​ທັງ​ໝົດ 58 ທີ່​ນ່ັງ​ທີ່​ມາ​ການ​ຊີງ​ໄຊ ​ໂດຍ​ເປັນ​ພັກ​ການ​ເມືອງ​ຂະໜາດ​ໃຫຍ່​ພຽງ​ພັກ​ດຽວ​ທີ່​ສົ່ງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ ​ເນື່ອງ​ຈາກ​ພັກ CNRP ຖືກ​ຍຸບ​ໄປ​ແຕ່​ເດືອນ​ພະຈິກ​ປີຜ່ານມາ ສົ່ງ​ຜົນ​ໃຫ້​ສະມາຊິກ​ສະພາ​ທ້ອງ​ຖິ່ນ​ໃນ​ສັງກັດ​ພັກ CNRP ບໍ່​ອາດ​ປະຕິບັດ​ໜ້າ​ທີ່​ລົງ​ຄະ​ແນນ​ເລືອກ​ຕັ້ງສະມາຊິກ​ວຸດ​ທິສະພາ​ໄດ້.

ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ - 3 - ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ
ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ - 4 - ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ
ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ - 5 - ອາເມລິກາຢຸດເງິນຊ່ວຍເຫລືອ ຫລາຍດ້ານແກ່ກຳປູເຈຍ