ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ

ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ - 032702 2018 - ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ
ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ - kitchen vibe - ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ

ເລີ່ມຕົ້ນໂດຍສີສັນຂອງເຄື່ອງນຸ່ງ ສຳລັບຄົນຜິວຂາວຈະເລືອກນຸ່ງເຄື່ອງສີສັນສົດໃສແນວໃດກໍໄດ້, ໃນຂະນະທີ່ຄົນຜິວສອງສີ ຫລື ຜິວຄຳ້ ຕ້ອງເລືອກສີສັນທີ່ບໍ່ຕັດກັນຈົນເກີນໄປ ພຽງແຕ່ປັບເອົາສີສັນມາໃສ່ກັບສີພື້ນຖານທົ່ວໄປເທົ່ານັ້ນ ເຊັ່ນ : ເສື້ອສີໄຂ່ກັບກະໂປ່ງສີດຳມີໂບນ້ອຍໆ ກໍໜ້າຮັກ ຫລື ສົ້ງຍີນຟອກ (ສີຈືດໆ) ກໍໜ້າຮັກຄືກັນ ແລະ ສິ່ງສຳຄັນຍັງເດັ່່ນຂຶ້ນນຳອີກ.

ການຈະແຕ່ງໂຕໃຫ້ເປັນຕາເບິ່ງຂຶ້ນນັ້ນຕ້ອງມາຄຽງຄູ່ກັບຄວາມໝັ້ນໃຈ, ແຕ່ລະຄົນບໍ່ວ່າຈະມີຜິວຂາວ ຫລື ຜິວຄຳ້ ກໍມີຈຸດ ເດັ່ນ ແລະ ຈຸດດ້ອຍທີ່ແຕກຕ່າງກັນ ເຮົາຈຶ່ງຄວນດຶງຈຸດເດັ່ນຂອງໂຕເອງອອກມາ ເຊັ່ນ : ຜິວຄຳ້ແຕ່ຂາງາມກໍອາດຈະເລືອກນຸ່ງກະໂປ່ງສັ້ນ ຫລື ສົ້ງຂາສັ້ນກໍເບິ່ງໝັ້ນໃຈ ແລະ ຫ້າວຫັນຂຶ້ນ ຫລື ຜິວຄຳ້ ແຕ່ກ້ຽງງາມ ກໍລອງນຸ່ງເສື້ອແຂນສັ້ນເປີດບ່າໄຫລ່ ກໍງາມຂຶ້ນໄດ້.

ສ່ວນເຄື່ອງປະດັບກໍເປັນສິ່ງທີ່ຊ່ວຍໃຫ້ການແຕ່ງໂຕງາມຂຶ້ນ ຫລື ເດັ່ນຂຶ້ນໄດ້ຫລາຍ ແລະ ຍັງຊ່ວຍປັບສີຜິິວໃຫ້ຂາວຂຶ້ນນຳອີກ ເຊັ່ນ : ສາຍຄໍໄຂ່ມຸກ, ເຄື່ອງທີ່ນຸ່ງກໍຄວນເປັນເສື້ອແບບເປີດແດ່ໜ້ອຍໜຶ່ງ ເຊັ່ນ : ເສື້ອແຂນກຸດ, ສາຍດ່ຽວ, ເກາະເອິກ ເປັນຕົ້ນ ເພາະບໍ່ເໝາະສົມກັບເສື້ອໜາໆແຂນຍາວໆຊ້ອນກັນຫລາຍໆໂຕ.

ສຳລັບຄົນຜິວສອງສີ ຫລື ຜິວຄຳ້ຄວນນຸ່ງເຄື່ອງທີ່ມີໂທນສີໄຂ່, ສີຄຣີມ ຈະຊ່ວຍປັບສີຜິວໃຫ້ເບິ່ງຂາວຂຶ້ນໄດ້.

ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ - 4 - ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ
ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ - 3 - ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ
ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ - 5 - ວິທີການແຕ່ງໂຕໃຫ້ຜິວຂອງທ່ານເບິ່ງຂາວຂຶ້ນ