ພືດບາງຊະນິດດີຕໍ່ລະບົບພາຍໃນ

ພືດບາງຊະນິດດີຕໍ່ລະບົບພາຍໃນ - 012702 2018 - ພືດບາງຊະນິດດີຕໍ່ລະບົບພາຍໃນ
ພືດບາງຊະນິດດີຕໍ່ລະບົບພາຍໃນ - kitchen vibe - ພືດບາງຊະນິດດີຕໍ່ລະບົບພາຍໃນ

– ໝາກນັດ : ຊ່ວຍດັບກະຫາຍຄາຍຮ້ອນ, ຊ່ວຍຍ່ອຍອາຫານຈຳພວກຊີ້ນ, ຫລຸດອາການອຶດອັດຫລັງການກິນອາຫານໜັກ, ຊ່ວຍດູດຊຶມອາຫານ ຫາກກິນໝາກນັດເປັນປະຈຳຈະຊ່ວຍປ້ອງກັນພະຍາດໝາກໄຂ່ຫລັງອັກເສບ, ຄວາມດັນເລືອດສູງ, ຫລອດລົມອັກເສບ. ສຳລັບຜູ້ທີ່ມັກມີອາການແພ້ຫລັງຈາກກິນໝາກນັດ ໃຫ້ແຊ່ຊີ້ນໝາກນັດໃສ່ນຳ້ເກືອປະມານ 2 – 3 ນາທີ ຈະຊ່ວຍກຳຈັດສານໂຕການຂອງອາການແພ້ໄດ້.

– ໝາກສະຕໍເບີຣີ : ແກ້ອາການເມົາຄ້າງ, ຫາກກິນໝາກສະຕໍເບີຣີ 9 – 10 ໜ່ວຍ ຈະແກ້ອາການເມົາຄ້າງໄດ້ ແລະ ຖ້າກິນປະມານ 3 –  4 ໜ່ວຍກ່ອນອາຫານທຸກຄາບຈະແກ້ອາການເຈັບທ້ອງ, ຍື່ງທ້ອງ ຫລື ຖ້າເຈັບຄໍສຽງແຫບຍ້ອນພິດໄຂ້ ໃຫ້ດື່ມນຳ້ໝາກສະຕໍເບີຣີສົດທຸກເຊົ້າ – ແລງ ຫາກໃຜມັກເຢັນໆກໍໃຫ້ດື່ມນຳ້ປັ່ນໝາກສະຕໍເບີຣີໃສ່ນຳ້ກ້ອນ ມື້ລະ 3 ເທື່ອ ຈະແກ້ອາການຍ່ຽວຢອດ ຫລື ຍ່ຽວເປັນເລືອດໄດ້.

– ໝາກແອັບເປິ້ນ : ຊ່ວຍຍ່ອຍອາຫານ, ຫລຸດຄວາມດັນເລືອດ ເພາະໝາກແອັບເປິ້ນມີໂປຕັສຊຽມຫລາຍ ຊ່ວຍກະຕຸ້ນການໄລ່ເກືອໂຊດຽມອອກຈາກຮ່າງກາຍ ເຮັດໃຫ້ຄວາມດັນເລືອດຫລຸດລົງ ກິນໝາກແອັບເປິ້ນມື້ລະ 3 ໜ່ວຍ ຈະຊ່ວຍຮັກສາລະດັບຄວາມດັນຂອງເລືອດ, ຖ້າກິນເທື່ອລະ 2 ໜ່ວຍ ມື້ລະ 2 ເທື່ອ ເປັນເວລາ 3 ມື້ ຈະຊ່ວຍຫລຸດລະດັບນຳ້ຕານໃນເລືອດ. ສຳລັບຄົນທີ່ມີລະບົບຂັບຖ່າຍບໍ່ປົກກະຕິ ໝາກແອັບເປິ້ນມີວິຕາມິນຫລາຍ ເຮັດໃຫ້ອາຈົມອ່ອນ, ມີເກືອອິນຊີຊ່ວຍກະຕຸ້ນການບີບໂຕຂອງລຳໄສ້, ມີສານເພກຕິນຊ່ວຍປັບຄວາມດຸ່ນດ່ຽງຂອງລະບົບການຍ່ອຍອາຫານ,ແຕ່ຖ້າມີອາການຖອກທ້ອງ ໃຫ້ກິນຊີ້ນໝາກແອັບເປິ້ນບົດຕິດຕໍ່ກັນ 2 ມື້ ລະບົບຂັບຖ່າຍຈະກັບມາປົກກະຕິ.

– ໝາກເລັ່ນ : ບຳລຸງ ແລະ ປັບຄວາມດຸ່ນດ່ຽງໃຫ້ເລືອດ, ຊ່ວຍດັບກະຫາຍ, ແກ້ບາດແຜຮ້ອນໃນໃນຜົ້ງປາກ ຖ້າກິນໝາກເລັ່ນມື້ລະ 2 ເທື່ອ ຈະປິ່ນປົວອາການເລືອດອອກຕາມເຟັນແຂ້ວ, ກິນຫລິ້ນໆມື້ລະ 1 – 2 ໜ່ວຍ ຕອນເຊົ້າໃນເວລາທ້ອງວ່າງ ຈະຊ່ວຍຫລຸດຄວາມດັນເລືອດ, ແກ້ເສັ້ນເລືອດຂຶ້ນຕາຂາວ ທັງຍັງຊ່ວຍໃຫ້ອາການຂອງພະຍາດຫົວໃຈ ແລະ ຕັບອັກເສບໃຄຂຶ້ນນຳ ຄວນກິນໝາກເລັ່ນເປັນປະຈຳ ຈະເຮັດໃຫ້ຄວາມຈື່ຈຳດີຂຶ້ນ ແລະ ຫລຸດອາການສະໝອງອ່ອນເພຍ.

ພືດບາງຊະນິດດີຕໍ່ລະບົບພາຍໃນ - 5 - ພືດບາງຊະນິດດີຕໍ່ລະບົບພາຍໃນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!