ເຈົ້າເມືອງວັງວຽງແນະນຳໃຫ້ ປກສ ເອົາໃຈໃສ່ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ

ໃນໂອກາດເຂົ້າຮ່ວມກອງ ປະຊຸມປະຈຳປີຂອງບັນຊາ ການ ປກສ ເມືອງວັງວຽງ ແຂວງວຽງຈັນ, ຂອງທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງ ວັງວຽງໃນອາທິດຜ່ານມາ ນີ້, ທ່ານ ໄດ້ມີຄຳເຫັນແນະນຳ ໃຫ້ກຳລັງປ້ອງກັນຄວາມສະ ຫງົບຂອງເມືອງເອົາໃຈໃສ່ ແກ່ ໄຂ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ ຕ່າງໆ ໃຫ້ມີປະສິດທິຜົນກວ່າ ເກົ່າ, ເພາະເມືອງວັງວຽງ ເປັນ ເມືອງທ່ອງທ່ຽວ, ທີ່ມີນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງ ປະເທດເຂົ້າມາທ່ຽວນັບມື ຫລາຍຂຶ້ນ, ດັ່ງນັ້ນການຮັບປະ ກັນຄວາມສະຫງົບປອດໄພ ໃຫ້ ສັງຄົມຈິ່ງເປັນບັນຫາສຳຄັນ ຮີບດ່ວນທີ່ເມືອງຈະຕ້ອງໄດ້ ເພີ່ມທະວີທັງຮັບປະກັນໃຫ້ປີ ທ່ອງທ່ຽວລາວ 2018 ປະສົບ ຜົນສຳເລັດຢ່າງຈົບງາມ.
ທ່ານ ເຈົ້າເມືອງ ເປີດ ເຜີຍໃຫ້ຮູ້ວ່າ: ໃນປີ 2017 ຜ່ານມາ ເມືອງວັງວຽງສາ ມາດຕ້ອນຮັບນັກທ່ອງທ່ຽວ ໄດ້ທັງໝົດຫລາຍກວ່າ 1 ແສນຄົນ. ທຽບໃສ່ປີ 2016 ເຖິງວ່າ ຈະມີຕົວເລກຫລຸດ ລົງຫລາຍ, ແຕ່ຄາດວ່າປີ ທ່ອງທ່ຽວລາວນີ້, ຈຳນວນ ນັກທ່ອງທ່ຽວ ດ່ັງກ່າວຈະ ເພີ່ມທະວີຂຶ້ນ./.
