ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80%

ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80% - rice field - ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80%
ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80% - kitchen vibe - ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80%

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ທົ່ວປະເທດສາມາດປັກດໍາເຂົ້ານາແຊງຂອງຕົນສໍາເລັດແລ້ວ72.722 ເຮັກຕາ ເທົ່າກັບ 80,44% ຂອງເນື້ອທີ່ແຜນການ, ທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 53%, ໃນນັ້ນພາກໃຕ້ສໍາເລັດແລ້ວ 77%, ພາກກາງ 81% ແລະ ພາກເໜືອ 83%, ສາເຫດການປັກດໍາຫຼ້າຊ້າ ກໍຍ້ອນສະພາບອາກາດມີການແປງປ່ຽນ ໂດຍສະເພາະແຂວງພາກເໜືອມີສະພາບອາກາດໜາວເຢັນຫຼາຍ, ສ່ວນພາກກາງ ແລະ ພາກໃຕ້ມີຜົນກະທົບຈາກການສະໜອງນໍ້າ.

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ຕື່ມວ່າ: ໜຶ່ງເດືອນຜ່ານມານີ້, ລາວ ສາມາດສົ່ງອອກສິນຄ້າພືດ ແລະ ຜະລິດຕະພັນພືດໄດ້ ທັງໝົດຫຼາຍກວ່າ 152 ໂຕນ ລວມມີມູນຄ່າ 40 ລ້ານກວ່າໂດລາສະຫະລັດ, ໃນນັ້ນຫຼາຍກວ່າໝູ່ແມ່ນ ກາເຟ, ໝາກກ້ວຍ, ມັນຕົ້ນ ແລະ ສັດອອກຈໍາໜ່າຍ ໄດ້ທັງໝົດ 46.877 ໂຕ, ໃນນັ້ນມີ ຄວາຍ, ງົວ, ໝູ, ແບ້ ແລະ ສັດປີກຫຼາຍກວ່າແສນໂຕ.

ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80% - Visit Laos Visit SALANA BOUTIQUE HOTEL - ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80%
ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80% - Visit Laos Visit SALANA BOUTIQUE HOTEL - ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80%
ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80% - 5 - ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80%
ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80% - 3 - ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80%
ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80% - 4 - ທົ່ວປະເທດປັກດໍານາແຊງສໍາເລັດແລ້ວຫຼາຍກວ່າ 80%