ສູນໄອຊີທີ ສໍາເລັດ ໂຄງການທົດລອງສ້າງຂີດຄວາມສາມາດກ່ຽວກັບການສຶກສາທາງໄກ

ສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານ ການສຶກສາ ແລະ ກິລາ (ໄອຊີທີ) ກະຊວງສຶກສາທິການ ແລະ ກິລາ, ສໍາເລັດໂຄງການທົດລອງການສ້າງຂີດຄວາມສາມາດກ່ຽວກັບການສຶກສາທາງໄກສໍາລັບລາວ, ໃນ 4 ໂຮງຮຽນເປົ້າໝາຍຄື: ໂຮງຮຽນ ມສ ໜອງບອນ, ມສ ສາລາຄໍາ, ມສ ໂພນໝີ ແລະ ໂຮງຮຽນ ມສ ໂພນໂຮງ ແລະ ໃນກອງປະຊຸມວິຊາການກ່ຽວກັບການສຶກສາທາງໄກສໍາລັບມັດທະຍົມສຶກສາ ທີ່ໄດ້ຈັດຂຶ້ນໃນວັນທີ 28 ກຸມພານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ມີທ່ານຮອງຫົວໜ້າອົງການກອຍກາ ປະຈໍາລາວ, ເຂົ້າຮ່ວມນໍາດ້ວຍ. ຊຶ່ງໄດ້ຕີລາຄາວ່າ: ໂຄງການດັ່ງກ່າວເປັນໂຄງການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການກອຍກາ ສ ເກົາຫລີ ກ່ຽວກັບການສ້າງຂີດຄວາມສາມາດການສຶກສາທາງໄກສໍາລັບ ສປປ ລາວ, ຄືໃນປີ 2014 ມີຜູ້ບໍລິຫານ, ຄູ-ອາຈານ ແລະ ພະນັກງານເຕັກນິກວິຊາການ ຈໍານວນ 22 ທ່ານ, ໄດ້ໄປຮ່ວມກອງປະຊຸມ ແລະ ຝຶກອົບຮົມສະເພາະດ້ານຢູ່ທີ່ມະຫາວິທະຍາໄລໂຊໄຊເບີ ສ ເກົາຫຼີ; ປີ 2015 ມີຈໍານວນ 40 ທ່ານ, ໄດ້ຮັບການຝຶກອົບຮົມການອອກແບບ, ການພັດທະນາ ແລະ ຜະລິດສື່ການຮຽນ-ການສອນທີ່ມີຄວາມຫຼາກຫຼາຍ; ປີ 2016 ມີ 81 ທ່ານ ໄດ້ຮັບການຝຶກອົບຮົມທົດລອງການປະຕິບັດການຕົວຈິງໃນການອອກແບບ, ການພັດທະນາ ແລະ ຜະລິດສື່ການຮຽນ-ການສອນ ແລະ ມາຮອດປີ 2017 ຄະນະຮັບຜິດຊອບໂຄງການກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລໂຊໄຊເບີ ສ ເກົາຫລີ ແລະ ທີມງານຜູ້ພັດທະນາໄດ້ຮ່ວມກັນກໍານົດເອົາບົດຮຽນຊັ້ນ ມ7 ໃນ 6 ວິຊາຄື: ວິຊາຄະນິດສາດ, ຊີວະສາດ, ເຄມີສາດ, ຟີຊິກສາດ ຢ່າງລະ 6 ບົດ, ພາສາອັງກິດ 10 ບົດ ແລະ ໄອຊີທີ 6 ບົດ, ລວມທັງໝົດມີ 40 ບົດ, ເພື່ອພັດທະນາບົດສອນ ແບບເອເລັກໂຕຣນິກ ເພື່ອໄປທົດລອງນໍາໃຊ້ຢູ່ຊັ້ນ ມ7 ຂອງສູນໄອຊີທີ ໃນທົ່ວປະເທດ ແລະ 4 ໂຮງຮຽນເປົ້າໝາຍດັ່ງກ່າວ ແລະ ມາຮອດປັດຈຸບັນ, ບົດຮຽນທັງ 40 ບົດ ໃນ 6 ວິຊາ ແມ່ນໄດ້ສໍາເລັດໂດຍພື້ນຖານ ແລະ ໃນວັນທີ 26 ກຸມພາຜ່ານມາ, ກໍໄດ້ມີກອງປະຊຸມປະເມີນຄຸນະພາບຂອງເນື້ອໃນບົດຮຽນດັ່ງກ່າວ ແລະ ມີກອງປະຊຸມແນະນໍາຂະບວນການ, ວິທີການຜະລິດບົດຮຽນແບບເອເລັກໂຕຣນິກ ແລະ ເຜີຍແຜ່ແນະນໍາວິທີໃຊ້ ຊຶ່ງເຫັນວ່າອາດມີຜົນສໍາເລັດໃນຕໍ່ໜ້າ.