ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ

ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ - 012802 2018 - ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ
ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ - kitchen vibe - ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ
  1. ຕັນດັງ ນຳ້ມູກໄຫລ : ເມື່ອເຮົາເປັນໄຂ້ຫວັດຈະມີເລືອດມາລ້ຽງເນື້ອເຍື່ອຜິວຜົ້ງດັງຫລາຍຂຶ້ນ ເພື່ອນຳເອົາເມັດເລືອດຂາວ ແລະ Antibody  ມາຕໍ່ສູ້ກັບການຕິດເຊື້ອ ເຮັດໃຫ້ເກີດອາການຕັນດັງ, ຫາຍໃຈບໍ່ອອກ ແລະ ມີນຳ້ມູກໄຫລ ເຖິງວ່າອາການຕັນດັງຈະເປັນຂະບວນການຕໍ່ສູ້ກັບເຊື້ອພະຍາດເພື່ອຊ່ວຍເຫລືອຕົນເອງຂອງຮ່າງກາຍ, ແຕ່ກໍເຮັດໃຫ້ເຮົາຮູ້ສຶກໝຸດໝັດໃຈບໍ່ໜ້ອຍ ອາການຕັນດັງມີນຳ້ມູກເນື່ອງຈາກໄຂ້ຫວັດສາມາດເຊົາໄດ້ໂດຍບໍ່ຕ້ອງກິນຢາ ແລະ ວິທີເບິ່ງແຍງຕົນເອງໃຫ້ຮູ້ສຶກສະບາຍຂຶ້ນຈາກອາການນີ້ ເຮັດໄດ້ໂດຍ :

     – ບໍ່ຄວນອອກແຮງສັ່ງນຳ້ມູກຢ່າງຮຸນແຮງ : ເພາະອາດເກີດແຮງດັນຍ້ອນກັບ ເຮັດໃຫ້ເຊື້ອໄວຣັສຍ້ອນກັບເຂົ້າທາງຜົ້ງດັງ ແລະ ເຮັດໃຫ້ຜົ້ງອາກາດອ້ອມດັງ ຫລື ໄຊນັສເກີດການອັກເສບຕິດເຊື້ອໄດ້ ໂດຍສະເພາະຖ້າສັ່ງນຳ້ມູກແຮງໆພ້ອມກັນທັງສອງເບື້ອງ.

     – ດື່ມນຳ້ຫລາຍໆ ໂດຍສະເພາະນຳ້ອຸ່ນ ຫລື ກິນອາຫານແຫລວຮ້ອນໆ ເຊັ່ນ : ແກງໄກ່ ຊ່ວຍຫລຸດອາການຕັນດັງໄດ້.

ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ - Visit Laos Visit SALANA BOUTIQUE HOTEL - ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ
ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ - Visit Laos Visit SALANA BOUTIQUE HOTEL - ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ

     – ໃຊ້ອາຍນຳ້ຮ້ອນ ເຊັ່ນ : ອາບນຳ້ອຸ່ນ, ເຊັດໜ້າໂດຍຜ້າຈຸ່ມນຳ້ອຸ່ນ ຫລື ສືບອາຍນຳ້ຕົ້ມຫົວຜັກບົ່ວຮ້ອນໆຈະຊ່ວຍລະລາຍນຳ້ມູກທີ່ຄ້າງຢູ່ໄດ້ ໂດຍໃຊ້ຫົວຜັກບົ່ວແດງ 4 – 5 ຫົວ ທຸບພໍແຕກ ຕົ້ມໃສ່ນຳ້ 1 ລິດຈົນຟົດ ເທໃສ່ຊາມ ແລ້ວເອົາຜ້າຂົນໜູປົກຫົວກັບຊາມ ກົ້ມໜ້າສຶບອາຍຮ້ອນປະມານ 5 – 10 ນາທີ ຫລື ຈະໃຊ້ນຳ້ນີ້ອາບ ກໍຊ່ວຍໄດ້ຄືກັນ ພຽງແຕ່ເພີ່ມປະລິ ມານນຳ້ໃຫ້ຫລາຍຂຶ້ນ, ໃສ່ເປືອກໝາກກ້ຽງ ແລະ ໃບໝາກຂາມອີກ ປະມານ 1 ກຳມືແລ້ວຕົ້ມລວມກັນ  ກໍຊ່ວຍຫລຸດຜ່ອນອາການຫວັດ, ຫລຸດນຳ້ມູກໄດ້ ຫລື ຈະໃຊ້ວິທີກິນ ໂດຍກິນຫົວຜັກບົ່ວແດງກັບອາຫານອື່ນເປັນປະຈຳທຸກຄາບ ຢ່າງໜ້ອຍເທື່ອລະ 1 ຫົວ ກໍຊ່ວຍຫລຸດອາການໄດ້.

     – ເຊົາສູບຢາ ຫລື ຢູ່ໃຫ້ຫ່າງຈາກຄວັນຢາສູບ : ເພາະຄວັນຢາສູບເຮັດໃຫ້ເກີດອາການລະຄາຍ ເຄືອງໃນຜົ້ງດັງ.

     – ຖ້າມີນຳ້ມູກຫລາຍຈົນດັງເລີ່ມແດງ : ຮູດັງເຈັບ ແລະ ອັກເສບ ຄວນຫາວາສະລີນເຈວທາບາງໆອ້ອມດັງ ປ້ອງກັນການ ແສບດັງ ຫລື ຈະໃຊ້ຜ້າເຊັດໜ້າສະອາດເນື້ອອ່ອນໆຈຸ່ມຊາຄາໂມມາຍປະຄົບໄວ້ 1 – 2 ນາທີ ຖ້າດູແລຕົນເອງຕາມນີ້ຮ່ວມກັບການເອົາໃຈໃສ່ໃນການກິນອາຫານ, ພັກຜ່ອນພຽງພໍ, ອອກກຳລັງກາຍຢ່າງເໝາະສົມ ອາການຕັນດັງ ແລະ ນຳ້ມູກໄຫລກໍຈະຄ່ອຍໆດີຂຶ້ນ ຖ້າຕັນດັງດົນເກີນ 3 ອາທິດ ຫລື ມີໄຂ້ ນຳ້ມູກຂຸ້ນມີສີເຂັ້ມຂຶ້ນ ແລະ ປວດບໍລິເວນຜົ້ງດັງ ຫລື ໄຊນັສ ຄວນໄປໂຮງໝໍດ່ວນ.

  1. ຫູອື້ : ອາການຫູອື້ຂະນະເປັນໄຂ້ຫວັດ ຫລື ຫລັງໄຂ້ຫວັດເຊົາ ສາມາດເກີດຂຶ້ນໄດ້ ເພາະໄວຣັສເຮັດໃຫ້ທໍ່ທີ່ເຊື່ອມລະຫ່ວາງຫູຊັ້ນກາງກັບຊ່ອງລຳຄໍເກີດການອັກເສບ ແລະ ບວມ ສົ່ງຜົນໃຫ້ຄວາມດັນໃນຫູຊັ້ນກາງສູງຂຶ້ນ ຈຶ່ງມີອາການຫູອື້ເບື້ອງດຽວ ຫລື ທັງສອງເບື້ອງ ເປັນໆເຊົາໆສະຫລັບກັນໄປມາໃຫ້ໝຸດໝັດລຳຄານໄດ້ ຫລື ອາດເປັນຍ້ອນໄວຣັສເຮັດໃຫ້ຫູຊັ້ນກາງອັກເສບ, ມີ ລາຍງານພົບວ່າອາການຫູອື້ຫລັງຈາກເປັນໄຂ້ຫວັດມັກກ່ຽວຂ້ອງກັບຄວາມເຄັ່ງຄຽດ, ການພັກຜ່ອນບໍ່ພຽງພໍ. ດັ່ງນັ້ນ ທ່ານໝໍຈຶ່ງແນະນຳໃຫ້ພັກຜ່ອນໃຫ້ພຽງພໍ, ບໍ່ເຄັ່ງຄຽດ, ດື່ມນຳ້ອຸ່ນໃຫ້ຫລາຍກ່ວາປົກກະຕິ, ກິນອາຫານທີ່ມີປະໂຫຍດ, ເພີ່ມຜັກ ແລະ ໝາກໄມ້ຫລາຍໆ, ອອກກຳລັງກາຍ, ຄວນຫລີກເວັ້ນຈາກຂີ້ຝຸ່ນ ແລະ ສຽງດັງ ຖ້າອາການບໍ່ດີຂຶ້ນຄວນໄດ້ຮັບການກວດຫູ ເພື່ອເບິ່ງຄວາມຜິດປົກກະຕິໃນຫູຂັ້ນກາງ ແລະ ຄວນກວດເບິ່ງພາຍໃນຜົ້ງດັງນຳ.
  2. ເຈັບຄໍ : ການເປັນໄຂ້ຫວັດແລ້ວເຈັບຄໍນຳ ຍ້ອນມີການຕິດເຊື້ອລະບົບທໍ່ຫາຍໃຈພາກສ່ວນເທິງ ຄື : ຕິດເຊື້ອໃນຜົ້ງດັງລາມ ລົງໄປຈົນຮອດຄໍພາກສ່ວນລຸ່ມ ເຮັດໃຫ້ຄໍພາກສ່ວນນີ້ເກີດອາການລະຄາຍເຄືອງ ແລະ ເຈັບໄດ້. ອາການນີ້ບໍ່ຈຳເປັນຕ້ອງອາໄສຢາ ພຽງແຕ່ເບິ່ງແຍງດູແລຕົນເອງແຕ່ຫົວທີ ບໍ່ປ່ອຍໃຫ້ລຸກລາມຈົນເກີດອາການແຊກຊ້ອນອື່ນໆຕາມມາ.

     – ດື່ມນຳ້ອຸ່ນຫລາຍຂຶ້ນກ່ວາເກົ່າ 2 ເທົ່າ ໂດຍສະເພາະຄົນທີ່ໄອ ແລະ ມີຂີ້ກະເທີ່ຮ່ວມນຳ ເພາະນຳ້ຈະຊ່ວຍໃຫ້ຂີ້ກະເທີ່ໃສ ແລະ ໜຽວໜ້ອຍລົງ ຮ່າງກາຍຈຶ່ງໄລ່ອອກໄດ້ງ່າຍຂຶ້ນ ແລະ ຊ່ວຍຫລຸດອາການລະຄາຍເຄືອງຄໍ.

     – ນຳ້ເກືອບ້ວນຄໍ : ປະສົມເກືອ 1 ບ່ວງກາເຟກັບນຳ້ອຸ່ນ 1 ຈອກ ຄົນຈົນລະລາຍ ແລ້ວອົມບ້ວນຄໍ ໂດຍແຫງນຫົວໄປທາງຫລັງເພື່ອໃຫ້ນຳ້ເກືອໄຫລອາບເນື້ອເຍື່ອໃນຮູຄໍ ເຮັດຊຳ້້ໆມື້ລະ 4 ເທື່ອ.

     – ໝາກໄມ້ລົດຊາດສົ້ມ ເຊັ່ນ : ໝາກນາວ, ໝາກກ້ຽງ, ໝາກຂາມ, ໝາກໜອດ ເປັນຕົ້ນ ເພາະໃນຄວາມສົ້ມຂອງໝາກໄມ້ເຫລົ່ານີ້ມີກົດຊິຕຣິກທີ່ຊ່ວຍຫລຸດຜ່ອນອາການເຈັບຄໍໄດ້ ແລະ ຍັງມີວິຕາມິນເຊຊ່ວຍເສີມສ້າງພູມຕ້ານທານໃຫ້ຮ່າງກາຍພ້ອມຕໍ່ສູ້ກັບເຊື້ອໄວຣັສ ແລະ ແບັກທີເຣຍ ຊ່ວຍຫລຸດໄລຍະເວລາໃນການເປັນໄຂ້ຫວັດໃຫ້ສັ້ນລົງ ເຊິ່ງທ່ານສາມາດເຮັດນຳ້ໝາກນາວດື່ມໄດ້ ໂດຍປະສົມນຳ້ເຜິ້ງໜ້ອຍໜຶ່ງ ເພາະຊ່ວຍໄລ່ນຳ້ລາຍ, ຫລຸດອາການລະຄາຍເຄືອງຄໍ ໂດຍນຳ້ເຜິ້ງຈະມີສັບພະຄຸນຊ່ວຍຫລຸດອາການເຈັບຄໍໄດ້ ຫລື ທ່ານຈະດື່ມນຳ້ໝາກກ້ຽງສົດ 3 ໜ່ວຍປະສົມກັບນຳ້ໝາກນາວ ແລະ ນຳ້ຕານຢ່າງລະ 1 ບ່ວງ ແກງ, ປະສົມເກືອຕື່ມໃສ່ອີກເຄິ່ງບ່ວງກາເຟ ດື່ມເທື່ອລະໜ້ອຍກໍຊ່ວຍແກ້ໄອ ໄລ່ຂີ້ກະເທີ່ ແລະ ເຮັດໃຫ້ຊຸ່ມຊື່ນຄໍໄດ້.

      – ຫລີກເວັ້ນຄັວນ ແລະ ມົນລະພິດຕ່າງໆ ລວມທັງສານລະເຫີຍຈາກນຳ້ຢາເຮັດຄວາມສະອາດໃນເຮືອນ ຫລື ສີທາເຮືອນ ແລະ ບໍ່ສູບຢາ ເພາະຈະຍິ່ງເຮັດໃຫ້ເຈັບຄໍຫລາຍຂຶ້ນ.

     – ໃຊ້ສຽງໃຫ້ໜ້ອຍລົງ ຖ້າອາການເຈັບຄໍລຸກລາມຈົນກ່ອງສຽງອັກເສບ ເກີດການລະຄາຍເຄືອງຫລາຍເວລາເວົ້າ ຫລື ສຽງຫາຍໄປຊົ່ວຄາວ ຄວນພັກຜ່ອນໃຫ້ພຽງພໍ ແລະ ໃຫ້ຄວາມອົບອຸ່ນກັບຮ່າງກາຍ.

ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ - 5 - ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ
ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ - 4 - ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ
ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ - 3 - ວິທີປິ່ນປົວ 3 ອາການທີ່ມາພ້ອມກັບໄຂ້ຫວັດດ້ວຍຕົນເອງ