ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ?

ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ? - 032802 2018 - ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ?
ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ? - kitchen vibe - ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ?

ເມື່ອພົບສະຖານະການ ຮັກເຂົາຂ້າງດຽວແບບນີ້ກໍຕ້ອງມີແຕ່ຄວາມທຸກ ເຖິງຈະສຸກໃຈແດ່ທີ່ຍັງໄດ້ຮັກ, ແຕ່ເຮົາເລືອກທີ່ຈະຮັກໂຕເອງໂດຍການຖອຍອອກມາຈະດີກ່ວາ ແລ້ວຍິ່ງຊຳ້ຕື່ມກັບຄວາມຮູ້ສຶກທີ່ເຂົາບໍ່ໄດ້ຮັກເຮົາຕອບກັບມາເລີຍ ຈະທຸກໃຈກັບຄວາມຮັກໄປເຮັດຫຍັງ ມາເລີ່ມຕົ້ນຊີວິດໃໝ່ກັບໂຕເອງດີກ່ວາ.

  1. ໃຫ້ເວລາກັບໂຕເອງ : ຈະດີກ່ວາບໍ່ທີ່ຈະຢຸດ ແລະ ຖອຍຫລັງອອກມາຈາກຄວາມສຸກປົນກັບຄວາມເສົ້າແບບທີ່ຜ່ານມາ ຫັນມາຮັກໂຕເອງ, ໃຫ້ເວລາກັບໂຕເອງໃຫ້ຫລາຍ, ທົບທວນສິ່ງທີ່ຜ່ານມາ ຍອມຮັບກັບຄວາມເປັນຈິງ.
  2. ໂສກເສົ້າໃຫ້ມັນພໍ : ເມື່ອທ່ານຄິດຈະຢຸດ ບໍ່ແມ່ນເລື່ອງແປກເລີຍທີ່ທ່ານຈະຮູ້ສຶກເສຍໃຈ, ເສຍດາຍ, ຜິດຫວັງຕ່າງໆນາງໆ ຈົ່ງໂສກເສົ້າໃຫ້ມັນພໍ, ຮ້ອງໄຫ້ໃຫ້ມັນພໍ ແລ້ວຄິດທົບທວນວ່າເສຍໃຈພໍແລ້ວຫລືຍັງ ຈະຢຸດໂສກເສົ້າໄດ້ແລ້ວຫລືຍັງ. ສິ່ງສຳຄັນຢ່າໂສກເສົ້າດົນ ຫາກບໍ່ໄຫວແທ້ໆ ຄວນຫາທີ່ປຶກສາ, ຫາບ່ອນລະບາຍໃຫ້ໃຜຟັງກໍໄດ້.
  3. ເລີ່ມເຂົ້າສັງຄົມ : ການທີ່ທ່ານເລີ່ມເຂົ້າສັງຄົມ, ອອກໄປພົບປະໝູ່ເພື່ອນ ຫລື ໃຊ້ເວລາຢູ່ກັບຄົນໃກ້ຊິດ ເຊັ່ນ : ຄົນໃນຄອບຄົວໃຫ້ຫລາຍຂຶ້ນ ເພາະການຢູ່ຄົນດຽວຈະເຮັດໃຫ້ຄວາມຄິດຂອງທ່ານວົນວຽນຢູ່ກັບເລື່ອງຂອງເຂົາຄົນນັ້ນຫລາຍຂຶ້ນ, ແຕ່ເມື່ອຢູ່ກັບຄົນອື່ນໆ ບົດສົນທະນາກັບກິດຈະກຳຂອງພວກເຂົາ ກໍຈະເປັນໂຕທີ່ພາທ່ານອອກຈາກວົງວຽນຄວາມຄິດເຫລົ່ານັ້ນໄດ້ເອງ.
  4. ຕັ້ງເປົ້າໝາຍໃຫ້ກັບຕົນເອງ : ທ່ານອາດຈະໃຊ້ຄວາມເຈັບປວດເຫລົ່ານັ້ນມາເປັນພະລັງໃນການຊຸກຍູ້ໃຫ້ໂຕເອງໄປສູ່ເປົ້າໝາຍໄວຂຶ້ນກໍໄດ້, ແຕ່ກ່ອນອື່ນທ່ານກໍຕ້ອງຕັ້ງເປົ້າໝາຍໄວ້ກ່ອນວ່າຢາກຈະເຮັດສິ່ງໃດໃຫ້ສຳເລັດແດ່ ເຊັ່ນ : ຮຽນຮູ້ພາສາໃໝ່ໆ, ຊື້ລົດຄັນໃໝ່, ເລື່ອນຕຳແໜ່ງໃນໜ້າທີ່ວຽກງານ ຫລື ເປີດໂລກກ້ວາງໂດຍການຍ້າຍໄປຕ່າງປະເທດ ຫລື ຕ້ອງໄດ້ວຽກໃໝ່ພາຍໃນເວລາທີ່ກຳນົດ ທັງໃນໄລຍະທີ່ກຳລັງໂສດແບບນີ້ ຍັງເຮັດໃຫ້ທ່ານມີເວລາພັດທະນາຕົນເອງໄປສູ່ເປົ້າໝາຍ ແລະ ເຮັດໃນສິ່ງທີ່ຕົນເອງມັກຫລາຍຂຶ້ນນຳອີກ. ດັ່ງນັ້ນ, ຄວນຈະດີໃຈຫລາຍກ່ວາເສຍໃຈ.
  5. ຕັດຂາດການຕິດຕໍ່ : ນອກຈາກນີ້, ທ່ານຄວນຈະຫລີກເວັ້ນ ຫລື ຕັດຊ່ອງທາງການຕິດຕໍ່ທຸກວິທີໄດ້ເລີຍຍິ່ງດີ ໄດ້ແກ່ : ລົບການຕິດຕໍ່ຈາກເຂົາຄົນນັ້ນອອກຈາກລາຍຊື່ໝູ່ໃນໂລກອອນລາຍທຸກຮູບແບບ, ລົບເບີໂທລະສັບ ຫລື ຂໍ້ຄວາມທີ່ເຄີຍລົມກັນຜ່ານມາ ຫລື ອາດຈະຂໍຄວາມຮ່ວມມືຈາກໝູ່ຂອງທ່ານວ່າບໍ່ຄວນເອົາຂ່າວໃດທີ່ກ່ຽວກັບເຂົາມາເລົ່າໃຫ້ທ່ານຟັງອີກ ເຖິງວ່າທ່ານຈະຮູ້ສຶກເສຍດາຍ ແລະ ເສຍໃຈປານໃດກໍຕາມ.
  6. ຫລີກເວັ້ນສິ່ງທີ່ຈະເຮັດໃຫ້ຄິດເຖິງເຂົາ : ສິ່ງສຳຄັນທ່ານຄວນຫລີກເວັ້ນສິ່ງທີ່ສາມາດເຮັດໃຫ້ທ່ານຄິດເຖິງເຂົາໄດ້ ບໍ່ວ່າຈະ ເປັນສິ່ງຂອງ, ສະຖານທີ່, ຮູບຖ່າຍ ຫລື ອັນໃດກໍຕາມທີ່ກ່ຽວຂ້ອງກັບເຂົາ ໂດຍອາດຈະນຳເອົາສິ່ງຂອງເຫລົ່ານັ້ນໄປເກັບມ້ຽນໃນ ບ່ອນທີ່ເລິກລັບທີ່ສຸດໃນເຮືອນ ຫລື ບໍ່ໄປສະຖານທີ່ໆເຂົາມັກໄປທ່ຽວ, ມັກໄປກິນເຂົ້າ ຫລື ອື່ນໆຈັກໄລຍະ ແລ້ວຈຶ່ງຄ່ອຍກັບມາໃໝ່ເມື່ອອາລົມຂອງທ່ານປົກກະຕິແລ້ວ.
  7. ຊອກຫາຄົນໃໝ່ : ເຖິງວ່າຕອນນີ້ທ່ານຍັງບໍ່ສາມາດລົບເຂົາໄດ້ຢ່າງແຈບໃຈ, ແຕ່ອາດຈະສາມາດລືມໄດ້ໃນໄວໆນີ້ຫາກທ່ານເລີ່ມຕົ້ນອອກໄປທ່ຽວ ຫລື ລົມກັບໃຜຄົນໜຶ່ງອີກຄັ້ງ ຫາກບໍ່ສາມາດເຮັດໄດ້ກໍບໍ່ຕ້ອງໄປກົດດັນໂຕເອງຫລາຍ ລໍໄປເລື້ອຍໆຈົນກ່ວາທ່ານຈະພ້ອມ ແລະ ພົບຄົນທີ່ຮູ້ສຶກວ່າອາດຈະແມ່ນຄົນນັ້ນແທ້ໆ ໃນລະຫ່ວາງນີ້ກໍອາດຈະຫາກິດຈະກຳ ຫລື ອອກໄປພົບປະສັງສັນກັບຄົນສະໜິດກ່ອນກໍໄດ້.
ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ? - 5 - ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ?
ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ? - 3 - ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ?
ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ? - 4 - ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ?
ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ? - Visit Laos Visit SALANA BOUTIQUE HOTEL - ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ?
ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ? - Visit Laos Visit SALANA BOUTIQUE HOTEL - ຈະທຸກໃຈກັບຮັກຂ້າງດຽວໄປເພື່ອຫຍັງ ?