ຄາບເປື້ອນຈອກກາເຟຈຳກັດດ້ວຍນຳ້ໝາກນາວ
March 1, 2018 - 11:51 AM

ທຸກເທື່ອຫລັງການດື່ມກາເຟຈົນໝົດແລ້ວ ຫາກທ່ານເອົາຈອກນັ້ນໄປລ້າງທັນທີ ຈອກກໍຈະສະອາດ, ແຕ່ສຳລັບຈອກກາເຟທີ່ຖືກໃຊ້ມາດົນແລ້ວ ແລະ ສິ່ງສຳຄັນຄື ບໍ່ໄດ້ລ້າງທັນທີຫລັງໃຊ້ ເຮັດໃຫ້ໃນຈອກກາເຟມັກຈະມີຮອຍເປື້ອນກາເຟຕິດຢູ່ ລ້າງບໍ່ອອກ.
ບັນຫານີ້ສາມາດກຳຈັດໄດ້ ໂດຍການເອົາຈອກກາເຟນັ້ນໄປແຊ່ໃນນຳ້ໝາກນາວ ປະມານ 30 ນາທີກ່ອນ ຈາກນັ້ນກໍເອົາໄປລ້າງ ຮອຍເປື້ອນກໍຈະຫາຍໄປ.
ຫລື ອີກວິທີໜຶ່ງແມ່ນໃຫ້ເອົາເກືອປະມານ 1 ບ່ວງແກງ ມາລະລາຍກັບນຳ້ອຸ່ນປະມານ 1 ຈອກກາເຟ ແລ້ວໃຊ້ຜ້າສະອາດຈຸ່ມນຳ້ເກືອມາເຊັດເຮັດຄວາມສະອາດຮອຍເປື້ອນກາເຟອອກ ພຽງເທົ່ານີ້ທ່ານກໍຈະໄດ້ຈອກກາເຟທີ່ສະອາດ ປາສະຈາກຮອຍເປື້ອນແລ້ວ.