ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ

ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ - 28459094 1578357815585640 1336559459 n - ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ
ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ - kitchen vibe - ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ

ກອງປະຊຸມສະຫຼຸບ ແລະ ປິດແຜນງານຄ້ຳປະກັນສະບຽງອາຫານ ແລະ ໂອກາດທາງເສດຖະກິດໃນຊຸມຊົນຂອງແຜນງານ “ຊຸມຊົນຊື່ນໃຈ” ທີ່ແຂວງອຸດົມໄຊ ແລະ ໄຊຍະບູລີ, ໄດ້ຈັດຂຶ້ນໃນວັນທີ 27 ກຸມພານີ້, ທີ່ເມືອງ ວັງວຽງ ແຂວງ ວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ຍັນຍົງສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຊີ້ນຳແຜນງານຊຸມຊົນຊື່ນໃຈຂັ້ນແຂວງ, ມີຜູ້ຕາງໜ້າພາກສ່ວນໃຫ້ການສະໜັບສະໜູນ, ກະຊວງການເງິນ, ກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນເຂົ້າຮ່ວມນໍາດ້ວຍ.

ທ່ານ ຄອນສະຫວັນ ວົງໄຊ ຜູ້ປະສານງານແຜນງານຊຸມຊົນຊື່ນໃຈ ສູນກາງ, ໄດ້ລາຍງານວ່າ: ຜ່ານມາການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ແຜນງານຕ່າງໆໃນ 5 ປີ ຜ່ານມາ, ສາມາດບັນລຸໄດ້ ລະດັບຄາດໝາຍທີ່ວ່າງໄວ້, ເປັນຕົ້ນແມ່ນ ການຄ້ຳປະກັນສະບຽງອາຫານ ແລະ ເດັກນ້ອຍໄດ້ຮັບສານອາຫານໃນລະດັບທີ່ດີຂຶ້ນ, ການສ້າງລາຍຮັບຂອງຄອບຄົວທີ່ໄດ້ຈາກການປູກ-ການລ້ຽງ ມີທ່າອຽ່ງດີຂຶ້ນກວ່າເກົ່າ ແລະ ມີກອງທຶນພັດທະນາບ້ານ ເຮັດໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນສາມາດເຂົ້າເຖິງສິນເຊື່ອໄດ້ຢ່າງສະດວກ. ຊຶ່ງກຸ່ມເປົ້າໝາຍຂອງແຜນງານດັ່ງກ່າວກວມເອົາ 225 ບ້ານ. ໃນນັ້ນມີ 4 ເມືອງຂອງແຂວງ ໄຊຍະບູລີ ແລະ 5 ເມືອງຂອງແຂວງ ອຸດົມໄຊ. ຊຶ່ງໂຄງການດັ່ງກ່າວ, ໄດ້ຮັບການສະໝັບສະໜູນຈາກອົງການອີຟັດ ແລະ ອົງການພັດທະນາລຸກຊຳບວກ ລວມມູນຄ່າຫຼາຍກວ່າ 16 ລ້ານໂດລາສະຫະລັດ.

ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ - Visit Laos Visit SALANA BOUTIQUE HOTEL - ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ
ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ - Visit Laos Visit SALANA BOUTIQUE HOTEL - ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ

ໃນໂອກາດດັ່ງກ່າວທ່ານ ພວງປາຣີສັກ ປຣະວົງວຽງຄຳ ໄດ້ເນັ້ນໃຫ້ຂັ້ນແຂວງຕ້ອງໄດ້ເອົາໃຈໃສ່ ໃນການຊີ້ນຳ-ນໍາພາພະແນກການທີ່ກຽ່ວຂ້ອງຂອງຕົນ ໃນການປະຕິບັດໜ້າທີ່ວຽກງານ ກໍຄືພະນັກງານວິຊາການ ທີ່ຈະນຳພາປະຊາຊົນເຮັດການປູກ-ລຽ້ງ ແລະ ກິດຈະກຳອື່ນໆ ທີ່່ສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກໄດ້ ແລະ ເນັ້ນໃຫ້ຂັ້ນເມືອງເອົາໃຈໃສ່ ໃກ້ຊິດຕິດແທດກັບປະຊາຊົນກຸ່ມເປົ້າໜາຍ ເພືຶ່ອໃຫ້ກິດຈະກຳຕ່າງໆມີການເຄື່ອນໄຫວຕໍ່ເນື່ອງ ແລະ ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງຕ່າງໆທີ່ເປັນຫາຊຳເຮື້ອໃຫ້ໝົດໄປ.

ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ - 3 - ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ
ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ - 4 - ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ
ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ - 5 - ກະຊວງກະສິກໍາ ແລະ ປ່າໄມ້ ສໍາເລັດແຜນງານຊຸມຊົນຊື່ນໃຈ