ເຄັບລັບການເພີ່ມນໍ້ານົມ ເມື່ອນໍ້ານົມໜ້ອຍ

- images - ເຄັບລັບການເພີ່ມນໍ້ານົມ ເມື່ອນໍ້ານົມໜ້ອຍ
- kitchen vibe - ເຄັບລັບການເພີ່ມນໍ້ານົມ ເມື່ອນໍ້ານົມໜ້ອຍ

ກ່ອນຈະຕັດສິນໃຈໃຫ້ລູກກິນນົມເສີມ ແມ່ມາລອງເພີ່ມນໍ້ານົມດ້ວຍເຄັດລັບເຫຼົ່ານີ້ ເພື່ອຈະໄດ້ໃຫ້ລູກກິນນົມແມ່ໄດ້ຢ່າງຍາວນານຫຼາຍຂຶ້ນ ໂດຍບໍ່ຕ້ອງດື່ມນົມເສີມຫາກບໍ່ຈໍາເປັນນັ້ນເອງ.

  1. ໃຫ້ລູກດູດນົມດຸໆ: ການໃຫ້ລູກດູດນົມດຸໆ ຈະຊ່ວຍກະຕຸ້ນໃຫ້ຮ່າງກາຍມີການຜະລິດນໍ້ານົມອອກມາຫຼາຍຂຶ້ນ ຈຶ່ງເປັນເຫດຜົນວ່າເປັນຫຍັງແພດຈຶ່ງແນະນໍາໃຫ້ລູກດູດນົມແມ່ໃຫ້ໄວທີ່ສຸດທັນທີຫຼັງເກີດໃໝ່ ຕາມຫຼັກ 3 ດູດຄື: ດູດໄວ, ດູດໆ ແລະ ດູດຖືກວິທີນັ່ນເອງ.
  2. ກິນອາຫານເພີ່ມນໍ້ານົມ: ການກິນອາຫານທີ່ີມີສ່ວນຊ່ວຍໃນການເພີ່ມນໍ້ານົມ ເປັນອີກວິທີໜຶ່ງທີ່ຈະກະຕຸ້ນນໍ້ານົມຂອງແມ່ໃຫ້ພຽງພໍຕໍ່ຄວາມຕ້ອງການຂອງລູກນ້ອຍຫຼາຍຂຶ້ນ ໂດຍອາຫານທີ່ແນະນໍາຄື: ປາເຊລມອນ, ຜັກໃຜຂຽວ, ໝາກປີ ແລະ ນໍ້າຂີງເປັນຕົ້ນ.
  3. ພັກຜ່ອນໃຫ້ພຽງພໍ: ເມື່ອຮ່າງກາຍໄດ້ຮັບການພັກຜ່ອນນ້ອຍເກີນໄປ ກໍຈະເຮັດໃຫ້ນໍ້ານົມຖືກຜະລິດອອກມາໜ້ອຍລົງດ້ວຍ. ດັ່ງນັ້ນແມ່ຈຶ່ງຄວນນອນລັບພັກຜ່ອນໃຫ້ຫຼາຍໆ ແລະ ຫຼີກເວັ້ນຄວາມຄຽດຢ່າງເດັດຂາດ ເທົ່ານີ້ຈະເຮັດໃຫ້ມີນໍ້ານົມຫຼາຍຂຶ້ນກວ່າເກົ່າ.
  4. ປໍ້ານົມຢ່າງສະໝໍ່າສະເໝີ: ກໍລະນີທີ່ລູກບໍ່ຄ່ອຍດດູນົມ ແມ່ກໍສາມາດກະຕຸ້ນນໍ້ານົມໄດ້ດ້ວຍການປໍ້ານົມຢ່າງສະໝໍ່າສະເໝີ ໂດຍເກັບນໍ້ານົມໃສ່ຕູ້ເຢັນເອົາໄວ້ ເພື່ອໃຫ້ລູກໄດ້ກິນໃນເວລາທີ່ແມ່ບໍ່ສະດວກ ຫຼືແມ່ບໍ່ຢູ່.
  5. ດື່ມນໍ້າຫຼາຍໆ: ເພາະໃນການສ້າງນໍ້ານົມຈໍາເປັນຕ້ອງໃຊ້ນໍ້າເປັນສ່ວນປະກອບຫຼັກ ດັ່ງນັ້ນແມ່ຈຶ່ງຄວນກິນນໍ້າຫຼາຍໆ ອາດປ່ຽນເປັນນໍ້າໝາກໄມ້ ຫຼືນໍ້າສະໝຸນໄພແທນກໍໄດ້.
- 5 - ເຄັບລັບການເພີ່ມນໍ້ານົມ ເມື່ອນໍ້ານົມໜ້ອຍ
- 4 - ເຄັບລັບການເພີ່ມນໍ້ານົມ ເມື່ອນໍ້ານົມໜ້ອຍ
- 3 - ເຄັບລັບການເພີ່ມນໍ້ານົມ ເມື່ອນໍ້ານົມໜ້ອຍ
- Visit Laos Visit SALANA BOUTIQUE HOTEL - ເຄັບລັບການເພີ່ມນໍ້ານົມ ເມື່ອນໍ້ານົມໜ້ອຍ
- Visit Laos Visit SALANA BOUTIQUE HOTEL - ເຄັບລັບການເພີ່ມນໍ້ານົມ ເມື່ອນໍ້ານົມໜ້ອຍ