ເພີ່ມຄວາມຮູ້ວິທີຮັກສາສຸຂະພາບຕາໃຫ້ແມ່ຍິງ

ເອື້ອຍນ້ອງພະນັກງານ ເພດຍິງຈາກບັນດາອົງການຈັດ ຕັ້ງພັກ-ລັດອ້ອມຂ້າງສູນກາງ ຫລາຍທ່ານໄດ້ເຂົ້າຮັບການ ເຝິກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບວິທີຮັກສາສຸຂະພາບ ຕາທີ່ຖືກຕ້ອງເພື່ອກະກຽມ ໃຫ້ແກ່ການເປັນຜູ້ຊ່ວຍໃຫ້ບໍ ລິການ ຄວາມຮູ້ແກ່ມວນຊົນ ທີ່ ເຂົ້າຮ່ວມງານໂຮມຊຸມນຸມສະ ເຫຼີມສະຫລອງວັນແມ່ຍິງສາ ກົນ 8 ມີນາ ຄົບຮອບ 108 ປີ ທີ່ຈະຈັດຂຶ້ນ ໃນວັນທີ 7 ມີນາ ນີ້ຢູ່ສູນເຝິກອົບຮົມແມ່ຍິງລາວ ບ້ານໂພນທັນເມືອງສີສັດຕະ ນາກນະຄອນຫລວງວຽງຈັນ, ເຊິ່ງຈະມີກິດຈະກໍາໃຫ້ບໍລິການປິ່ນປົວ ແລະ ຮັກສາສຸຂະພາບ ຕາໂດຍບໍ່ເສຍຄ່າ.
+ ກອງປະຊຸມຄົບຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ປະຈຳປີ 2017
+ ສະເຫຼີມສະຫລອງວັນແມ່ຍິງສາກົນ ຄົບຮອບ 108 ປີ ດ້ວຍ 7 ກິດຈະກໍາຫຼັກ
ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງ ສະຫະພັນແມ່ຍິງລາວ ໃຫ້ຮູ້ ວ່າ: ຊຸດອົບຮົມນີ້, ແນໃສ່ສ້າງ ຄວາມຮັບຮູ້ໃນການປິ່ນປົວ ເບິ່ງແຍງ ແລະ ຮັກສາສຸຂະ ພາບຕາທີ່ດີ ແລະ ສາມາດນຳ ເອົາຄວາມຮູ້ດັ່ງກ່າວໄປເຜີຍ ແຜ່ໃຫ້ພະນັກງານໃນອົງການຈັດຕັ້ງຂອງຕົນໄດ້ມີຄວາມ ເຂົ້າໃຈຫລາຍຂຶ້ນໃນການຮັກສາສຸຂະພາບຕາທີ່ດີ ແລະ ຍັງເປັນການສ້າງຂະບວນ ການຂໍ່ານັບຮັບຕ້ອນວັນ ແມ່ຍິງ ສາກົນ 8 ມີນາ ທີ່ຈະມາເຖິງ ນີ້ ໃຫ້ມີຄວາມໝາຍສໍາຄັນ ແລະ ມີບັນຍາກາດເບີກບານ ມ່ວນຊື່ນ.
ພະນັກງານສູນປິ່ນປົວ ແລະ ຮັກສາສຸຂະພາບຕາກະ ຊວງສາທາລະນະສຸກໃຫ້ຮູ້ ວ່າ: ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງ ພາກທິດສະດີ ແລະ ປະຕິບັດ ຕົວຈິງໃນການກວດແທກ ສາຍຕາ, ຮຽນຮູ້ກ່ຽວກັບພະ ຍາດຕາ, ການໃຫ້ຄຳແນະນຳ ວິທີປ້ອງກັນພະຍາດຕາ ແລະ ບົດຮຽນອື່ນໆ./.