ສະຫວັນນະເຂດ ເຜີຍແຜ່ລະບຽບການນຳໃຊ້ຂອບສັນຍາການຄ້າເສລີ
March 1, 2018 - 6:30 PM
ເມື່ອມໍ່ໆ ມານີ້, ສະພາການ ຄ້າ ແລະ ອຸດສາຫະກຳແຂວງ ສະຫວັນນະເຂດ ຈັດກອງປະ ຊຸມເຜີຍແຜ່ການນຳໃຊ້ຜົນປະ ໂຫຍດສູງສຸດ ພາຍໃຕ້ສົນທິ ສັນຍາຂອງການຄ້າເສລີ ໃຫ້ ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ຜູ້ປະກອບການ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສິດທິພິເສດຕ່າງໆ ສົ່ງອອກ ສິນຄ້າ, ເພື່ອສາມາດຍົກ ສູງສະມັດຕະພາບການປູກ, ການລ້ຽງໃຫ້ມີຄຸນນະພາບ ແລະ ສາມາດສົ່ງອອກຕະ ຫລາດ ຕ່າງປະເທດໄດ້ ແລະ ສາມາດກະຕຸກຊຸກຍູ້ການຜະ ລິດພາຍໃນໃຫ້ເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເລື້ອຍໆ, ທັງ ເປັນການສົ່ງເສີມໃນການ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນໃນຂອບເຂດ ໂຄງການ./.